Tuesday, September 24, 2024
Homeຂ່າວພາຍໃນກອງປະຊຸມ ວຽກງານການເມືອງ-ແນວຄິດ ແຂວງບໍ່ແກ້ວ ຄັ້ງທີ I

ກອງປະຊຸມ ວຽກງານການເມືອງ-ແນວຄິດ ແຂວງບໍ່ແກ້ວ ຄັ້ງທີ I

ກອງປະຊຸມວຽກງານການເມືອງ-ແນວຄິດທົ່ວແຂວງບໍ່ແກ້ວ ຄັ້ງທີ I ທົ່ວປະເທດ ຄັ້ງທີ V ພາຍໃຕ້ຄໍາຂວັນເພີ່ມທະວີການນໍາພາຂອງພັກ ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງວຽກງານການເມືອງແນວຄິດທິດສະດີຂອງພັກເຂົ້າສູ່ຄຸນນະພາບໃໝ່ ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 27 ມິຖຸນາ ນີ້ ທີ່ສະໂມສອນໃຫຍ່ຂອງແຂວງ ໂດຍການເປັນປະທານຂອງ ສະຫາຍ ບົວຄົງ ນາມມະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງບໍ່ແກ້ວ, ມີບັນດາສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະບໍລິຫານງານພັກເມືອງ, ຫົວໜ້າ, ຮອງຫົວໜ້າພະແນກການ, ສອງກອງບັນຊາການ, ຕະຫຼອດຮອດພະນັກງານຫຼັກແຫຼ່ງອ້ອມຂ້າງແຂວງ, ເມືອງ ເຂົ້າຮ່ວມ.

ສະຫາຍ ບົວຄົງ ນາມມະວົງ ມີຄຳເຫັນວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນເຊື່ອມຊຶມ ມະຕິ ກອງປະຊຸມ ວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ພາຍໃຕ້ຄໍາຂວັນເພີ່ມທະວີການນໍາພາຂອງພັກ ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງວຽກງານການເມືອງແນວຄິດທິດສະດີຂອງພັກເຂົ້າສູ່ຄຸນນະພາບໃໝ່ ແລະ ສະຫຼຸບຕີລາຄາການເຄື່ອນໄຫວວຽກງານການເມືອງ-ແນວຄິດໃນໄລຍະແຕ່ກອງປະຊຸມວຽກງານການເມືອງ-ແນວຄິດ ຜ່ານມາ, ພ້ອມທັງຄົ້ນຄວ້າກໍານົດທິດທາງ, ຄາດໝາຍ ແລະ ໜ້າທີ່ຈຸດສຸມຂອງວຽກງານການເມືອງ-ແນວຄິດໃນຕໍ່ໜ້າ ແນໃສ່ເຮັດໃຫ້ການຕີລາຄາວຽກງານການເມືອງ-ແນວຄິດຜ່ານມາ ແລະ ການກໍານົດທິດທາງຄາດໝາຍໃນຕໍ່ໜ້າ ໃຫ້ແທດເໝາະກັບສະພາບການຕົວຈິງ, ທັງຮັບປະກັນໃຫ້ແກ່ການສືບຕໍ່ປຸກລະດົມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເຂົ້າສູ່ລວງເລິກຢ່າງກວ້າງ ຂວາງ, ຟົດຟື້ນ ແລະ ແຂງແຮງກວ່າເກົ່າ. ເວົ້າລວມເນື້ອໃນພື້ນຖານຕົ້ນຕໍຂອງກອງປະຊຸມວຽກງານການເມືອງ-ແນວຄິດເທື່ອນີ້ແມ່ນເປັນການສືບຕໍ່ຜັນຂະຫຍາຍມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 206/ກມສພ, ລົງວັນທີ 7 ທັນວາ 2020 ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໃນໄລຍະໃໝ່ ຊຶ່ງພັກເຮົາຖືວ່າ “ວຽກງານການເມືອງ-ແນວຄິດເປັນວຽກງານກົດໃນການກໍ່ສ້າງປັບປຸງພັກ, ເປັນປັດໄຈ 4 ສໍາຄັນ ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງຂອງປະເທດຊາດ ແລະ ຄວາມສະຫງົບສຸກຂອງສັງຄົມ”. ການຄົ້ນຄວ້າປະກອບຄໍາເຫັນຕໍ່ກອງປະຊຸມຕ້ອງຕິດພັນກັບຈິດໃຈເນື້ອໃນມະຕິຂອງກົມການເມືອງສູນກາງພັກດັ່ງກ່າວ ແລະ ເນື້ອໃນຕົ້ນຕໍຂອງກອງປະຊຸມວຽກງານການເມືອງ-ແນວຄິດຄັ້ງນີ້ ເພື່ອສ້າງຄວາມເປັນເອກະພາບສູງ ແລະ ເພີ່ມທະວີຄວາມຮັບຜິດຊອບຂອງຄະນະພັກທຸກຂັ້ນກໍຄືພະນັກງານ, ສະມາຊິກພັກແຕ່ລະສະຫາຍຕໍ່ການເຄື່ອນໄຫວໂຄສະ ນາສຶກສາອົບຮົມການເມືອງ-ແນວຄິດໃຫ້ແຂງແຮງ, ເລິກເຊິ່ງ ແລະ ມີການຫັນປ່ຽນເຂົ້າສູ່ຄຸນນະພາບໃໝ່.

ສະຫາຍ ບົວຄົງ ນາມມະວົງ ຍັງໄດ້ຮຽກຮ້ອງໃຫ້ຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ ຕ້ອງຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າປະກອບຄວາມຄິດຄວາມເຫັນ ຕໍ່ເນື້ອໃນຂອງກອງປະຊຸມໃຫ້ເລິກເຊິ່ງ ສ່ອງແສງໃຫ້ເຫັນຄວາມເປັນຈິງ ຂອງສະພາບວຽກງານການເມືອງ-ແນວຄິດ ທີ່ໄດ້ຈັດຕັ້ງປະຕິບັດຜ່ານມາອັນໃດເຮັດໄດ້, ອັນໃດຍັງຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້, ພ້ອມທັງສະເໜີຄວາມຄິດເຫັນຕໍ່ທິດທາງ, ຄາດໝາຍ, ວິທີການ ແລະ ມາດຕະການ ທີ່ຈະສູ້ຊົນຈັດຕັ້ງປະຕິບັດໃນຕໍ່ໜ້າ ບົນຈິດໃຈບຸກທະລຸທາງດ້ານຈິນຕະນາການໃຫ້ແຂງແຮງ ແລະ ເລິກເຊິ່ງກວ່າເກົ່າ.

ຂ່າວ-ພາບ: ຄຳພັັນ ແກ້ວມະນີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments