Wednesday, October 23, 2024
Homeຂ່າວກິລາອີຕາລີ ຊະນະ ຈີນ 3-0 ເຊັດ ບານສົ່ງຊາຍເນຊັນ ລີກ 2023

ອີຕາລີ ຊະນະ ຈີນ 3-0 ເຊັດ ບານສົ່ງຊາຍເນຊັນ ລີກ 2023

ການແຂ່ງຂັນບານສົ່ງຊາຍ ເນຊັນ ລີກ 2023 ໃນລະຫວ່າງວັນທີ 22-23 ມິຖຸນາ 2023 ເປັນການແຂ່ງຂັນໃນອາທິດທີ 2 ມີການລົງສະໜາມທັງໝົດ 6 ຄູ່ ຂອງ 2 ກຸ່ມ ໃນນີ້ກຸ່ມ 3 ແຂ່ງຂັນທີ່ເມືອງຣັອດເຕີດຳ ປະເທດໂຮນລັງ. ສ່ວນກຸ່ມ 4 ແຂ່ງຂັນທີ່ເມືອງອໍເລອັອງ ປະເທດຝຣັ່ງ.

ຄູ່ທຳອິດ ກຸ່ມ 3 ໃນວັນທີ 22 ມິຖຸນາ 2023 ທີມຊາດຈີນ ລົງສະໜາມພົບກັບ ທີມຊາດອີຕາລີ ຜົນປະກົດວ່າ ເກມນີ້ ອີຕາລີ ກັບມາສ້າງຜົນງານໄດ້ດີເອົາຊະນະໄປໄດ້ 3-0 ເຊັດ 25-13, 25-19 ແລະ 26-24 ຄະແນນ. ສ່ວນຄູ່ທີສອງ ທີມຊາດແຊກບີ ພົບກັບ ທີມຊາດເຢຍລະມັນ ຜົນການແຂ່ງຂັນປະກົດວ່າ ແຊກບີ ເອົາຊະນະໄປໄດ້ 3-1 ເຊັດ 25-21, 20-25, 25-23 ແລະ 25-23 ຄະແນນ ແລະ ຄູ່ທີສາມ ທີມຊາດໂຮນລັງ ພົບກັບ ທີມຊາດໂປໂລຍ ຜົນການແຂ່ງຂັນປະກົດວ່າ ໂປໂລຍ ເອົາຊະນະໄປໄດ້ 3-2 ເຊັດ 25-22, 18-25, 25-18, 22-25 ແລະ 11-15 ຄະແນນ.

ຂະນະທີ່ກຸ່ມ 4 ຄູ່ທຳອິດ ທີມຊາດຍີ່ປຸ່ນ ພົບກັບ ທີມຊາດເບຣຊິນ ຜົນການແຂ່ງຂັນປະກົດວ່າ ຍີ່ປຸ່ນ ເອົາຊະນະໄປໄດ້ 3-2 ເຊັດ 25-23, 25-21, 18-25, 22-25 ແລະ 18-16 ຄະແນນ, ຄູ່ທີສອງ ທີມຊາດການາດາ ພົບກັບ ທີມຊາດບຸນກາຣີ ຜົນການແຂ່ງຂັນປະກົດວ່າ ທີມຊາດການາດາ ເອົາຊະນະໄປໄດ້ 3-1 ເຊັດ 22-25, 25-23, 25-22 ແລະ 25-20 ຄະແນນ ແລະ ຄູ່ສຸດທ້າຍ ທີມຊາດສະໂລວີນີ ພົບກັບ ທີມຊາດກຸຍບາ ຜົນການແຂ່ງຂັນປະກົດວ່າ ສະໂລວີນີ ເອົາຊະນະໄປໄດ້ 3-1 ເຊັດ 22-25, 25-15, 25-16 ແລະ 25-19 ຄະແນນ.

ຮຽບຮຽງໂດຍ: ພອນເພັດ ບຸນຄ້ຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments