Tuesday, September 24, 2024
Homeຂ່າວພາຍໃນສໍາມະນາ ການສ້າງຄວາມອາດສາມາດ ສໍາລັບຕີມໍແລັດສະເຕ ໃນການສະໝັກເຂົ້າເປັນສະມາຊິກອາຊຽນ

ສໍາມະນາ ການສ້າງຄວາມອາດສາມາດ ສໍາລັບຕີມໍແລັດສະເຕ ໃນການສະໝັກເຂົ້າເປັນສະມາຊິກອາຊຽນ

ວັນທີ 26 ມິຖຸນາ 2023 ທີ່ນະຄອນຫລວງວຽງຈັນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະ ມົນຕີກະຊວງການຕ່າງປະເທດ, ຫົວໜ້າເຈົ້າໜ້າທີ່ອາວຸໂສອາຊຽນ ຂອງ ສປປ ລາວ ໄດ້ໃຫ້ກຽດເປັນປະທານເປີດ ສໍາມະນາ ກ່ຽວກັບການສ້າງຄວາມອາດສາມາດ ສໍາລັບ ຕີມໍແລັດສະເຕ ໃນການສະຫມັກເຂົ້າເປັນສະມາຊິກອາ ຊຽນ. ພ້ອມນີ້, ກໍມີຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ແລະ ທ່ານເອກອັກຄະລັດຖະທູດ ຕີມໍແລັດສະເຕ ປະຈຳ ສປປ ເຂົ້າຮ່ວມ.

ການສຳມະນາດັ່ງກ່າວ ແມ່ນຂໍ້ລິເລີ້ມຂອງ ສປປ ລາວ ທີ່ໄດ້ຮັບການສະຫນັບສະໜູນຈາກ ອົດສະຕຣາລີ ຊຶ່ງຈັດຂຶ້ນເພື່ອເປັນການຖອດຖອນບົດຮຽນ ຂອງ ສປປ ລາວ ແລະ ຫວຽດນາມ ໃນການເຂົ້າເປັນສະມາຊິກອາ ຊຽນ ແລະ ແລະ ແລກປ່ຽນບົດຮຽນ ກ່ຽວກັບການຮ່ວມມື ແລະ ການປະສານງານໃນກົນໄກຂອງອາຊຽນ ພາຍໃຕ້ 3 ເສົາຄ້ຳປະຊາຄົມອາຊຽນ ໃນລະດັບພາກພື້ນ ແລະ ພາຍໃນປະເທດ ໃຫ້ແກ່ເຈົ້າໜ້າທີ່ຂອງຕີມໍແລັດສະເຕ. ຂໍ້ລິເລີ້ມນີ້ແມ່ນເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄໍາຕົກລົງຂອງຜູ້ນໍາອາຊຽນໃນກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 40 ແລະ 41 ໃນປີ 2022 ທີ່ໄດ້ເຫັນດີດ້ານຫຼັກການຮັບຮອງເອົາ ຕີມໍແລັດສະເຕ ເຂົ້າເປັນສະມາຊິກ ອາຊຽນ ປະເທດທີ 11 ແລະ ໃຫ້ສະຖານະເປັນປະເທດສັງເກດການ, ແລະ ທັງຮຽກຮ້ອງໃຫ້ທຸກປະເທດສະມາຊິກອາຊຽນ ແລະ ຄູ່ເຈລະຈາ ໃຫ້ການຊ່ວຍເຫລືອເພື່ອກຽມຄວາມພ້ອມເຂົ້າເປັນສະມາຊິກອາຊຽນ.

ສໍາມະນາດັ່ງກ່າວ ແມ່ນຈະດໍາເນີນແຕ່ວັນທີ 26-30 ມິຖຸນາ 2023 ແລະ ມີຜູ້ເຂົ້າຮ່ວມຈາກ ກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນແມ່ຍິງລາວ ຂອງ ສປປ ລາວ ແລະ ຜູ້ຕາງໜ້າຈາກກົມອາຊຽນ, ກະຊວງການຕ່າງປະເທດຂອງ ສສ ຫວຽດນາມ ເຂົ້າຮ່ວມເພື່ອແລກປ່ຽນບົດຮຽນ ໃຫ້ແກ່ ເຈົ້າໜ້າທີ່ຂອງ ຕີມໍແລັດສະເຕ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments