Wednesday, September 25, 2024
Homeຂ່າວພາຍໃນສົ່ງເສີມສີສັນວັດທະນະທໍາຂອງບັນດາເຜົ່າ ໃນຮູບແບບຮີດ 12 ຄອງ 14

ສົ່ງເສີມສີສັນວັດທະນະທໍາຂອງບັນດາເຜົ່າ ໃນຮູບແບບຮີດ 12 ຄອງ 14

ກົມສາສະໜາ ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດກອງປະຊຸມສະຫຼຸບວຽກງານ ການເຄື່ອນ ໄຫວຂອງຄະນະທີ່ປຶກສາ ແລະ ຄູ່ຮ່ວມງານ ວຽກງານສາສະໜາ 6 ເດືອນຕົ້ນປີ 2023 ແລະ ທິດທາງວຽກງານ 6 ເດືອນທ້າຍປີ 2023 ທີ່ຫ້ອງປະຊຸມສູນເຝິກອົບຮົມ ສນຊ ໃນວັນທີ 27 ມິຖຸນາ 2023 ເປັນປະທານຂອງ ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານຜູ້ບໍ່ປະຈຳການ ຫົວໜ້າຄະນະທີ່ປຶກສາວຽກງານສາສະໜາ ສນຊ ແລະ ເປັນກຽດເຂົ້າຮ່ວມ ຂອງ ທ່ານ ດຣ ຈັນເພັງ ສຸດທິວົງ ຮອງປະທານ ສນຊ ມີພະສົງ ບັນດາທ່ານຄອບຄົວການນໍາ ຕາງໜ້າຈາກກະຊວງພະແນກການຕ່າງ ມີຄະນະທີ່ປຶກສາວຽກງານສາສະໜາ ແລະ ຄູ່ຮ່ວມງານວຽກງານສາສະໜາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສາສະໜາ ເຊິ່ງຕະຫຼອດໄລຍະຜ່ານມາກົມສາສະໜາ ສນຊ ໄດ້ປຸກລະດົມຂົນຂວາຍເຕົ້າໂຮມຄວາມສາມັກຄີບັນດາສາສະໜາ ເກັບກຳຫາງສຽງ ຂອງສາສະນິກະຊົນ ແລະ ໄດ້ນຳເອົານິຕິກຳຕ່າງໆ ກໍຄືດຳລັດ 315/ລບ ລົງເຜີຍແຜ່ໃຫ້ແຕ່ລະສາສະໜາ ເພື່ອກຳໄດ້ແນວທາງນະໂຍບາຍຂອງພັກ ທີ່ມີຕໍ່ການເຊື່ອຖືສາສະໜາ ພ້ອມກັນນັ້ນ ຄະນະທີ່ປຶກສາກໍ່ໄດ້ລາຍງານການເຄື່ອນໄຫວວຽກງານສາສະໜາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ ທ້າຍປີ 2023 ຄະນະທີ່ປຶກສາວຽກງານສາສະໜາ ແລະ ຄູ່ຮ່ວມງານໄດ້ເຄື່ອນໄຫວວຽກງານສາສະໜາຕ່າງໆຢູ່ພາຍໃນ ແລະ ຕ່າງປະເທດ ທັງໄດ້ເຂົ້າຮ່ວມກອງປະຊຸມ ແລະ ກິດຈະກໍາຕ່າງໆທາງສາສະໜາ ພ້ອມກັນນີ້ ຄະນະທີ່ປຶກສາ ແລະ ຜູ້ຮ່ວມງານ ກົມສາສະໜາ ໄດ້ພ້ອມກັນ ຈັດກິດຈະກຳລະດົມວັດຖຸປັດໃຈ ໄປຊ່ວຍເຫຼືອສູນປິ່ນປົວຮັກສາສຸຂະພາບຕາ ໂຮງຮຽນຄົນພິການ ດ້ານການເບິ່ງເຫັນ (ທົ່ງປົ່ງ) ໃນໂອກາດວັນເດັກສາກົນ ປະກອບສ່ວນ ທັງວັດຖຸ-ເງິນລວມເປັນມູນຄ່າ 33.274.000 ກີບ (ໃນນັ້ນມີເງິນສົດ 14 ລ້ານກີບ) ພ້ອມທັງໄດ້ລະດົມສະພາການຄ້າແຂວງກວາງຊີ ສປ ຈີນ ປະຈຳວຽງຈັນປະກອບວັດຖຸ 10 ລ້ານກີບ ເປັນເຈົ້າພາບສະໜັບສະໜູນ ການຈັດອົບຮົມໃຫ້ຄວາມຮູ້ກ່ຽວກັບການປິ່ນປົ່ວຮັກສາສຸຂະພາບ ໂດຍວິທີນວດ ແລະ ຂູດຕາມຈຸດຕ່າງໆ ໃຫ້ພະສົງວັດອົງຕື້ ເຂົ້າຮ່ວມຊ່ວຍເຝິກອົບຮົມໂດຍທີມແພດຈາກ ສສ ຫວຽດນາມ ພ້ອມກັນນີ້ໄດ້ປະກອບທຶນສົມທົບໂມທະນາທານ 8 ລ້ານກີບ.

ພ້ອມດຽວກັນ ໃນກອງປະຊຸມສະຫຼຸບວຽກງານ ການເຄື່ອນໄຫວຂອງຄະນະທີ່ປຶກສາ ແລະ ຄູ່ຮ່ວມງານໃນຄັ້ງນີ້ ໄດ້ຜັດປ່ຽນກັນ ປະກອບຄໍາຄິດຄໍາເຫັນຕໍ່ຮ່າງບົດສະຫຼຸບ ແລະ ເອກະສານທີ່ກ່ຽວຂ້ອງຕ່າງໆ ແລະ ທິດທາງແຜນການໃນຕໍ່ໜ້າ ຢ່າງກົງໄປກົງມາ ເພຶ່ອໃຫ້ມີເນື້ອໃນຄົບຖ້ວນສົມບູນຂຶ້ນຕື່ມ.

ໂອກາດນີ້ ທ່ານ ດຣ ຈັນເພັງ ສຸດທິວົງ ມີຄຳເຫັນວ່າ: ຊາດລາວເຮົາເປັນຊາດໜຶ່ງທີ່ມີມູນເຊື້ອຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມີຂະໜົບທໍານຽມ ແລະ ຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ ເຊິ່ງບັນພະບູລຸດຂອງພວກເຮົາໄດ້ສ້າງໄວ້ມາແຕ່ດຶກດໍາບັນ ສະນັ້ນ ຈົ່ງເພີ່ມທະວີຄວາມເອົາໃຈໃສ່ຕື່ມ ເປັນຕົ້ນ ນໍາເອົາວັດທະນະທໍາທີ່ດີງາມອັນຍອດຍິ່ງ ທີ່ບົ່ມຊ້ອນຢູ່ໃນສີສັນວັດທະນະທໍາ ຂອງບັນດາເຜົ່າ ໃນຮູບແບບຮີດ 12 ຄອງ 14 ເພື່ອສຶກສາອົບຮົມປະຊາຊົນບັນດາເຜົ່າ ເວົ້າລວມ ເວົ້າສະເພາະ ຄົນຮຸ່ນໜຸ່ມໃນສັງຄົມໃຫ້ເປັນຄົນດີ ມີສິນທໍາ ມີຄວາມສາມັກຄີ ແລະ ຮັກເຊື້ອແພງຊາດ.

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments