Saturday, October 19, 2024
Homeຂ່າວພາຍໃນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງ ປກສ ສະໄໝທີ V

ກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກ ກະຊວງ ປກສ ສະໄໝທີ V

ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ ກະຊວງ ປກສ ສະໄໝທີ V ຈັດຂຶ້ນໃນວັນທີ 20 ມິຖຸນາ 2023, ເປັນປະທານໂດຍ ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ກຳມະການກົມການເມືອງສູນກາງພັກ ເລຂາທິການສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ມີຮອງເລຂາ, ຄະນະປະຈໍາພັກ, ຄະນະພັກກະຊວງ, ຄະນະພັກຮາກຖານ ແລະ ແຂກຮັບເຊີນ ເຂົ້າຮ່ວມ.

ສະຫາຍ ພົທ ກົງທອງ ພົງວິຈິດ ກຳມະການສູນກາງພັກ ຮອງເລຂາ ຮອງລັດຖະມົນ ຕີກະຊວງ ປກສ ໄດ້ກ່າວເປີດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ V ວ່າ: ກອງປະຊຸມຄັ້ງນີ້, ໄດ້ຈັດຕັ້ງຂຶ້ນໃນທ່າມກາງບັນ ຍາກາດທີ່ກໍາລັງປ້ອງກັນຄວາມສະຫງົບ ພວມສຸມໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງ ດ້ວຍບາດກ້າວທີ່ມີລັກສະນະຕັ້ງໜ້າ, ມີຜົນສໍາເລັດໃນຫຼາຍດ້ານ, ປະເທດ ຊາດ, ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍ ເປັນພື້ນຖານທີ່ສໍາຄັນໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມຂອງປະເທດ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ; ສໍາລັບກອງປະ ຊຸມກາງສະໄໝຂອງຄະນະບໍລິຫານງານພັກກະຊວງ ປກສ ຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນຍິ່ງຕໍ່ກັບຊີວິດການເມືອງຂອງກຳລັງປ້ອງກັນຄວາມສະຫງົບ ເພາະເປັນການປະຕິບັດກົດລະບຽບຂອງພັກ, ທັງແມ່ນຄວາມຮຽກຮ້ອງຕ້ອງການພາວະວິໄສ ເພື່ອກວດກາ, ຕີລາຄາຄືນການຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນໄລຍະກາງສະໄໝຜ່ານມາ ແລະ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃນອີກໄລຍະເຄິ່ງສະໄໝຕໍ່ໜ້າ, ທັງປັບປຸງພັກ, ປັບປຸງກໍາລັງປ້ອງກັນຄວາມສະຫງົບ ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ທັນສະ ໄໝຂຶ້ນເທື່ອລະກ້າວ.

ນອກນັ້ນ, ໃນກອງປະຊຸມ ສະຫາຍ ນາງ ບຸດສະດີ ທະນະເມືອງ ກໍາມະການສູນກາງພັກ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານຄໍາສັ່ງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 268/ຄລສພ ແລະ ຜ່ານມາດຖານຄະນະບໍລິຫານງາຍສູນກາງພັກກະຊວງ, ໜ້າທີ່ ແລະ ສິດ ຂອງຄະນະພັກກະຊວງ ແລະ ຂໍ້ຫ້າມສໍາລັບສະມາຊິກພັກ.

ໂອກາດດັ່ງກ່າວ, ສະຫາຍ ພົອ ວິໄລ ຫຼ້າຄໍາຟອງ ກໍໄດ້ກ່າວມີຄໍາເຫັນຊີ້ນໍາຕໍ່ການທາບ ທາມຄວາມໄວ້ວາງໃຈ ພ້ອມທັງຮຽກຮ້ອງໃຫ້ຄະນະພັກ, ຄະນະບັນຊາແຕ່ລະຂັ້ນຕ້ອງປະຕິບັດຢ່າງເຖິງຖອງ, ຈິງໃຈກ້າເບິ່ງສະພາບຕົວຈິງທີ່ເກີດຂຶ້ນຢູ່ໃນກຳລັງ, ທັງອັນລວມ ແລະ ທັງອັນສະເພາະ ຢູ່ແຕ່ລະກົມກອງ-ທ້ອງຖິ່ນ ທີ່ຕົນຮັບຜິດຊອບນຳພາ, ຕີລາຄາໃຫ້ ຖືກຕ້ອງ, ຊັດເຈນບັນຫາຄົງຄ້າງທີ່ເກີດຂຶ້ນ, ສ້າງຄວາມເຂົ້າໃຈເປັນເອ ກະພາບ ແລະ ຕັດສິນໃຈແກ້ບັນຫາຢ່າງເອົາຈິງເອົາຈັງ, ເຮັດໃຫ້ການຫັນເນື້ອໃນມະ ຕິກອງປະຊຸມໃຫຍ່ຄັ້ງທີ V ຂອງຄະນະພັກກະ ຊວງກາຍເປັນທິດທາງໜ້າທີ່ຕົ້ນຕໍ, ສອດຄ່ອງກັບສະພາບຕົວຈິງຂອງກົມກອງທ້ອງຖິ່ນຕົນ ໃຫ້ບັນລຸ ຕາມຄາດໝາຍ ແລະ ມີເນື້ອໃນເລິກເຊິ່ງ ແລະ ດີຂຶ້ນກວ່າເກົ່າ.

ຈາກນັ້ນ ບັນດາສະຫາຍຜູ້ແທນກອງປະຊຸມ ກໍໄດ້ພ້ອມກັນປ່ອນບັດທາບທາມຄວາມໄວ້ວາງໃຈຕໍ່ຄະນະພັກກະຊວງ ປກສ.

ພາບ-ຂ່າວ: ຈັນສະໝອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments