Friday, October 18, 2024
Homeຂ່າວດ່ວນລົດບັນທຸກ 6 ລໍ້ ແລະ ລົດຈັກຕຳກັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່

ລົດບັນທຸກ 6 ລໍ້ ແລະ ລົດຈັກຕຳກັນ ເຮັດໃຫ້ຜູ້ຂັບຂີ່ລົດຈັກເສຍຊີວິດຄາທີ່

ເວລາປະມານ 11:40 ນາທີ ຂອງວັນທີ 20 ມິຖຸນາ ໄດ້ເກີດອຸບັດຕິເຫດລົດ 6 ລໍ້ ຢຽບຜູ້ຂັບຂີ່ລົດຈັກ ຢູ່ເສັ້ນທາງເລກທີ 13 ເໜືອ ເຂດບ້ານສີເກີດ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ພັຕ ວຽງສະຫວັນ ກິດຕິສັກ ຮອງຫົວໜ້າກອງຮ້ອຍຕໍາຫຼວດຈະລາຈອນ ເມືອງນາຊາຍທອງ ໃຫ້ວ່າ: ກ່ອນເກີດເຫດ ລົດບັນທຸກ 6 ລໍ້, ປ້າຍທະບຽນ ນຄ 2407 ກໍາແພງນະຄອນ, ຂັບຂີ່ໂດຍທ້າວ ຄໍາຫຼ້າ, ອາຍຸ 29 ປີ, ອາຊີບຂັບລົດ, ຢູ່ບ້ານສີພູໄຊ ເມືອງແປກ ແຂວງຊຽງຂວາງ ໄດ້ຂັບຂີ່ລົດບັນທຸກມາຕາມເສັ້ນທາງ ເລກທີ 13 ເໜືອ ພໍຂັບຂີ່ມາຮອດ ເຂດບ້ານສີເກີດ ເມືອງນາຊາຍທອງ ຜູ້ກ່ຽວໄດ້ລ້ຽວລົດ ທາງກໍາຂວາມືຂອງຕົນເອງ ຈະເຂົ້າອູ່ສ້ອມແປງລົດ ເພື່ອເຊັກສະພາບເຕັກນິກລົດ, ໃນຂະນະນັ້ນ ໄດ້ມີລົດຈັກ ຮອນດ້າ ເວບ ປ້າຍທະບຽນ ດຫ 5259 ກໍາແພງນະຄອນ ຂັບຂີ່ມາທິດທາງດຽວກັນ, ຜູ້ຂັບຂີ່ຊື່ທ້າວ ຕີນ້ອຍ, ອາຍຸ 22 ປີ, ຜູ້ຊ້ອນທ້າຍ ຊື່ທ້າວ ວຽງສະຫວັນ ອາຍຸ 17 ປີ, ທັງສອງ ອາຊີບນັກຮຽນ ປະຈຸບັນ ຢູ່ບ້ານສີເກີດ ເມືອງນາຊາຍທອງ ເຮັດໃຫ້ລົດທັງສອງຕຳກັນ, ຕີນລົດບັນທຸກດ້ານໜ້າເບື້ອງຂວາ ໄດ້ຢຽບເອົາລົດຈັກ ແລະ ຢຽບເອົາບໍລິເວນຫົວ ຂອງ ທ້າວ ຕີນ້ອຍ ຜູ້ຂັບຂີລົດຈັກ ເຮັດໃຫ້ເສຍຊີວິດຄາທີ, ສ່ວນ ທ້າວ ວຽງສະຫວັນ ຜູ້ຊ້ອນທ້າຍລົດຈັກ ໄດ້ຟົ້ງອອກຈາກລົດຈັກ ເຮັດໃຫ້ໄດ້ຮັບບາດເຈັບເລັກໜ້ອຍ.

ສາດເຫດຂອງອຸບັດຕິເຫດຄັ້ງນີ້ ທາງເຈົ້າໜ້າທີ່ ກໍາລັງເກັບກໍາຂໍ້ມູນຫຼັກຖານຈາກປະຊາຊົນ ຜູ້ທີ່ເຫັນເຫດການ ແລະ ຈາກກ້ອງວົງຈອນປິດຕາມເສັ້ນທາງ ເພື່ອດໍາເນີນຄະດີຕາມລະບຽບກົດໝາຍ, ສ່ວນຜູຂັບຂີ່ລົດບັນທຸກ ແລະ ຍານພາຫະນະ ເຈົ້າໜ້າທີ່ໄດ້ກັກຕົວໄວ້ ເພື່ອສອບຖາມຂໍ້ມູນເພີ່ມຕື່ມ.

ຂ່າວ: ຈັນສະໝອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments