Wednesday, October 23, 2024
Homeທຸລະກິດໄລຍະທ້າຍສະໄໝ ແຂວງວຽງຈັນ ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວ 4,6%

ໄລຍະທ້າຍສະໄໝ ແຂວງວຽງຈັນ ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວ 4,6%

ໃນໄລຍະ 2 ປີເຄິ່ງທ້າຍສະໄໝ ແຂວງວຽງຈັນ ຈະສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວ 4,6%, ໃນຂະນະດຽວກັນຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ອີກ 600 ຕື້ກີບ, ລວມ 5 ປີໃຫ້ໄດ້ 1.257,​75 ຕື້ກີບ (ບໍ່ລວມພູດສູນກາງ), ຄາດວ່າຈະເກີນແຜນ 33,74% ຂອງແຜນ (ແຜນ​ການ 940,44 ຕື້​ກີບ) ໃນນັ້ນຈະສູ້​ຊົນ​ລະ​ດົມ​ທຶນ​ຕາມຄວາມຕ້ອງການຂອງ​ການລົງທຶນ​ ໃຫ້​ໄດ້ຕື່ມ​ອີກ 5.978,20 ຕື້ກີບ, ເທົ່າກັບ 60,36% ຂອງ​ແຜນ 5 ປີ (ແຜນ 9.905 ຕື້ກວ່າ​ກີບ).

ທ່ານ ດາວ​ເຮືອງ ນັນ​ທາ​ວົງ ຄະ​ນະ​ປະ​ຈຳ​ພັກ​ແຂວງ ຮອງເຈົ້າແຂວງວຽງຈັນ ໄດ້ລາຍງານຕໍ່​ກອງ​ປະ​ຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມກາງສະໄໝ ແລະ ທິດທາງຈຸດສຸມ 2 ປີເຄິ່ງທ້າຍສະໄໝ ຂອງແຂວງວຽງຈັນ ໃຫ້ຮູ້ວ່າ: ສຳລັບແຜນພັດທະນາເສດຖະກິດ-ສັງຄົມ 2 ປີ ເຄິ່ງ (2023-2025) ໄດ້ກໍານົດທິດທາງການພັດທະນາເສດຖະກິດ-​ສັງ​ຄົມ ໂດຍ​ອີງໃສ່ການ​ຜັນ​ຂະ​ຫຍາຍ​ແຜນ 5 ປີ ຄັ້ງ​ທີ VI (2021-2025) ຂອງ​ແຂວງວຽງ​ຈັນ ຊຶ່ງຈະ​ສຸມ​ໃສ່​ປະ​ຕິ​ບັດບັນດາ​ຄາດ​ໝາຍ ແລະ ​ແຜນວຽກ​ຈຸດ​ສຸມ ​ຕາມ​ຄວາມ​ອາດ​ສາ​ມາດ, ທ່າ​ແຮງ​ ໂດຍຈະສືບຕໍ່ພັດທະນາເສດຖະກິດ-ສັງຄົມຂອງແຂວງ ໂດຍສະເພາະການປະຕິບັດຄາດໝາຍ, ​ເປົ້າໝາຍ, ຕົວຊີ້ບອກ ໃຫ້ບັນລຸເງື່ອນໄຂຫຼຸດພົ້ນອອກຈາກຄວາມທຸກຍາກຢ່າງໜັກແໜ້ນ, ປະຊາຊົນມີຄວາມ​ສຸກ, ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ມິີຄວາມ​ເຂັ້ມ​ແຂງ​ເພິ່ງ​ຕົນ​ເອງ​ໄດ້. ໃນນັ້ນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າ​ດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃຫ້​ມີ​ຜົນ​ສຳ​ເລັດ, ສືບ​ຕໍ່ສົ່ງເສີມການ​ສ້າງ​ພື້ນ​ຖານການຜະລິດ ແລະ ການບໍລິການ ທີ່ເປັນປາຍແ​ຫຼມຕາມແລວເສດຖະກິດ 443 ຂອງແຂວງໃຫ້ມີຄວາມເຂັ້ມແຂງ​ເປັນ​ຮູບ​ປະ​ທຳເທື່ອລະກ້າວ ແລະ ຫັນ​ໄປ​ສູ່​ການ​ຄຸ້ມ​ຄອງ​ລັດ ແລະ ຄຸ້ມ​ຄອງ​ສັງ​ຄົມ​ດ້ວຍ​ລະບຽບ​ກົດ​ໝາຍ​ໃຫ້​ໜັກ​ແໜ້ນກວ່າເກົ່າ, ສືບຕໍ່ຮັກສາ​ສະຖຽນລະ​ພາບທາງການເມືອງທີ່​ໜັກ​ແໜ້ນ, ສັງ​ຄົມ​ມີ​ຄວາມ​ສະ​ຫງົບ​ປອດ​ໄພ, ສະຫງົບສຸກ ແລະ ມີຄວາມສາມະຄີປອງດອງ, ຄຸ້ມ​ຄອງ​ການ​ລົງ​ທຶນຂອງລັດ ແລະ ເອ​ກະ​ຊົນໃຫ້​ໜັກ​ແໜ້ນ, ຮັບ​ປະ​ກັນເກັບ​​ລາຍ​ຮັບ​ງົບ​ປະ​ມານ​ແຫ່ງ​ລັດໃຫ້​ຄົບຖ້ວນ-ຄຸ້ມຄອງລາຍຈ່າຍຢ່າງຮັດກຸມ, ສ້າງ​ເງື່ອນ​ໄຂ​ເອື້ອ​ອຳ​ນວຍໃຫ້​ທຸລະ​ກິດ​ຄອບ​ຄົວ, ທຸ​ລະ​ກິດຂະ​ໜາດ​ນ້ອຍ, ຂະໜາດກາງ (SMEs)​ ​ສາມາດເຂົ້າ​ເຖິງ​ແຫຼ່ງທຶນ ເພື່ອການຜະລິດ ​ແລະ ​ບໍ​ລິ​ການ ຕາມແລວທາງລົດໄຟລາວ-ຈີນ ໃຫ້ຫຼາຍຂຶ້ນ, ເອົາໃຈໃສ່ປົກປັກຮັກສາສິ່ງແວດລ້ອມ ແລະ ຄຸ້ມຄອງນໍາໃຊ້ຊັບພະຍາກອນທໍາມະຊາດຢ່າງສົມເຫດສົມຜົນ, ປະຢັດ ແລະ ມີປະສິດທິຜົນສູງສຸດ. ຄ່ຽງຄູ່ກັບພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບດີຂຶ້ນຕື່ມ, ສືບຕໍ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ແລະ ວຽກງານ 3 ສ້າງໃຫ້ແຂງແຮງ ແລະ ເຂົ້າສູ່ລວງເລິກຂຶ້ນຕື່ມ ​ໂດຍ​ການ​ສ້າງ​ເປັນ​ແຜນ​​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ຂອງ​ແຂວງ​ໃຫ້​ເປັນ​ຮູບ​ປະ​ທຳ​ເທື່ອ​ລະ​ກ້າວ.

ສຸມ​ໃສ່ລະດົມທຶນຈາກແຫຼ່ງທຶນຕ່າງໆເພື່ອເຮັດໃຫ້ເສດຖະກິດຂະຫຍາຍຕົວໃຫ້​ບັນ​ລຸ 4,6%, ຮອດ​ປີ 2025​ ເສດຖະກິດ​ຂະຫຍາຍຕົວ 5%, ລວມຍອດຜະລິດຕະພັນພາຍ (GDP)​​ ໃນ​ປີ 2025 ​ໃຫ້​ໄດ້ 11.466 ຕື້ກີບ, ສະເລ່ຍຕໍ່ຫົວ 23,52 ລ້ານກີບ/ປີ ຫຼື​ ເທົ່າ​ກັບ 1.519 ໂດລາ, ໃນ​ນັ້ນຂົງ​ເຂດ​ກະ​ສິ​ກຳ-ປ່າ​ໄມ້ ຂະ​ຫຍາຍ​ຕົວ 4% ກວມ​ເອົາ 33,76% ຂອງ (GDP)​​ ມີ​ມູນ​ຄ່າ 3.360 ຕື້​ກີບ, ຂົງ​ເຂດ​ອຸດ​ສາ​ຫະ​ກຳ ຂະ​ຫຍາຍ​ຕົວ 5,7% ກວມ​ເອົາ 36,75% ຂອງ (GDP)​​ ມີມູນ​ຄ່າ 1.417 ຕື້​ກີບ, ຂົງ​ເຂດ​ການ​ບໍ​ລິ​ການຂະ​ຫຍາຍ​ຕົວ 5% ກວມ​ເອົາ 27,32% ຂອງ (GDP)​​ ມີ​ມູນ​ຄ່າ 2.718 ຕື້​ກີບ, ພາ​ສີ​ອາ​ກອນ​ຜະ​ລິດ​ຕະ​ພັນ ແລະ ຂາ​ເຂົ້າ​ສຸດ​ທິຂະ​ຫຍາຍ​ຕົວ 0,9% ກວມ​ເອົາ 2,15% ຂອງ (GDP)​​ ເທົ່າ​ກັບ​ມູນ​ຄ່າ 213 ຕື້​ກີບ.

ໃນຂະນະດຽວກັນຈະສູ້ຊົນເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ອີກ 600 ຕື້ກີບ, ລວມ 5 ປີໃຫ້ໄດ້ 1.257,​75 ຕື້ກີບ (ບໍ່ລວມພູດສູນກາງ), ຄາດວ່າຈະເກີນແຜນ 33,74% ຂອງແຜນ (ແຜນ​ການ 940, 44 ຕື້​ກີບ), ກວມ​ເອົາ 10,98% ຂອງ GDP ​ແລະ ຄຸ້ມ​ຄອງ​ລາຍ​ຈ່າຍ​ໃຫ້ໄດ້ອີກ 1.686,15 ຕື້ກີບ, ຮອດ​ປີ 2025 ໃຫ້ໄດ້ 3.198,27 ຕື້ກີບ, ເທົ່າກັບ 100% ຂອງແຜນການ, ງົບປະມານຈະຂາດດຸນອີກ 1.330,17 ຕື້ກີບ, ລວມ 5 ປີ ຂາດດຸນ 2.257,82 ຕື້ກີບ, ສູ້​ຊົນ​ລະ​ດົມ​ທຶນ​ຕາມຄວາມຕ້ອງການລົງທຶນ​ຂອງ​ແຂວງ ໃນ​ໄລ​ຍະ 2 ປີເຄິ່ງ (2023-2025) ໃຫ້​ໄດ້ຕື່ມ​ອີກ 5.978, 20 ຕື້ກີບ, ເທົ່າກັບ 60,36% ຂອງ​ແຜນ 5 ປີ (ແຜນ 9.905 ຕື້ກວ່າ​ກີບ), ໃນນີ້ ທຶນຈາກງົບປະມານຂອງລັດ ຄາດວ່າຈະໄດ້ຮັບງົບປະມານຈາກສູນກາງ 375,​78 ຕື້ກີບ, ກວມເອົາ 53,​84% ຂອງທຶນທັງໝົດ, ໂດຍຈະສຸມໃສ່ໂຄງການສືບຕໍ່ ທີ່ບໍ່ທັນສໍາເລັດໃຫ້ສໍາເລັດ, ແກ້ໄຂໜີ້ສິນຜ່ານມາ ແລະ ສົມທົບທຶນກັບໂຄງການຊ່ວຍເຫຼືອຈາກຕ່າງປະເທດ, ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ຄາດວ່າຈະໄດ້ຮັບການຊ່ວຍເຫຼືອຕື່ມ​ອີກ​ມູນ​ຄ່າ 603,12 ຕື້ກີບ, ກວມເອົາ 72,06% ຂອງທຶນທັງໝົດ; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ຄາດວ່າຈະມີການລົງທຶນມູນ​ຄ່າ 4.999,30 ຕື້ກີບ, ກວມເອົາ 59, 73% ຂອງທຶນທັງໝົດ.

ໂດຍ: ສຳນານ ພົມພັກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments