Tuesday, September 24, 2024
Homeຂ່າວຕ່າງປະເທດສປ ຈີນ ສະເໜີຄວາມຄິດເຫັນຊ່ວຍໃຫ້ໂລກຜ່ານຜ່າຄວາມຫຍຸ້ງຍາກ

ສປ ຈີນ ສະເໜີຄວາມຄິດເຫັນຊ່ວຍໃຫ້ໂລກຜ່ານຜ່າຄວາມຫຍຸ້ງຍາກ

ສຳນັກ​ຂ່າວຊິນ​ຮວາ ​ຂອງສປ ຈີນ ວັນ​ທີ28 ​ມິຖຸນາ​ນີ້ ທ່ານ ຫລີ​ ສຽງ ນາຍົກລັດຖະມົນຕີຈີນ ​ໄດ້​ກ່າວ​ຄຳປາ​ໄສໃນພິທີໄຂເວທີ ປຶກສາຫາລືດາວອສ໌ (Summer Forum Davos) ລະດູຮ້ອນ ປີ 2023 ຄັ້ງທີ 14 ​ໂດຍ​ໄດ້ສະ​ເໜີ​ຄວາມ​ຄິດເຫັນຊ່ວຍ​ໃຫ້​ໂລກຜ່ານ​ຜາຄວາມ​ຫຍຸ້ງຍາກດ້ວຍ 4 ມາດ​ຕະການ​ ສຳຄັນຄື: ​ມາດ​ຕະການ​ທີ 1 ​ແມ່ນຮຽກຮ້ອງ​ໃຫ້​ມີ​ການພົວພັນ ​ແລະ ການ​ແລກປ່ຽນພາຍ​ໃນ​ປະຊາ​ຄົມ​ສາກົນໃຫ້​ດີ​​ຂຶ້ນ ເນື່ອງຈາກຂາດການສື່ສານທີ່​ມີປະສິດທິພາບ ລວມທັງການຂາດຄວາມຮັບຮູ້ລວມ ແລະ ​ເປັນ​ຮູບ​ປະ​ທຳອາດນໍາໄປສູ່ການມີອະຄະຕິ ແລະ ​ຕົກ​ໃນ​ທ່າ​ຮັບໄດ້ຢ່າງງ່າຍດາຍ.

ມາດ​ຕະການ​ທີ 2 ​ແມ່ນ​ເນັ້ນ​ເຖິງ​ຄວາມ​ສາມັກຄີ​ ແລະ​ ການ​ຮ່ວມ​ມືກັນ ​ຫລັງ​ຈາກຜະ​ເຊີນ​ກັບ​ຫລາຍ​ວິ​ກິດລະດັບ​ໂລກ ​ເພາະ​ໃນ​ຖານະ​ປະຊາ​ຄົມທີ່​ມີ​ອະນາຄົດຮ່ວມ​ກັນທຸກ​ປະ​ເທດ ຈະ​ຕ້ອງ​ຮັກສາ​ຜົນ​ປະ​ໂຫຍ​ດຈາກ​ການ​ຮ່ວມ​ມືຍຶດໝັ້ນແນວທາງ​ການ​ຮ່ວມ​ມື​ແບບ​ໄດ້​ປະ​ໂຫຍ​ດທຸກ​ຝ່າຍເຮັດວຽກຮ່ວມກັນ ເພື່ອຮັບມືກັບສິ່ງທ້າທາຍລະດັບໂລກ ​ແລະ​ ຊຸກຍູ້​ຄວາມ​ກ້າວໜ້າຂອງ​ມະນຸດ. ມາດ​ຕະການ​ທີ 3 ​​ເນັ້ນ​ໃຫ້​ທຸກ​ປະ​ເທດຄວນ​ຮັກສາ​ການ​ເປີດ​ກວ້າງ ​ແລະ ການ​ຮ່ວມ​ມື​ກັນ​ຫລາຍ​ຂຶ້ນ ຫລັງ​ຈາກ​ເສດຖະກິດຜະ​ເຊີນ​ກັບ​ວິ​ກິດ​ການ​ຕ່າງໆ ຍັງ​ຄົງ​ຮັກສາທິດ​ທາງການ​ພັດທະນາ​ຕໍ່​ໄປ ​ແລະ ມາດ​ຕະການ​ທີ 4 ອັນ​ສຸດ​ທ້າຍ​ນີ້ແມ່ນ​​ເນັ້ນ​ໃຫ້ທຸກ​ຝ່າຍຄວນ​ຮັກສາສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ຫລາຍ​ຂຶ້ນທ່າມວິ​ກິດອັນ​ເກີດ​ຈາກຄວາມ​ຂັດ​ແຍ້ງ ແລະ ຄວາມບໍ່ໝັ້ນຄົງ. ດັ່ງນັ້ນ ຈຶ່ງຂໍໃຫ້ພະຍາຍາມຮັກສາຄວາມ​ເປັນ​ທຳ ແລະ ຄວາມຍຸດຕິທໍາຢ່າງ​ແນນ​ອນເຮັດວຽກໜັກ ເພື່ອແກ້ໄຂສະພາບຄວາມຫຍຸ້ງຍາກ ແລະ ຮ່ວມ​ກັນປົກ​ປັກ​ຮັກ​ສາ​ສະ​ພາບແວດ​ລ້ອມການ​ພັດ​ທະ​ນາ​ທີ່ສະຫງົບ ​ແລະ​ ຄວາມ​ໝັ້ນ​ຄົງເປັນກົກ.

ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments