Saturday, September 21, 2024
Homeຂ່າວໜ້າໜຶ່ງປະທານສະພາແຫ່ງຊາດລາວ ຕ້ອນຮັບ ນາຍົກລັດຖະມົນຕີ ມາເລເຊຍ

ປະທານສະພາແຫ່ງຊາດລາວ ຕ້ອນຮັບ ນາຍົກລັດຖະມົນຕີ ມາເລເຊຍ

ໃນຕອນແລງຂອງວັນທີ 27 ມິຖຸນາ 2023 ທີ່ ສະພາແຫ່ງຊາດລາວ, ພະນະທ່ານ ປອ.ໄຊສົມພອນ ພົມວິຫານ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ພະນະທ່ານ ອັນວາ ອິບບຣາຮິມ, ນາຍົກລັດຖະມົນຕີ ແຫ່ງ ມາເລເຊຍ, ໃນໂອກາດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນວັນທີ 26-27 ມິຖຸນາ 2023.

ໃນໂອກາດນີ້, ພະນະທ່ານ ປອ.ໄຊສົມພອນ ພົມວິຫານ ໄດ້ຕີລາຄາສູງຕໍ່ການຢ້ຽມຢາມ ສປປ ລາວ ຂອງພະນະທ່ານນາຍົກລັດຖະມົນຕີ ມາເລເຊຍ ພ້ອມດ້ວຍຄະນະ, ຊຶ່ງຢູ່ໃນທ່າມກາງບັນຍາກາດທີ່ ສະພາແຫ່ງຊາດ ແຫ່ງ ສປປ ລາວ ພວມດໍາເນີນ ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະແດງຄວາມເຊື່ອຫມັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ແລະ ປະຊາຊົນ 2 ຊາດ ລາວ ແລະ ມາເຊເຊຍ ໃຫ້ດີຂຶ້ນເລື້ອຍໆ. ພ້ອມກັນນີ້, ຍັງໄດ້ແຈ້ງໃຫ້ຊາບໂດຍຫຍໍ້ສະພາບການພັດທະນາເສດຖະກິດ-ສັງຄົມ ກໍ່ຄື ການເຄື່ອນໄຫວຂອງສະພາແຫ່ງຊາດລາວ ຊຸດທີ IX.

ພະນະທ່ານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ຕີລາຄາສູງຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງ ລັດຖະບານ ແລະ ປະຊາຊົນ ມາເລເຊຍ ໃນໄລຍະຜ່ານມາ ໂດຍສະເພາະແມ່ນ ການຊ່ວຍເຫຼືອລ້າ (ODA) ເຂົ້າໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນ ການສະໜອງຢາວັກແຊັງຕ້ານພະຍາດໂຄວິດ-19 ແລະ ອຸປະກອນການແພດຕ່າງໆ, ພ້ອມທັງສະແດງຄວາມຫວັງວ່າ ມາເລເຊຍ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ໃນຕໍ່ຫນ້າ, ໂດຍສະເພາະແມ່ນ ການເປັນປະທານອາຊຽນ ແລະ ການເປັນເຈົ້າພາບຈັດກອງປະຊຸມ ສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 (AIPA-45) ໃນປີ 2024 ທີ່ ນະຄອນຫຼວງວຽງຈັນ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.

ພະນະທ່ານ ນາຍົກລັດຖະມົນຕີ ອັນວາ ອິບບຣາຮິມ ໄດ້ສະແດງຄວາມຂອບໃຈ ຕໍ່ ພະນະທ່ານ ໄຊສົມພອນ ພົມວິຫານ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດດ້ານຕ່າງໆ ທີ່ ສປປ ລາວ ຍາດມາໄດ້ໃນຕະຫຼອດໄລຍະທີ່ຜ່ານມາ, ພ້ອມທັງເຊື່ອໝັ້ນວ່າ ສປປ ລາວ ຈະສືບຕໍ່ໄດ້ຮັບການພັດທະນາໃນຕໍ່ໜ້າ.

ສອງຝ່າຍ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເປັນຮູບປະທຳຍິ່ງຂຶ້ນ, ການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັດຍັດ ຂອງສອງປະເທດ ກໍ່ສືບຕໍ່ຂະຫຍາຍຕົວ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ສອງປະເທດ ລາວ-ມາເລເຊຍ.

ພະນະທ່ານ ປອ.ໄຊສົມພອນ ພົມວິຫານ ໄດ້ອວຍພອນໃຫ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ລາວ-ມາເລເຊຍ ຈົ່ງສືບຕໍ່ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ, ພ້ອມທັງ ອວຍພອນໃຫ້ ພະນະທ່ານ ນາຍົກລັດຖະມົນຕີ ພ້ອມດ້ວຍ ຄະນະຜູ້ແທນ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດດີພາບທຸກປະການ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments