Monday, October 21, 2024
Homeສຶກສາຮອງລັດຖະມົນຕີ ສສກ ຕິດຕາມການສອບເສັງຈົບ ມ.7 ສົກຮຽນນີ້ ທີ່ແຂວງຄໍາມ່ວນ

ຮອງລັດຖະມົນຕີ ສສກ ຕິດຕາມການສອບເສັງຈົບ ມ.7 ສົກຮຽນນີ້ ທີ່ແຂວງຄໍາມ່ວນ

ທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ (ສສກ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວເຮັດວຽກງານ ແລະ ຕິດຕາມການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ສົກຮຽນ 2022-2023 ທີ່ແຂວງຄໍາມ່ວນ ໃນລະຫວ່າງວັນທີ 22-23 ມິຖຸນາ 2023 ທີ່ສູນເຕັກໂນໂລຊີສື່ສານ-ຂໍ້ມູນຂ່າວສານ (ICT) ໂຮງຮຽນມັດທະຍົມຕອນປາຍທ່າແຂກ ເມືອງທ່າແຂກ ໂດຍໃຫ້ການຕ້ອນຮັບຂອງທ່ານ ນັນຕະໄຊ ອິນທະສອນ ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ພ້ອມດ້ວຍຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ຜູ້ຊີ້ນຳການສອບເສັງປະຈຳແຂວງຄຳມ່ວນ, ຄະນະພະແນກ, ຄະນະກຳມະການຊີ້ນຳສູນສອບເສັງຂັ້ນແຂວງ, ຂັ້ນເມືອງ ຕະຫຼອດຮອດຄະນະກຳມະການຄວບຄຸມຫ້ອງສອບເສັງ, ບັນດາຜູ້ອໍານວຍການໂຮງຮຽນອ້ອມຂ້າງທີ່ຂຶ້ນກັບພະແນກ, ພະນັກງານ ຄູອາຈານ ແລະ ນ້ອງນັກຮຽນ.

ໂອກາດດັ່ງກ່າວ, ທ່ານ ນັນຕະໄຊ ອິນທະສອນ ໄດ້ລາຍງານຫຍໍ້ການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ສົກຮຽນ 2022-2023 ວ່າ: ໃນສົກຮຽນນີ້ ທົ່ວແຂວງຄຳມ່ວນ ມີໂຮງຮຽນມັດທະຍົມສຶກສາທັງໝົດ 139 ແຫ່ງ (ມັດທະຍົມສຶກສາຕອນຕົ້ນ 76 ແຫ່ງ, ມັດທະຍົມສຶກສາສົມບູນ 60 ແຫ່ງ ແລະ ມັດທະຍົມສຶກສາຕອນປາຍ 3 ແຫ່ງ. ໃນນັ້ນ, ມີໂຮງຮຽນເອກະຊົນ 4 ແຫ່ງ), ມີຈຳນວນນັກຮຽນມັດທະຍົມສຶກສາທັງໝົດແຕ່ ມ.1-ມ.7 ຕົ້ນປີ 29.728 ຄົນ, ຍິງ 15.615 ຄົນ (ນັກຮຽນມັດທະຍົມຕອນຕົ້ນ 21.597 ຄົນ, ຍິງ 11.707 ຄົນ, ນັກຮຽນມັດທະຍົມຕອນປາຍ 8.131 ຄົນ, ຍິງ 3.908 ຄົນ. ໃນນີ້, ມີນັກຮຽນພາກເອກະຊົນທັງມັດທະຍົມຕອນຕົ້ນ ແລະ ມັດທະຍົມຕອນປາຍ 430 ຄົນ, ຍິງ 217 ຄົນ, ຄິດເປັນ 1,45%), ມີຈໍານວນຄູລັດ ທັງໝົດ 1.749 ຄົນ, ຍິງ 1.037 ຄົນ. ໃນນັ້ນ, ແບ່ງເປັນຄູສອນຊັ້ນມັດທະຍົມສຶກສາຕອນຕົ້ນ 1.159 ຄົນ, ຍິງ 701 ຄົນ ແລະ ຄູສອນຊັ້ນມັດທະຍົມສຶກສາຕອນປາຍ 595 ຄົນ, ຍິງ 337 ຄົນ, ຄູບໍ່ມີເງິນເດືອນ 166 ຄົນ, ຍິງ 106 ຄົນ, ຄູບໍ່ໄດ້ສອນ (ຄູບໍລິຫານ) 10 ຄົນ, ຍິງ 7 ຄົນ ແລະ ມີຈໍານວນຫ້ອງຮຽນທັງໝົດ 1.093 ຫ້ອງ. ໃນນີ້, ຫ້ອງຮຽນຊັ້ນມັດທະຍົມຕອນຕົ້ນ 782 ຫ້ອງ ແລະ ຫ້ອງຮຽນຊັ້ນມັດທະຍົມຕອນປາຍ 311 ຫ້ອງ.

ໃນສົກຮຽນນີ້, ທົ່ວແຂວງຄໍາມ່ວນ ມີຈຳນວນນັກຮຽນຊັ້ນມັດທະຍົມສຶກສາຕອນປາຍ (ມ.7) ຕົ້ນປີຈໍານວນ 2.487 ຄົນ, ຍິງ 1.157 ຄົນ, ມີໜ້າສອບເສັງຕົວຈິງຈໍານວນ 2.382 ຄົນ, ຍິງ 1.132 ຄົນ, ທຽບໃສ່ສົກຮຽນ 2021-2022 ຫຼຸດລົງ 393 ຄົນ, ມີສູນສອບເສັງ 17 ສູນ, ມີຫ້ອງສອບເສັງ 127 ຫ້ອງ ທຽບໃສ່ສົກຮຽນ 2021-2022 ຫຼຸດລົງ 18 ຫ້ອງ, ຈໍານວນນັກຮຽນປະລະ 105 ຄົນ ທຽບໃສ່ສົກ 2021-2022 ຫຼຸດລົງ 3,36%.

ນອກຈາກນີ້, ໃນພິທີ ທ່ານ ນາງ ຂັນທະລີ ສີຣິພົງພັນ ໄດ້ມີຄໍາຄິດເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ຄະນະກຳມະການຊີ້ນຳສູນສອບເສັງຂັ້ນແຂວງ, ຂັ້ນເມືອງ, ຕະຫຼອດຮອດຄະນະກຳມະການຄວບຄຸມຫ້ອງສອບເສັງ ຈົ່ງໄດ້ເອົາໃຈໃສ່ເພີ່ມຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕາມການມອບໝາຍໃຫ້ໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ ແລະ ຫຼີກລ່ຽງບໍ່ໃຫ້ມີປະກົດການຫຍໍ້ທໍ້ເກີດຂຶ້ນຕາມມາ. ພ້ອມກັນນັ້ນ, ທ່ານຍັງຖືໂອກາດນີ້ຕັດຊອງຫົວບົດສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ກຸ່ມວິຊາວິທະຍາສາດທໍາມະຊາດ.

ໂດຍ ສຸກຕາ ສກຂ ຄໍາມ່ວນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments