Monday, October 21, 2024
Homeຂ່າວພາຍໃນອັດຕະປື ສຳເລັດການຮຽນ - ການສອນໃຫ້ແກ່ນັກຮຽນກໍ່ສ້າງນາຍສິບ

ອັດຕະປື ສຳເລັດການຮຽນ – ການສອນໃຫ້ແກ່ນັກຮຽນກໍ່ສ້າງນາຍສິບ

ໂຮງຮຽນການທະຫານທ້ອງຖິ່ນ ແຂວງອັດຕະປື ໄດ້ຈັດພິທີສະຫຼຸບວຽກງານຜົນການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ-ການສອນໃຫ້ແກ່ນັກຮຽນກໍ່ສ້າງນາຍສິບທະຫານຮາບຊຸດທີ Vlll ໂຄງການຫຼັກສູດລະບົບ 1 ປີ ປະຈໍາສົກປີ 2022 – 2023 ຂຶ້ນ ໃນວັນທີ 20 ມິຖຸນາ ຜ່ານມາ ທີ່ສະໂມສອນໂຮງຮຽນດັ່ງກ່າວ ພາຍໃຕ້ການເປັນປະທານຂອງ ສະຫາຍ ພັອ ບຸນຈັນ ສີຫາວົງ ຮອງເລຂາຄະນະພັກກອງບັນຊາການ ຫົວໜ້າການທະຫານກອງບັນຊາການທະຫານແຂວງອັດຕະປື, ມີຄະນະພັກ – ຄະນະບັນຊາອົງການ 5 ຫ້ອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພັຕ ກໍລະກັນ ແສນກັນຍາ ຄະນະພັກຮາກຖານ ຮອງການທະຫານໂຮງຮຽນການທະຫານທ້ອງຖິ່ນກໍໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາຄືນໝາກຜົນການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ – ການສອນ ໃຫ້ແກ່ນັກຮຽນກໍ່ສ້າງນາຍສິບທະຫານຮາບຊຸດທີ Vlll ໂຄງການຫຼັກສູດລະບົບ 1 ປີ ປະຈຳສົກປີ 2022 – 2023 ຊຶ່ງໄດ້ຍົກໃຫ້ເຫັນເຖິງຜົນໄດ້ຮັບໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ ເຫັນວ່າຄະນະພັກ-ຄະນະອຳນວຍການໂຮງຮຽນຕະຫຼອດຮອດພະນັກງານຄູ-ອາຈານແຕ່ລະສະຫາຍໄດ້ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າລົງໃກ້ຊິດຕິດແທດເຂົ້າໃນທຸກຂະບວນການວຽກງານການສິດສອນຮ່ຳຮຽນດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມຶອງຂອງຕົນ, ໄດ້ມີການຕິດຕາມກວດກາ, ມີຄວາມຕັດສິນໃຈສູງ ແລະ ມີຄວາມເອກະພາບກັນໃນໝູ່ຄະນະ ເຮັດໃຫ້ນັກຮຽນແຕ່ລະສະຫາຍໄດ້ມີແນວຄິດຫຼັກໝັ້ນອຸ່ນອ່ຽນທຸ່ນທ່ຽງພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າເຂົ້າໃນການສຶກສາຄົ້ນຄວ້າຮ່ຳຮຽນໂດຍປະຕິບັດຂໍ້ກຳນົດກົດລະບຽບ 7 ລະບອບ 18 ວຽກຂອງກອງທັບກໍຄືກົດລະບຽບເພີ່ມເຕີມຂອງໂຮງຮຽນວາງອອກຢ່າງເຂັ້ມງວດ ຊຶ່ງສະແດງອອກໃນການສອບເສັງຕົວຈິງສາມາດຮັກສາໄດ້ດ້ານຈຳນວນພົນ 100% ສົກປີ 2022-2023 ນີ້, ໂຮງຮຽນການທະຫານທ້ອງຖິ່ນມີນັກຮຽນທັງໝົດ 87 ສະຫາຍ, ຈໍານວນພົນມາຈາກຕ່າງແຂວງ 55 ສະຫາຍ, ພາຍໃນແຂວງ 32 ສະຫາຍ, ມີໜ້າສອບເສັງຕົວຈິງ 87 ສະຫາຍ, ເວລາຮຽນທັງໝົດ 365 ວັນ, ວັນຮຽນຕົວຈິງ 189 ວັນ, ວັນຄົ້ນຄວ້າ 176 ວັນ, ການຮຽນ-ການສອນໄດ້ແບ່ງອອກເປັນ 2 ພາກຄື: ພາກທິດສະດີ – ຫຼັກການ ແລະ ພາກປະຕິບັດຕົວຈິງ ຊຶ່ງປະກອບມີ 3 ໝວດວິຊາຄວາມຮູ້ຄື: ໝວດຄວາມຮູ້ທົ່ວໄປ, ໝວດຄວາມຮູ້ພື້ນຖານດ້ານວິຊາສະເພາະ ແລະ ໝວດຄວາມຮູ້ວິຊາສະເພາະ. ຜ່ານການຈັດຕັ້ງປະຕິບັດໂຄງການຫຼັກສູດການຮຽນ – ການສອນ ໃນໄລຍະ 1 ປີ ສາມາດຕີລາຄາຜົນໄດ້ຮັບທັງພາກທິດສະດີ – ຫຼັກການ ແລະ ພາກປະຕິບັດຕົວຈິງສັງລວມໄດ້ວ່າ: ໝວດວິຊາຄວາມຮູ້ທົ່ວໄປ ສະເລ່ຍຜົນໄດ້ຮັບສາມາດບັນລຸໄດ້ 87%, ໝວດຄວາມຮູ້ພື້ນຖານດ້ານວິຊາສະເພາະ ສະເລ່ຍຜົນໄດ້ຮັບທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງສາມາດບັນລຸໄດ້ 82% ແລະ ໝວດຄວາມຮູ້ວິຊາສະເພາະ ສະເລ່ຍຜົນໄດ້ຮັບທາງພາກທິດສະດີ ແລະ ພາກປະຕິບັດຕົວຈິງສາມາດບັນລຸໄດ້ 83%. ຕີລາຄາຜົນໄດ້ຮັບລວມທັງໝົດ 3 ພາກຄວາມຮູ້ ສາມາດບັນລຸໄດ້ 84%.

ໂອກາດດຽວກັນນີ້, ສະຫາຍ ພັທ ກຸມມານ ດວງບຸບຜາ ຫົວໜ້າພະແນກກໍາລັງພົນ ຫ້ອງເສນາທິການທະຫານແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງອັດຕະປື ວ່າດ້ວຍການເລື່ອນຊັ້ນ – ທຽບຊັ້ນໃຫ້ນັກຮຽນກໍ່ສ້າງນາຍສິບ ຊຸດທີ Vlll ສົກປີ 2022 – 2023 ຢູ່ໂຮງຮຽນການທະຫານທ້ອງຖິ່ນກອງບັນຊາການທະຫານແຂວງອັດຕະປືຕື່ມອີກ. ໃນນີ້ໄດ້ຮັບການເລຶ່ອນຊັ້ນຈາກຊັ້ນສິບໂທ ເລື່ອນຂຶ້ນຊັ້ນສິບເອກ ຈຳນວນທັງໝົດ 26 ສະຫາຍ, ຊັ້ນສິບຕີສະເໜີທຽບຂຶ້ນສິບເອກ ຈຳນວນ 40 ສະຫາຍ. ຈາກນັ້ນໃນພິທີ ສະຫາຍ ພັທ ບຸນຈັນ ແກ້ວມະໄລສອນ ເລຂາຄະນະພັກຮາກຖານ ຫົວໜ້າການທະຫານໂຮງຮຽນການທະຫານທ້ອງຖິ່ນກໍໄດ້ຂຶ້ນມອບໃບປະກາສະນີຍະບັດໃຫ້ແກ່ນັກຮຽນກໍ່ສ້າງນາຍສິບທະຫານຮາບຊຸດທີ Vlll ຢ່າງສົມກຽດ.

ຂ່າວ-ພາບ: ຄຳສິງ ດວງພະບາງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments