Saturday, October 19, 2024
Homeຂ່າວກິລາພະແນກ ຖວທ ນວ-ອົງການປົກຄອງເມືອງສີສັດຕະນາກ ຈັດກິດຈະກໍາເຕະບານມິດຕະພາບ

ພະແນກ ຖວທ ນວ-ອົງການປົກຄອງເມືອງສີສັດຕະນາກ ຈັດກິດຈະກໍາເຕະບານມິດຕະພາບ

ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະ ຄອນຫຼວງວຽງຈັນ (ຖວທ ນວ) ແລະ ອົງການປົກຄອງເມືອງສີສັດຕະນາກຈັດກິດຈະກໍາເຕະບານມິດຕະພາບ ເພື່ອຂ້ຳນັບຮັບຕ້ອນວັນບຸນສຳຄັນຕ່າງໆ ຂອງຊາດ-ຂອງພັກ ແລະ ເປັນການ ສ້າງຄວາມສາມັກຄີຮັກແພງເຊີ່ງກັນ ແລະ ກັນ.

ກິດຈະກໍາດັ່ງກ່າວຈັດຂຶ້ນໃນວັນທີ 22 ມິຖຸນາ 2023 ທີ່ເດີນເຕະບານ ນິວອາລິນ້າ ບ້ານວັດນາກ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍມີ ທ່ານ ເດດສົງຄາມ ທຳມະວົງ ເຈົ້າເມືອງສີສັດຕະນາກ ທ່ານ ແກ້ວວິໄລສັກ ແສນສັກດາ ຮອງຫົວໜ້າພະແນກຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ມີຄະນະພະແນກ ຖວທ ນວ ຫົວໜ້າຂະແໜງ ບັນດາຫົວໜ້າຫ້ອງການ ແລະ ພະນັກງານວິຊາການຂອງທັງສອງຝ່າຍເຂົ້າຮ່ວມ.

ກິດຈະກຳດັ່ງກ່າວນອກຈາກເປັນການປະກອບສ່ວນໃນການສ້າງຂະບວນການຕ້ອນຮັບວັນບຸນສໍາຄັນຕ່າງໆຂອງຊາດແລ້ວ ຍັງເປັນການເສີມສ້າງຄວາມສາມັກຄີ ພົບປະຂອງພະນັກງານທັງສອງພາກສ່ວນເພື່ອເຮັດໃຫ້ການຮ່ວມມື ການປະສານງານ ການຮ່ວມມືກັນໃຫ້ນັບມື້ແໜ້ນແຟ້ນຂຶ້ນກວ່າເກົ່າ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments