Sunday, October 20, 2024
Homeຂ່າວພາຍໃນທ່ານຮອງເຈົ້າຄອງຕ້ອນຮັບຄະນະຜູ້ແທນນະຄອນຫຼວງຮ່າໂນ້ຍ

ທ່ານຮອງເຈົ້າຄອງຕ້ອນຮັບຄະນະຜູ້ແທນນະຄອນຫຼວງຮ່າໂນ້ຍ

ວັນທີ 21 ມິຖຸນາ 2023 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ (ນວ) ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບ ການເຂົ້າຢ້ຽມຄຳນັບຂອງ ທ່ານ ເຈີ່ນ ເຫງ່ຍ ຮວາ ຮອງຫົວໜ້າພະແນກ ການຕ່າງປະເທດ ນະຄອນຫຼວງ ຮ່າໂນ້ຍ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາເຄື່ອນໄຫວ ແລະ ເຮັດວຽກຢູ່ລາວ.

ໂອກາດນີ້ ທ່ານ ພູຂົງ ບັນນະວົງ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີ ລາຄາສູງຕໍ່ທ່ານ ເຈີ່ນ ເຫງ່ຍ ຮວາ ພ້ອມຄະນະ ທີ່ເດີນທາມາເຄື່ອນໄຫວ ແລະ ເຮັດວຽກຢູ່ລາວ ກໍຄືນະຄອນຫຼວງວຽງຈັນ ຄັ້ງນີ້ ເຊິ່ງພະແນກການ ຕ່າງປະເທດ ນະຄອນຫຼວງຮ່າໂນ້ຍ ແລະ ພະແນກການຕ່າງປະເທດ ນວ ໄດ້ ເປັນເສນາທິການຂົວເຊື່ອມຕໍ່ທີ່ດີໃນການຈັດຕັ້ງຜັນຂະຫຍາຍ ແລະ ເປັນ ຕົວແບບໃນການປະກອບສ່ວນ ໃຫ້ແກ່ການຮັດແໜ້ນສາຍພົວພັນມິດຕະ ພາບອັນເປັນມູນເຊື້ອ ຄວາມສາມັກຄີແບບພິເສດ ແລະ ການຮ່ວມ ມື ຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ກໍຄື ນວ ແລະ ນະຄອນຫຼວງຮ່າໂນ້ຍ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ທ່ານ ເຈີ່ນ ເຫງ່ຍ ຮວາ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ຮອງເຈົ້າຄອງ ນວ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ໃນຄັ້ງນີ້ ພ້ອມທັງໄດ້ລາຍງານຈຸດປະສົງ ຂອງການມາຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ກໍຄືການສືບຕໍ່ພົບປະແລກ ປ່ຽນການພົວພັນຮ່ວມມືກັບພະແນກການຕ່າງເທດ ນວ ແລະ ນະຄອນ ຫຼວງຮ່າໂນ້ຍ ເພື່ອແລກປ່ຽນ ແລະ ການຮ່ວມມື ລະຫວ່າງສອງນະຄອນ ຫຼວງ ໃຫ້ໄດ້ຮັບການຈັດຕັ້ງວຽກງານໃນຕໍ່ໜ້າຢ່າງເປັນຮູບປະທໍາ.

………………………………………..

#VientianeMai

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments