Sunday, September 22, 2024
Homeຂ່າວພາຍໃນປຶກສາຫາລື ຮ່າງດຳລັດ ວ່າດ້ວຍກອງທຶນຊ່ວຍເຫຼືອສຸກເສີນ ແລະ ກອງທຶນເລືອດ

ປຶກສາຫາລື ຮ່າງດຳລັດ ວ່າດ້ວຍກອງທຶນຊ່ວຍເຫຼືອສຸກເສີນ ແລະ ກອງທຶນເລືອດ

ລະຫວ່າງວັນທີ 27-29 ມີຖຸນາ 2023 ນີ້ ອົງການກາແດງແຫ່ງຊາດລາວ ຮ່ວມກັບກະຊວງຍຸຕິທໍາ ໄດ້ຈັດກອງປະຊຸມກວດກາຄວາມສອດຄ່ອງທາງດ້ານກົດໝາຍຂອງເນື້ອໃນຮ່າງດຳລັດວ່າດ້ວຍ ກອງທຶນຊ່ວຍເຫຼືອສຸກເສີນ ແລະ ຮ່າງດຳລັດວ່າດ້ວຍກອງທຶນເລືອດ ຂອງອົງການກາແດງແຫ່ງຊາດລາວ ໂດຍການເປັນປະທານຂອງທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸຕິທຳ ແລະ ທ່ານ ສຈ.ດຣ. ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ, ມີບັນດາທ່ານຄະນະຫ້ອງການ, ຄະນະກົມ, ຄະນະຮັບຜິດຊອບຮ່າງດຳລັດ ຈາກອົງການກາແດງແຫ່ງຊາດລາວ, ກະຊວງຍຸຕິທຳ ແລະ ພາກສ່ວນກຽ່ວຂ້ອງເຂົ້າຮ່ວມ.

ກອງປະຊຸມໃນຄັ້ງນີ້ ເປັນການກວດກາເຖິງຄວາມສອດຄ່ອງທາງດ້ານກົດໝາຍ ຂອງຮ່າງດຳລັດທັງສອງສະບັບ ເພື່ອເຮັດໃຫ້ ໄດ້ເນື້ອໃນທີ່,, ຄົບຖ້ວນ, ສົມບູນ, ,ຖືກຕ້ອງຕາມຫຼັກການ, ແລະສອດສອດຄອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານ ເພື່ອນຳສະເໜີຕໍ່ລັດຖະບານຮັບຮອງ. ພາຍຫຼັງ ໄດ້ຮັບຮອງແລ້ວ ດຳລັດທັງສອງສະບັບ ຈະເປັນບ່ອນອີງໃນການຈັດຕັ້ງປະຕິບັດວຽກງານກາແດງແຫ່ງຊາດລາວ

ໂດຍ: ນັກຂ່າວອົງການກາແດງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments