Wednesday, October 23, 2024
Homeຂ່າວພາຍໃນມອບ-ຮັບ ອາຄານຄະນະເຕັກໂນໂລຊີຂໍ້ມູນຂ່າວສານ

ມອບ-ຮັບ ອາຄານຄະນະເຕັກໂນໂລຊີຂໍ້ມູນຂ່າວສານ

ພິທີມອບ-ຮັບ ອາຄານຈຳນວນ 3 ຫຼັງ ຂອງມະຫາວິທະຍາໄລສະຫວັນນະເຂດ ວິທະຍາເຂດໜອງຜື (ພູດທີ 2) ໄດ້ຈັດຂຶ້ນໃນວັນທີ 24 ມິຖຸນາ ຜ່ານມາ ທີ່ແຂວງ ສະຫວັນນະເຂດ ຢ່າງເປັນທາງການ ຊຶ່ງໂຄງການດັ່ງກ່າວແມ່ນກໍ່ສ້າງໂດຍ ບໍລິສັດ ຊຽງໄຮ່ ກໍ່ສ້າງຫຸ້ນສ່ວນ ຈໍາກັດ. ໂດຍມີ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ, ທ່ານ ສາຍຂອງ ສາຍນາສິນ ຫົວໜ້າກົມ ຫົວໜ້າຄະນະຮັບຜິດຊອບໂຄງການ SSHEP(D-PIU), ທ່ານ ສຸລິຍົງ ໄຊໂກສີ ຮັກສາການອະທິການບໍດີ ມະຫາວິທະຍາໄລ ສະຫວັນນະເຂດ, ມີຕົວເເທນ ບໍລິສັດ ຊຽງໄຮ່ ກໍ່ສ້າງຫຸ້ນສ່ວນ ຈໍາກັດ ແລະ ບັນດາແຂກທີ່ກ່ຽວຂ້ອງທັງສູນກາງ ແລະ ຂັ້ນແຂວງເຂົ້າຮ່ວມ.

ໃນພິທີ, ທ່ານ ຈາງ ລຽງ (Zhang Liang) ຕາງໜ້າໃຫ້ແກ່ ບໍລິສັດ ຊຽງໄຮ່ ກໍ່ສ້າງຫຸ້ນສ່ວນ ຈໍາກັດ ໄດ້ກ່າວວ່າ: ໂຄງການກໍ່ສ້າງອາຄານ 3 ຫຼັງ ຂອງມະຫາວິທະຍາໄລສະຫວັນນະເຂດ ວິທະຍາເຂດໜອງຜື (ພູດທີ 2) ເປັນໂຄງການກໍ່ສ້າງທີ່ຢູ່ພາຍໃຕ້ທຶນຂອງທະນາຄານພັດທະນາອາຊີ (ADB), ເພື່ອສົ່ງເສີມໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການສຶກສາຊັ້ນສູງໄລຍະທີ 2. ສັນຍາດັ່ງກ່າວລວມມີການກໍ່ສ້າງຕຶກຄະນະເຕັກໂນໂລຊີຂໍ້ມູນຂ່າວສານ, ຕຶກຫ້ອງທົດລອງ ແລະ ຕຶກຫໍພັກນັກສຶກສາ, ພ້ອມກັນນີ້ຍັງມີວຽກການຕິດຕັ້ງໄຟຟ້າ, ນໍ້າໃຊ້ ແລະ ວຽກຕົກແຕ່ງ ຊຶ່ງເນື້ອທີ່ກໍ່ສ້າງ 12.300 ກິໂລຕາແມັດ. ບໍລິສັດ ຊຽງໄຮ່ ກໍ່ສ້າງຫຸ້ນສ່ວນ ຈໍາກັດ ມີຄວາມຮັບຜິດຊອບ ແລະ ພະຍາຍາມສູງ ເຖິງແມ່ນວ່າການກໍ່ສ້າງແມ່ນຢູ່ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19, ອັດຕາແລກປ່ຽນມີການເໜັງຕີງ, ການສະໜອງວັດສະດຸບໍ່ທ່ວງທັນເນື່ອງຈາກການຈຳກັດການເດີນທາງເຂົ້າ-ອອກລະຫວ່າງປະເທດ ແລະ ບັນຫາອື່ນໆທີ່ສົ່ງຜົນກະທົບຕໍ່ກັບການດໍາເນີນການກໍ່ສ້າງໂຄງການ, ຜ່ານການຈັດຕັ້ງປະຕິບັດຕົວຈິງ ອີງໃສ່ປະສົບການທາງດ້ານເຕັກນິກວິຊາສະເພາະ ແລະ ຄວາມສາມາດໃນການປະຕິບັດຂອງບໍລິສັດ ເຮັດໃຫ້ການກໍ່ສ້າງສໍາເລັດກ່ອນກໍານົດເປັນເວລາ 3 ເດືອນ. ມາຮອດປັດຈຸບັນທັງ 3 ອາຄານ ແມ່ນພ້ອມເເລ້ວທີ່ຈະໃຫ້ຄູ-ອາຈານ ແລະ ນັກສຶກສາໄດ້ຊົມໃຊ້ຕຶກອາຄານຮຽນທີ່ທັນສະໄໝ.

ທ່ານ ສຸລິຍົງ ໄຊໂກສີ ກ່າວວ່າ: ໂຄງການນີ້ ແມ່ນຈະອໍານວຍຄວາມສະດວກຫຼາຍຂຶ້ນໃຫ້ແກ່ການປະຕິບັດໂຄງການຫຼັກສູດ, ການຈັດການຮຽນ-ການສອນ ໂດຍນຳໃຊ້ເຕັກໂນໂລຊີສະໄໝ ແລະ ຈະເຮັດໃຫ້ ຄູ-ອາຈານ ແລະ ນັກສຶກສາ ມີຄວາມກະຕືລືລົ້ນໃນການຮຽນ, ການສອນ ແລະ ການຄົ້ນຄວ້າຫຼາຍຂຶ້ນ. ພ້ອມກັນນີ້, ເພື່ອໃຫ້ຕຶກອາຄານໄດ້ຖືກນຳໃຊ້ໃຫ້ສະດວກສະບາຍຍິ່ງຂຶ້ນ, ບໍລິສັດຍັງປະກອບສ່ວນອຸປະກອນລາຍການອື່ນທີ່ບໍ່ມີຢູ່ໃນສັນຍາໃຫ້ແກ່ມະຫາວິທະຍາໄລສະຫວັນນະເຂດອີກດ້ວຍ.

ໃນໂອກາດນີ້, ທ່ານ ບຸນໂຈມ ອຸບົນປະເສີດ ກໍໄດ້ສະເໜີໃຫ້ຄະນະນຳ, ພະນັກງານ ແລະ ຄູ-ອາຈານ ຂອງມະຫາວິທະຍາໄລສະຫວັນນະເຂດ ໃຫ້ພ້ອມກັນປົກປັກຮັກສາ ແລະ ນຳໃຊ້ພື້ນຖານໂຄງລ່າງໃໝ່ ທີ່ມະຫາວິທະຍາໄລຫາກໍໄດ້ຮັບ; ມີຕຶກທີ່ທັນສະໄໝ ແລະ ມີອຸປະກອນທົດລອງຄົບແລ້ວ, ໃຫ້ເອົາໃຈໃສ່ສ້າງສະພາບແວດລ້ອມທີ່ສວຍງາມ-ກຳນົດເຂດພັດທະນາ ແລະ ເຂດປ່າຟື້ນຟູ ໃຫ້ກັບມາເປັນປອດຂອງມະຫາວິທະຍາໄລ, ໃນອະນາຄົດມະຫາວິທະຍາໄລສະຫວັນນະເຂດ ຕ້ອງເລັ່ງໃສ່ພັດທະນາຕາມແຜນແມ່ບົດຂອງມະຫາວິທະຍາໄລ, ສ້າງກໍາລັງເເຮງງານທີ່ມີຄຸນະພາບຕອບສະຫນອງໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງສະຫວັນນະເຂດ ແລະ ບັນດາແຂວງພາກກາງ, ອົງການປົກຄອງແຂວງຈະສະໜັບສະໜູນໃຫ້ແກ່ພາກສ່ວນທີ່ມາລົງທຶນຢູ່ແຂວງສະຫວັນນະເຂດ ໄດ້ຮ່ວມມືກັບມະຫາວິທະຍາໄລໃຫ້ຫຼາຍຂຶ້ນ, ພັດທະນາຫຼັກສູດທີ່ມີຢູ່ໃຫ້ທັນສະໄໝ ແລະ ເພີ່ມທະວີການຮ່ວມມືກັບສະຖານຜູ້ປະກອບການ – ບໍລິສັດທີ່ຢູ່ໃນເຂດເສດຖະກິດພິເສດ, ພັດທະນາມະຫາວິທະຍາໄລສະຫວັນນະເຂດໃຫ້ເປັນວິທະຍາເຂດສີຂຽວ-ເປັນວິທະຍາເຂດແຫ່ງການຮຽນຮູ້ ແລະ ທັນສະໄໝ; ພ້ອມດຽວກັນນີ້ ໃນໂອກາດທີ່ບໍລິສັດ ຊຽງໄຮ ກໍ່ສ້າງຫຸ້ນສ່ວນ ຈໍາກັດ ໄດ້ຮັບການສ້າງຕັ້ງ ຄົບຮອບ 70 ປີ ໃນເດືອນນີ້, ທ່ານ ໄດ້ອວຍພອນໃຫ້ບໍລິສັດ ມີການຈະເລີນເຕີບໃຫຍ່ໃນການດຳເນີນທຸລະກິດຢູ່ ສປປ ລາວ ກໍຄືໃນທົ່ວໂລກ.

ໃນໂອກາດນີ້, ທ່ານເຈົ້າແຂວງກໍໄດ້ລັ່ນຄ້ອງ 9 ບາດ ເພື່ອເປັນສິລິມຄຸນ ໃນການເປີດນຳໃຊ້ອາຄານໃໝ່ທັງສາມຫຼັງຂອງມະຫາວິທະຍາໄລສະຫວັນນະເຂດ ຢ່າງເປັນທາງການ.ຂ່າວ-ພາບ: ແຂວງສະຫວັນນະເຂດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments