Wednesday, September 25, 2024
Homeຂ່າວຕ່າງປະເທດມາເລເຊຍ ຈັດກອງປະຊຸມປືກສາຫາລືດ້ານພະລັງງານ ອາຊີ 2023

ມາເລເຊຍ ຈັດກອງປະຊຸມປືກສາຫາລືດ້ານພະລັງງານ ອາຊີ 2023

ຕາມຂ່າວຈາກວິທະຍຸສາກົນ ແຫ່ງ ສປ ຈີນ, ເວທີປຶກສາ ຫາລື ພະລັງງານ ອາຊີ 2023 ທີ່ມີຫົວຂໍ້ວ່າ “ສ້າງຊ່ອງທາງ ການພັດທະນາ ແບບຍືນຍົງ ຂອງອາຊີ” ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່ກວາລາລຳເປີ ຂອງມາເລເຊຍ ເພື່ອດຶງດູດຜູ້ນຳຂະແໜງການ, ຜູ້ຊ່ຽວຊານ, ນັກລົງທຶນ ແລະ ຜູ້ວາງນະໂຍບາຍ ຫລາຍກວ່າ 20 ປະເທດທົ່ວໂລກ ເຂົ້າຮ່ວມໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ນະໂຍບາຍ ແລະ ເຕັກນິກ ໃນການຫລຸດ ປະລິມານ ກາກບອນ ຢູ່ໃນເຫລັກ, ນະໂຍບາຍ ພະລັງງານ, ຮູບແບບ ການທະນາຄານກັບ ການລົງທຶນ ແລະ ອື່ນໆ, ຮ່ວມກັນ ປຶກສາ ຫາລື ເພື່ອເຮັດແນວໃດ ໃນການຮີບຮ້ອນ ເລັ່ງເສັ້ນທາງ ພັດທະນາ ກາກບອນຕ່ຳ ຂອງອາຊີ, ເພື່ອຂຸດຄົ້ນ ກຳລັງແຮງ ບົ່ມຊ້ອນໃໝ່ ໃຫ້ຂະແໜງການ ພະລັງງານ ທ້ອງຖິ່ນ, ຊຸກຍູ້ ໃຫ້ພາກພື້ນ ອາຊີ ບັນລຸ ເປົ້າໝາຍ ບໍ່ມີການປ່ອຍ ກາກບອນ./.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments