Monday, September 23, 2024
Homeຂ່າວໜ້າໜຶ່ງສສຊ ເຂດ13 ສະເໝີໃຫ້ລັດຖະບານ ມີມາດຕະການ ຄຸ້ມຄອງດິນກະສິກຳ-ປ່າໄມ້

ສສຊ ເຂດ13 ສະເໝີໃຫ້ລັດຖະບານ ມີມາດຕະການ ຄຸ້ມຄອງດິນກະສິກຳ-ປ່າໄມ້

ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 27 ມິຖຸນາ 2023 ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ກົງແກ້ວ ມີວໍລະຈັກ ສະ ມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 13 ແຂວງສະຫວັນນະເຂດ ໄດ້ສະເໝີໃຫ້ລັດຖະບານ ມີມາດຕະການ ຄຸ້ມຄອງດິນກະສິກຳ-ປ່າໄມ້ ເປັນຕົ້ນການບຸກລຸກປ່າໄມ້ ເພື່ອປູກມັນຕົ້ນຂອງປະຊາຊົນ ໄດ້ແຜ່ຫລາຍ ແລະ ໄດ້ລຸກລໍ້າເຂົ້າໃນເຂດທີ່ດິນ 3 ປະເພດປ່າ ຫລາຍເຖິງ 200 ກວ່າບ້ານ. ຕໍ່ບັນຫານີ້ ຫາກຍັງບໍ່ຮີບດ່ວນແກ້ໄຂ ຄາດວ່າປ່າໄມ້ຢູ່ເຂດດັ່ງກ່າວ ອາດຈະຖືກທຳລາຍຫລາຍຂຶ້ນ ເນື່ອງຈາກປະຊາຊົນຫັນມາການປູກມັນຕົ້ນຫລາຍຂຶ້ນ.

ທ່ານ ກົງແກ້ວ ມີວໍລະຈັກ ໄດ້ຍົກໃຫ້ເຫັນກ່ຽວກັບການຈັດຕັ້ງປະຕິບັດ ຄຳສັ່ງເລກທີ 15/ນຍ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດ ໃນການຄຸ້ມຄອງ, ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະ ທຸລະກິດໄມ້. ຕໍ່ບັນຫານີ້ ຜ່ານການຕິດຕາມກວດກາ ຍັງເຫັນມີການລະເມີດຢູ່ ໂດຍສະເພາະ ການດັດສົມໂຮງງານປຸງແຕ່ງໄມ້ ຍັງບໍ່ທັນຖືກແກ້ໄຂ ເຊິ່ງບັນດາໂຮງງານດັ່ງກ່າວ ຍັງມີການເຄື່ອນໄຫວ ແລະ ຕັ້ງຢູ່ໃນເຂດ 3 ປະເພດປ່າ, ພ້ອມກັນນັ້ນ ຂະບວນ ການຜະລິດຖ່ານດຳ-ຖ່ານຂາວ ກໍຍັງແຜ່ຫລາຍ ສົ່ງຜົນໃຫ້ມີການຕັດໄມ້, ການທຳລາຍປ່າໄມ້ຫລາຍສົມຄວນ. ສະນັ້ນ ຈຶ່ງສະເໜີໃຫ້ ກະຊວງກະສິກຳ-ປ່າໄມ້ ແລະ ກະຊວງອຸດ ສະຫະກຳ ແລະ ການຄ້າ ພິຈາລະນາຄືນໃໝ່ ໃນວຽກການມອບ-ໂອນ ໂຮງງານປຸ່ງແຕ່ງກະສິກຳ ວ່າຈະມອບສິດໃຫ້ພາກສ່ວນໃດແທ້, ເນື່ອງຈາກວ່ານິຕິກຳ ບໍ່ທັນຊັດເຈນ, ລວມທັງການກຳນົດມາດຖານ ໃນການອະນຸຍາດສ້າງຕັ້ງ ເພື່ອເປັນບ່ອນອີງໃຫ້ແກ່ທ້ອງຖິ່ນ ໄດ້ຈັດຕັ້ງປະຕິບັດ.

ສຳລັບການສຳປະທານທີ່ດິນ ຂອງບໍລິສັດຕ່າງໆ ກໍໜ້າເປັນຫ່ວງເຊັ່ນດຽວກັນ, ສັງເກດເຫັນວ່າເຂດໃດ ທີ່ມີການສຳປະທານທີ່ດິນ ປະຊາຊົນເຂດນັ້ນ ຈະບໍ່ມີທີ່ດິນທຳການຜະລິດ ເຊິ່ງລັດຖະບານ ຕ້ອງໄດ້ລົງກວດກາ ແລະ ເກັບກຳ ຂໍ້ມູນໃຫ້ລະອຽດຕື່ມ ກ່ອນການອະນູຍາດສຳປະ ທານທີ່ດິນ. ພ້ອມນັ້ນ, ຢາກໃຫ້ລັດຖະບານ ລົງເລີກເບີ່ງການດຳລົງຊີວິດຂອງປະຊາຊົນ ຫລື ຖ້າອະນຸຍາດ ກໍຕ້ອງໄດ້ເວົ້າເຖິງການຈັດສັນປະຊາຊົນ ໃຫ້ມີຊີວິດທີດິຂຶ້ນ ແລະ ມີສະຖານທີ່ທຳການຜະລິດ ເພື່ອຮັບໃຊ້ຊີວິດການເປັນຢູ່ຂອງເຂົາເຈົ້າ. ສ່ວນການຂຸດຄົ້ນແຮ່ທາດ ໂດຍສະເພາະແມ່ນບໍ່ຄຳເຊໂປນ ຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ປັດຈຸບັນການຂຸດ ຄົ້ນແຮ່ທອງ, ແຮ່ຄຳ ແລະ ອື່ນໆ ແມ່ນຂະຫຍາຍເປັນວົງກວ້າງໃນເຂດເມືອງ ເຮັດໃຫ້ແມ່ນ້ຳແຫ້ງ, ນ້ຳສ້າງຈາກເຄີຍມີນ້ຳໃຊ້ປົກກະຕິ ກໍກັບກາຍມາເປັນບໍ່ມີນ້ຳ ເຮັດໃຫ້ບາງເຂດຂາດນ້ຳໃຊ້ ເປັນຕົ້ນຢູ່ບ້ານເມືອງຫລວງ ເຊິ່ງອຳນາດ ການປົກຄອງ ແລະ ບໍລິສັດ ຕ້ອງໄດ້ຈັດສັນນ້ຳໃຊ້ຊີວິດປະຈຳວັນໃຫ້. ສະເຫນີໃຫ້ລັດຖະບານຮີບຮ້ອນແກ້ໄຂ ເພື່ອຮັບມືສະພາບການຕໍ່ໜ້າ, ທັງເປັນການປ້ອງກັນຜົນກະທົບ ທີ່ຈອາດເກີດຂຶ້ນຕໍ່ບັນດາບ້ານທີ່ນອນໃນເຂດນັ້ນ.

ຕໍ່ກັບການພັດທະນາທາງດ້ານວັດທະນະ ທຳ-ສັງ ຄົມ ໂດຍສະເພາະແມ່ນການສຶກສາ ເຫັນວ່າ ຢູ່ທ້ອງຖິ່ນ ໂດຍສະເພາະ ແມ່ນແຂວງສະຫວັນນະເຂດ ຍັງຄົງຈະສືບຕໍ່ມີຜົນກະທົບຕໍ່ການຮຽນ-ການສອນ ເປັນຕົ້ນ: ການສະ ໜອງຄູບໍ່ທົ່ວເຖີງ ເຊິ່ງແຂວງາະຫວັນນະເຂດ ມີໂຮງຮຽນອະນຸບານທັງໝົດ 497 ແຫ່ງ, ປະຖົມ 1.236 ແຫ່ງ, ມັດ ທະຍົມຕົ້ນ-ປາຍ 232 ແຫ່ງ, ມີລັດຖະກອນຄູ, ອາຈານ ຖ້າທຽບໃສ່ ຄວາມຕ້ອງການແລ້ວເຫັນວ່າຍັງບໍ່ພຽງພໍ ສະເລ່ຍ 3 ປີຜ່ານມາ ມີພະນັກງານຄູ ທີ່ຮັບບຳນານ, ເສຍຊີວິດ, ຍົກຍ້າຍເຖິງ 200 ຄົນ/ປີ, ແຕ່ການສະໜອງຕົວເລກຄູມີພຽງ 50-60 ຄົນ/ປີ ເຊິ່ງເຫັນວ່າ ເລກຕົວດັ່ງກ່າວຍັງບໍ່ສົມດູນກັບຄວາມເປັນຈິງ.

ຂ່າວ: ກິດຕາ

ພາບ: ອ່າຍຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments