Saturday, October 19, 2024
Homeຂ່າວຕ່າງປະເທດພື້ນຖານເສດຖະກິດຂອງມາເລເຊຍ ເພີ່ມຂຶ້ນ 5 ອັນດັບ

ພື້ນຖານເສດຖະກິດຂອງມາເລເຊຍ ເພີ່ມຂຶ້ນ 5 ອັນດັບ

ຂ່າວສານຫວຽດນາມລາຍງານວ່າ: ໃນວັນທີ 20 ມິຖຸນານີ້, ສະຖາບັນສາກົນເພື່ອການພັດທະນາການຄຸ້ມຄອງສາກົນ (IMD) ປະກາດບົດລາຍງານການແຂ່ງຂັນໂລກ 2023, ໃນນັ້ນ, ມາເລເຊຍເພີ່ມຂຶ້ນ 5 ອັນດັບ ຂຶ້ນມາຢູ່ໃນອັນດັບທີ 27 ໃນການຈັດອັນດັບບັນດາພື້ນຖານເສດຖະກິດທີ່ມີການແຂ່ງຂັນຫຼາຍທີ່ສຸດໃນໂລກ.

ບົດລາຍງານໃຫ້ຮູ້ວ່າ: ການຍົກລະດັບຄວາມສາມາດແກ່ງແຍ່ງຂອງມາເລເຊຍ ໄດ້ຮັບການສະໜັບສະໜູນຕົ້ນຕໍຈາກການຟື້ນຕົວດ້ານເສດຖະກິດ, ການເຕີບໂຕດ້ານການລົງທຶນ, ຄວາມໝັ້ນຄົງຂອງອັດຕາການແລກປ່ຽນ ແລະ ຕະຫຼາດວຽກເຮັດງານທຳ. ບັນດາຂົງເຂດທີ່ມີຄວາມເຂັ້ມແຂງຂອງມາເລເຊຍລວມມີ ລາຄາຜູ້ບໍລິໂພກ, ພື້ນຖານໂຄງລ່າງ ແລະ ນະໂຍບາຍພາສີ.

ຈາກຂໍ້ມູນຂອງ IMD ຄວາມທ້າທາຍຫຼັກສຳລັບ ມາເລເຊຍ ໃນປີ 2023 ໃນການເປັນພື້ນຖານເສດຖະກິດທີ່ມີການແຂ່ງຂັນສູງຂຶ້ນ ໄດ້ແກ່ການພັດທະນາກຳລັງແຮງງານ (ພ້ອມທີ່ຈະສະໜອງໃຫ້ກັບຕະຫຼາດ), ຂົງເຂດເຕັກນິກການວາງແຜນບຸລິມະສິດ, ການປະຕິຮູບລະບຽບການ ເພື່ອຮອງຮັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃນລະດັບຊາດ ແລະ ທ້ອງຖິ່ນ ແລະ ການພັດທະນາແບບຍືນຍົງ.

ຍອດມູນຄ່າການຄ້າຂອງ ມາເລເຊຍ ໃນເດືອນພຶດສະພາ ປີ 2023 ໄດ້ເພີ່ມຂຶ້ນ 21,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເພີ່ມຂຶ້ນເປັນ 3,33 ຕື້ໂດລາ, ເປັນເດືອນທີ 37 ຂອງການເຕີບໂຕສອງໂຕເລກນັບແຕ່ເດືອນພຶດສະພາ ປີ 2020.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments