Wednesday, October 23, 2024
Homeຂ່າວຕ່າງປະເທດຄວາມຕ້ອງການນ້ຳດື່ມໃນອັງກິດສູງຂຶ້ນ

ຄວາມຕ້ອງການນ້ຳດື່ມໃນອັງກິດສູງຂຶ້ນ

ຂ່າວຕ່າງປະເທດລາຍງານ ເມື່ອບໍ່ດົນມານີ້, ປະຊາຊົນຫຼາຍລ້ານຄົນໃນພື້ນທີ່ທາງພາກໃຕ້ຂອງອັງກິດຈະຖືກຫ້າມບໍ່ໃຫ້ໃຊ້ນ້ຳໃນກິດຈະກຳທີ່ບໍ່ຈຳເປັນເຊັ່ນ: ການໃຊ້ສາຍຢາງຫົດນ້ຳຕົ້ນໄມ້ ເນື່ອງຈາກຄວາມຕ້ອງການນ້ຳດື່ມຢູ່ໃນລະດັບສູງເປັນປະຫວັດສາດທ່າມກາງສະພາບອາກາດທີ່ຮ້ອນແຮງ.

ຄຳສັ່ງຫ້າມຊົ່ວຄາວໃນເມືອງເຄນ ແລະ ເມືອງຊັສເຊັກ ທາງພາກໃຕ້ຂອງອັັງກິດຈະມີຜົນບັງຄັບໃຊ້ໃນວັນທີ 26 ມິຖຸນານີ້ ຂະນະທີ່ນັກພະຍາກອນອາກາດຄາດວ່າ ລະດູຮ້ອນໃນປີນີ້ຈະມີຝົນຕົກພຽງເລັກນ້ອຍ. ບໍລິສັດ South East Water ລະບຸວ່າ: ຄວາມຕ້ອງການນໍ້າດື່ມໃນເດືອນນີ້ມີຫຼາຍເປັນປະຫວັດສາດ ເຖິງແມ່ນວ່າທາງບໍລິສັດຈັດຫານ້ຳດື່ມເພີ່ມອີກ 120 ລ້ານລິດຕໍ່ວັນ. ທ່ານ ເດວິດ ຮິນຕັນ ຜູ້ບໍລິຫານສູງສຸດຂອງບໍລິສັດ South East Water ກ່າວວ່າ: ສະຖານະການຮອບນີ້ເກີດຂຶ້ນໄວກວ່າປີທີ່ຜ່ານມາ ເຖິງແມ່ນວ່າເຮົາຈະຂໍໃຫ້ລູກຄ້າໃຊ້ນ້ຳໃນສິ່ງທີ່ຈຳເປັນເທົ່ານັ້ນ ແຕ່ມັນເປັນເລື່ອງທີ່ໜ້າເສຍໃຈທີ່ຂະນະນີ້ພວກເຮົາບໍ່ມີທາງເລືອກອື່ນ ນອກຈາກປະກາດຂໍ້ຈຳກັດການຫ້າມໃຊ້ນ້ຳຊົ່ວຄາວ ເພື່ອປົກປ້ອງນ້ຳໃນເມືອງເຄນ ແລະ ເມືອງຊັສເຊັກ. ຂະນະທີ່ບໍລິສັດ South East Water ຊຶ່ງຈັດຫານໍ້າໃນມົນທົນເຄນໄດ້ປະກາດເຕືອນເມື່ອທ້າຍອາທິດຜ່ານມາວ່າ ຄວາມຕ້ອງການນ້ຳໃນມົນທົນຫຼາຍເກີນກວ່າການສະໜອງ.

ການຫ້າມໃຊ້ສາຍຢາງ ຫຼື ທີ່ເອີ້ນຢ່າງເປັນທາງການວ່າ: ການຫ້າມໃຊ້ນ້ຳຊົ່ວຄາວຖືກໃຊ້ໂດຍບໍລິສັດນ້ຳຫຼາຍແຫ່ງ ເພື່ອຈັດຫານ້ຳໃນໄລຍະເວລາທີ່ມີຄວາມຕ້ອງການສູງ ແຕ່ມີປະລິມານນ້ຳເຫຼືອນ້ອຍ ໂດຍພວກເຂົາຈຳກັດການໃຊ້ງານທີ່ບໍ່ຈຳເປັນເຊັ່ນ: ການຫົດສວນ, ການຕື່ມນ້ຳໃນສະ ຫຼື ການລ້າງລົດດ້ວຍສາຍຢາງ ຊຶ່ງຜູ້ຝ່າຝືນຄຳສັ່ງອາດຈະຖືກປັບໄໝສູງເຖິງ 1.000 ປອນສະເຕີລິງ (Pound Sterling).

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments