Wednesday, December 4, 2024
Homeບຸນປະເພນີອັດຕະປື ຖືກຮັບຮອງວັດທາດພະໄຊ ແລະ ວັດຫຼວງເມືອງເກົ່າ ເມືອງໄຊເສດຖາ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

ອັດຕະປື ຖືກຮັບຮອງວັດທາດພະໄຊ ແລະ ວັດຫຼວງເມືອງເກົ່າ ເມືອງໄຊເສດຖາ ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

ແຂວງອັດຕະປື ກຽມພ້ອມຫຼາຍກິດຈະກຳ ໃນການສະເຫຼີມສະຫຼອງການຂື້ນທະບຽນ, ຮັບຮອງເອົາ ວັດທາດພະໄຊ ແລະ ວັດຫຼວງເມືອງເກົ່າ ເມືອງໄຊເສດຖາ ແຂວງອັດຕະປື ເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ.

1. ປະຫັວດຄວາມເປັນມາຂອງວັດທາດ

+ ອົງປະກອບຂອງພື້ນທີ່ວັດທາດ:

ວັດທາດ ຫ່າງຈາກເທດສະບານເມືອງໄຊເສດຖາໄປທາງທິດຕາເວັນອອກ ຕາມເສັ້ນທາງເລກທີ 18B, ໄລຍະທາງປະມານ 3 ກິໂລແມັດ ແລະ ຫ່າງຈາກເທດສະບານແຂວງອັດຕະປືໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 2.5 ກິໂລແມັດເປັນບ້ານທີ່ຕັ້ງຢູ່ລຽບຕາມແຄມແມ່ນໍ້າເຊກະໝານ, ບ້ານວັດທາດມີເນື້ອທີ່ທັງໝົດ 470,569 ເຮັກຕາ ທິດເໜືອຕິດກັບບ້ານຫາດຊາຍຂາວ, ທິດໃຕ້ຕິດກັບບ້ານໃຫຍ່ອຸດົມ, ທິດຕາເວັນອອກຕິດກັບບ້ານຫາດຊາຍຂາວ ແລະ ທິດ ຕາ ເວັນຕົກຕິດກັບບ້ານວັດຫຼວງ. ມີ 240 ຄອບຄົວ, ມີ 192 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 988 ຄົນ, ຍິງ 492 ຄົນ, ສ່ວນໃຫຍ່ແມ່ນຊົນເຜົ່າລາວ ເຊື່ອຖືສາສະໜາພຸດ, ອາຊີບຕົ້ນຕໍເຮັດນາ, ປູກຝັງ ລ້ຽງສັດ ແລະ ປູກພືດລົ້ມລຸກ.

ອີງຕາມເອກະສານປຶ້ມປະຫວັດສາດ ແລະ ການເຄື່ອນໄຫວປະຕິວັດ ອັດຕະປື ເລກທີ 441ພຈ ປີ2013 ທ່ານບຸນທັນ ຈັນທະກາລີເຫຼັ້ມ 1 (ລາວ-ປະຫວັດສາດ-ອັດຕະປື) ແລະ ການບອກເລົ່າຂອງປະຊາຊົນ ໄດ້ໃຫ້ຮູ້ວ່າ,ວັດທາດ ເປັນອີກວັດໜຶ່ງທີ່ມີຄວາມເກົ່າແກ່ ຊຶ່ງອີງຕາມຂໍ້ມູນໄດ້ສັນນິຖານວ່າສ້າງຂຶ້ນໃນສະໄໝກ່ອນໜ້ານີ້ຫຼາຍຮ້ອຍປີ ໃນລະຫວ່າງຕົ້ນສະຕະວັດທີ XV ໂດຍແມ່ນຍາຫຼວງ ຄໍາແດງເປັນຜູ້ພາສ້າງ ແຕ່ບໍ່ສໍາເລັດ ພາຍຫຼັງທີ່ ພະເຈົ້າໄຊຍະເຊດຖາທິຣາດ ໄດ້ລົງມາປົກຄອງຢູ່ພາກໃຕ້ລາວ (ແຂວງອັດຕະປື) ກໍໄດ້ທະນຸບໍາລຸງພຣະພຸດທະສາສະໜາ ຈຶ່ງຊົງອະນຸຍາດໃຫ້ບູລະນະປະຕິສັງຂອນວັດຂຶ້ນຄືນໃຫມ່ເມື່ອ ປະມານປີ ຄ.ສ 1553-1556 ລວມອາຍຸການປະມານ 466 ປີ, ເພື່ອເປັນສູນລວມຈິດໃຈຂອງຊາວບ້ານໃນເວລາທີ່ພະເຈົ້າໄຊເຊດຍະຖາທິຣາດ ໄດ້ມາປົກຄອງ ແລະ ໄດ້ເຕົ້າໂຮມເອົາພໍ່ແມ່ປະຊາຊົນບັນດາເຜົ່າທີ່ຢູ່ກະແຈກກະຈາຍຕາມຫົວເມືອງ, ບ້ານນ້ອຍບ້ານໃຫຍ່ ໃຫ້ເຂົ້າມາຕັ້ງຖິ່ນຖານເປັນບ້ານ ເປັນເມືອງບ່ອນດຽວກັນ ແລ້ວໄດ້ສ້າງວັດຂຶ້ນຄືວັດຫຼວງ ແລະ ວັດທາດ ໄປພ້ອມໆກັນ.

ຮຽບຮຽງໂດຍ:

ພຣະ ສົມຊາຍ ພົມແກ່ນທ້າວ ປະທານ ອພສ ເມືອງ

ທ່ານ ຕຽງສີ ສະແຫວງສຸກ ຫົວໜ້າແນວໂຮມບ້ານ

ທ່ານ ນາງ ປຸນລະມີ ກວານສີກຸນລະບຸດ ນາຍບ້ານ

2. ປະຫວັດຄວາມເປັນມາຂອງວັດທາດ ໄຊເສດຖາ

ວັດທາດ ໃນເມື່ອກ່ອນວັດນີ້ມີຊື່ວ່າ ວັດສີຄູນ ເມືອງ ລາມາລັກອົງການ ສະເພາະເຂດວັດນີ້ ຕໍ່ມາຮອດໄລຍະໜຶ່ງໄດ້ມາປ່ຽນແປງເປັນວັດທາດເມືອງໄຊເສດຖາ, ແຂວງອັດຕະປື. ອີງຕາມການບອກເລົ່າຂອງຜູ້ເຖົ້າໃຫ້ຮູ້ວ່າພະທາດເຈດີກະດູກຂອງພະເຈົ້າໄຊຍະເຊດຖາທິຣາດ ສ້າງຂຶ້ນເມື່ອຕົ້ນປີ ຄ.ສ 1579, ສ່ວນທາດເຈດີໃຫຍ່ທາງຂ້າງຂອງພະທາດເຈດີນ້ອຍນັ້ນແມ່ນທາດເຈດີຂອງພະໄຊ ເປັນທາດຂອງລູກຊາຍພະເຈົ້າໄຊຍະເຊດຖາທິຣາດ.

ຕາມການບອກເລົ່າວ່າໃນໜັງສືໃບລານທີ່ຄົ້ນພົບຢູ່ໃນດິນແດນອັດຕະປືໄດ້ຂຽນໄວ້ວ່າ ພະເຈົ້າໄຊຍະເຊດຖາທິຣາດມີນາມເດີມວ່າ ພະເຈົ້າເຊດຖາວັງໂສ ເປັນບຸດຂອງພະຍາ ໂພທິສາລາດ ເຈົ້າແຜນດິນລາວ ທີ່ນະຄອນຊຽງທອງ (ແຂວງຫຼວງພະບາງ) ຊື່ແມ່ ແມ່ນພະນາງຍອດຄຳທິບ, ພະນາງຍອດຄໍາທິບ ເປັນທິດາຂອງພະຍາປົກຄອງສີຊຽງໃຫມ່ ພະຍາເຊດຖາວັງໂສເກີດປີມະເມຍ ຄ.ສ 1534 ເວລາຍັງເຍົາໄວ ພະຍາເຊດຖາວັງໂສ ມັກສຶກສາຄວາມຮູ້ ທາງດ້ານສິລະປະວິທະຍາຢູ່ວັດປ່າວິສາມັນທີ່ນະຄອນຊຽງທອງ (ແຂວງຫຼວງພະບາງ) ເມື່ອເຕີບໃຫຍ່ຂຶ້ນມາອາຍຸໄດ້ 1 ປີ ພະຍາໂພທິສາຣາດຜູ້ເປັນພໍ່ ມີຄວາມຍິນດີ ເພາະວ່າໄດ້ເຫັນພະສັງຄະເຈົ້າ ແລະ ພະຍາແສນຫຼວງ ມາຂໍເອົາພະເຈົ້າເຊດຖາວັງໂສ ໄປເປັນເຈົ້າແຜ່ນດິນທີ່ນະຄອນສີຊຽງໃຫມ່ ພ້ອມທັງເປັນບຸດເຂີຍໃນປີ ຄ.ສ 1548 ພໍມາເຖິງປີ ຄ.ສ 1550 ພະຍາໂພທິສາຣາດ ຜູ້ເປັນພໍ່ໄດ້ສະຫວັນນະຄົດ (ເສຍຊີວິດ) ຈາກນັ້ນ ບັນດາເສນາ ອົງຄະມົນຕີ ໄດ້ແຕ່ງຕັ້ງ ພະຍາຍົດລືກຽນ ໄດ້ໄປເຊີນໃຫ້ ພະເຈົ້າເຊດຖາວັງໂສ ຂຶ້ນມານະຄອນຄືນ ເພື່ອຖວາຍພະເພີງໃຫ້ແກ່ພໍ່ຂອງເພິ່ນ ເມື່ອສຳເລັດພິທີແລ້ວ ເສນາລາດສະມົນຕີ ໄດ້ອະພິເສກໃຫ້ພະເຈົ້າເຊດຖາວັງໂສ ເປັນເຈົ້າແຜນດິນແທນພໍ່ ທີ່ນະຄອນຊຽງທອງ (ຫຼວງພະບາງ) ໃນປີ ຄ.ສ 1550, ຈາກນັ້ນ ພະອົງຍັງໄດ້ສ້າງສາພັດທະນາ ສ້າງວັດວາອາຮາມໃຫ້ຮຸ່ງເຮືອງເຫຼືອງເຫຼື້ອມຫຼາຍແຫ່ງ ເປັນຕົ້ນ: ໃນປີ ຄ.ສ 1566 ສ້າງພະທາດຫຼວງວຽງຈັນ ຢູ່ສວນອຸດທິຍານດ້ານຕາເວັນອອກສ່ຽງເໜືອແຫ່ງນະຄອນຫຼວງວຽງຈັນໂດຍກໍ່ກວມເອົາເຈດີເກົ່າລູກໜຶ່ງ ທີ່ພະຍາອະໂສກະຣາດ ສ້າງໄວ້ໃນເມື່ອກ່ອນ ນອກຈາກນັ້ນພະອົງຍັງໄດ້ປຸກລະດົມ ໄພ່ພົນຣາດຊະດອນ ເພື່ອອຸທິດທີ່ດິນ, ໄຮ່ນາຮົ້ວສວນໃຫ້ເປັນເດີ່ນທາດຫຼວງ, ເມື່ອສ້າງພະທາດຫຼວງສຳເລັດແລ້ວ ເພິ່ນກໍຍັງສືບຕໍ່ສ້າງພະທາດສີສອງຮັກ ຢູ່ຈັງຫວັດເລີຍ ອຳເພີດ່ານຊ້າງ ຮ່ວມກັບພະເຈົ້າຈັກກະພັດສະຫຍາມ ແລະ ພະອົງຍັງມີສັດທາສ້າງ ຫຼໍ່ພຣະພຸດທະຮູບທີ່ສຳຄັນ ເປັນຕົ້ນ: ພຣະອົງຕື້, ພຣະສຸກ, ພຣະເສີມ, ພຣະໄສ ພໍຕົກມາປີ ຄ.ສ 1572 ພະເຈົ້າໄຊຍະເຊດຖາທິຣາດ ເສຍຊີວິດໃນມື້ແຮມ 3 ຄໍ່າເດືອນຈຽງ ລວມອາຍຸໄດ້ 38 ປີ. ຫຼັງຈາກພະເຈົ້າໄຊຍະເຊດຖາທິຣາດ ສູ່ສະຫວັນນະຄົດແລ້ວ ພະຍາສຸນລິນທະລືໄຊ ໄດ້ວ່າຣາດຊະການແທນໄດ້ 2 ປີ ແຕ່ປີ ຄ.ສ 1572-1574, ພໍຕົກມາເຖິງຕົ້ນປີ ຄ.ສ 1579 ທ້າວພະໄຊລູກຊາຍຂອງພະເຈົ້າໄຊຍະເຊດຖາທິຣາດທີ່ໄດ້ປະສູດກັບນາງສາມສີ ໄດ້ປຸກລະດົມໄພ່ພົນຣາດຊະດອນ ຢູ່ທີ່ເມືອງອົງການ (ອັດຕະປື) ເພື່ອໄປຂຸດເອົາກະດູກຂອງພະເຈົ້າໄຊຍະເຊດຖາທິຣາດ ຜູ້ເປັນພໍ່ ທີ່ຝັງໄວ້ຢູ່ຂ້າງຕົ້ນຍາງໃຫຍ່ 2 ຕົ້ນຮຽງກັນ ໃນດິນແດນເມືອງອົງການ(ອັດຕະປື) ໃກ້ກັບຫ້ວຍນໍ້າ; ມາປະດິດ ສະຖານໄວ້ຢູ່ທີ່ພະທາດເຈດີນ້ອຍ ໃນຕົ້ນປີ ຄ.ສ 1579 ຈາກນັ້ນທ້າວພະໄຊຜູ້ເປັນລູກໄດ້ປຸກລະດົມໄພ່ເມືອງອົງການອັດຕະປືໄດ້ 3,000 ຄົນ ເປັນທະຫານ ຈຶ່ງໄດ້ຂຽນສານປະກາດຂຶ້ນ ດ້ວຍຄວາມຄຽດແຄ້ນແທນພໍ່ ໄປຫາພະຍານະຄອນວ່າ ພະເຈົ້າໄຊຍະເຊດຖາທິຣາດຍັງມີຊີວິດຢູ່ ຈະໄປຕໍ່ສູ້ກັບພະຍານະຄອນຄືນ ເຮັດໃຫ້ຂ່າວນີ້ຊ່າລືໄປຮອດຫູທ້າວພະຍານະຄອນ ສ່ວນທ້າວພະຍານະຄອນໄດ້ຍິນແລ້ວກໍເກີດມີຄວາມຢ້ານກົວທີ່ສຸດ ເພາະເພິ່ນບໍ່ຮູ້ວ່າ ພະເຈົ້າໄຊຍະເຊດຖາທິຣາດມີລູກມາກ່ອນ ຈາກນັ້ນທ້າວພະໄຊໄດ້ຍົກໄພ່ພົນໄປຕີເມືອງໝັ້ນ (ແຂວງສາລະວັນ) ເພາະເປັນເສັ້ນທາງຜ່ານ, ຕີເມືອງຄັນທອງ (ເມືອງຄົງເຊໂດນປັດຈຸບັນ), ຕີເມືອງເໜືອ ແລະ ເມືອງໃຕ້ຕີກັບທ້າວພະຍານະຄອນແລະ ຈັບໂຕທ້າວພະຍານະຄອນໄດ້ໃນທີ່ສຸດທ້າວພະຍານະຄອນ ກໍສິ້ນຊີວິດດ້ວຍສີມືຂອງທ້າວພະໄຊ ແລະ ກໍບຸກເຂົ້າເມືອງວຽງ ບຸກປົດປ່ອຍເອົາເມືອງວຽງຈັນຈົນໄດ້. ຫຼັງຈາກທີ່ປົດປ່ອຍເມືອງວຽງຈັນສຳເລັດແລ້ວ ທ້າວພະໄຊພ້ອມດ້ວຍແມ່

ຂອງເພິ່ນໄດ້ພາກັນກັບລົງມາເມືອງອົງການ (ອັດຕະປື) ຈຸດປະສົງເພື່ອສ້າງພະທາດໃຫຍ່ເຈດີໃສ່ກະດູກຂອງພໍ່ທີ່ໄດ້ປະດິດສະ ຖານໄວ້ຢູ່ພະທາດເຈດີນ້ອຍ ເພື່ອໃຫ້ສົມກຽດພະກະສັດ ພໍທ້າວພະໄຊມາເຖິງເມືງອົງການ (ອັດຕະປື), ເມື່ອມາຮອດທ້າຍປີ ຄ.ສ 1579 ທ້າວພະໄຊ ກໍໄດ້ນຳພາໄພ່ພົນສ້າງພະທາດເຈດີໃຫຍ່ຕັ້ງຢູ່ໃກ້ກັບພະທາດນ້ອຍຂອງພໍ່ ທີ່ເປັນຮູບຊົງລວດລາຍມີຄວາມໝາຍເຖິງວົງກະສັດ, ເມື່ອສຳເລັດແລ້ວກໍພ້ອມກັນກະກຽມເອົາຈະເອົາອັດຖີກະດູກຂອງຈາກພະທາດເຈດີນ້ອຍໄປປະດິດ ສະຖານໄວ້ພະທາດເຈດີໃຫຍ່ ຂະນະນັ້ນ, ທະຫານເກົ່າຂອງທ້າວພະຍານະຄອນຮູ້ເລື່ອງລາວຈິ່ງພາກັນມາຕໍ່ສູ້ປິດລ້ອມແລ້ວຂ້າທ້າວພະໄຊ ໃນທີ່ສຸດທ້າວພະໄຊ ກໍໄດ້ສິ້ນຊີວິດໃນທ້າຍປີ ຄ.ສ 1579 ຕໍ່ມາໄພ່ພົນຣາດຊະດອນຊາວເມືອງອົງການກໍໄດ້ພາກັນເອົາອັດຖີກະດູກ ຂອງທ້າວພະໄຊມາບັນຈຸໄວ້ທີ່ພະທາດໃຫຍ່ເຈດີຕໍ່ມາວັກດັ່ງກ່າວ (ວັດສີຄຸນ)ກໍໄດ້ປ່ຽນຊື່ມາເປັນວັດທາດຈົນເຖິງປັດຈຸບັນ.

3. ປະຫວັດຄວາມເປັນມາຂອງວັດຫຼວງເມືອງເກົ່າ

+ ເນື້ອໃນ:

ຫ່າງຈາກເທດສະບານເມືອງໄຊເຊດບ້ານວັດຫຼວງເມືອງເກົ່າເປັນບ້ານໜຶ່ງທີ່ຂຶ້ນກັບເມືອງໄຊເສດຖາແຂວງອັດຕະປືຖາໄປທາງທິດຕາເວັນອອກ ຕາມເສັ້ນທາງເລກທີ 18B, ໄລຍະທາງປະມານ 3,6 ກິໂລແມັດ ແລະ ຫ່າງຈາກເທດສະບານແຂວງອັດຕະປືໄປທາງທິດຕາເວັນອອກສຽງໃຕ້ປະມານ 12.5 ກິໂລແມັດ ເປັນບ້ານທີ່ລຽບຕາມແຄມແມ່ນໍ້າເຊກະໝານ,ບ້ານວັດຫຼວງມີເນື້ອທີ່ທັງໝົດ 329,19 ເຮັກຕາທິດເໜືອຕິດກັບບ້ານທາດພະໄຊ, ທິດໃຕ້ຕິດກັບບ້ານສົມໂຄດ, ທິດຕາເວັນອອກຕິດກັບບ້ານແກ້ງໝາກເຂືອ ແລະ ທິດຕາເວັນຕົກຕິດກັບແມ່ນໍ້າເຊກະໝານ. ມີປະຊາກອນທັງໝົດ 300 ຄອບຄົວ, ມີ297 ຫຼັງຄາເຮືອນ, ມີພົນລະເມືອງທັງໝົດ 1,743 ຄົນ, ຍິງ 754 ຄົນ, ສ່ວນໃຫຍ່ແມ່ນຊົນເຜົ່າລາວ ມີຄວາມເຊື່ອຖືສາສະໜາພຸດ, ອາຊີບຕົ້ນຕໍ່ເຮັດນາ ແລະ ປູກຝັງ ລ້ຽງສັດ.

ອີງຕາມເອກະສານປື້ມປະຫວັດສາດ ແລະ ການເຄື່ອນໄຫວປະຕິຫວັດ ອັດຕະປື ເລກທີ 441/ພຈ ປີ2013 ທ່ານບຸນທັນ ຈັນທະກາລີເຫຼັ້ມ 1 (ລາວ-ປະຫວັດສາດ-ອັດຕະປື) ແລະ ການບອກເລົ່າຂອງປະຊາຊົນ ໄດ້ໃຫ້ຮູ້ວ່າ,ສ້າງຂຶ້ນໃນສະໄໝກ່ອນ ກ່ອນໜ້ານີ້ຫຼາຍຮ້ອຍປີ ໃນລະຫວ່າງຕົ້ນສະຕະວັດທີ xv ໂດຍແມ່ນ ຍາຫຼວງ ຄຳແດງເປັນຜູ້ພາສ້າງ ແຕ່ບໍ່ສາເລັດພາຍຫຼັງທີ່ ພະເຈົ້າໄຊຍະເຊດຖາທິຣາດ ໄດ້ລົງມາປົກຄອງຢູ່ພາກໃຕ້ຂອງອັດຕະປື ກໍໄດ້ທະນຸບຳລຸງພຣະພຸດທະສາສະໜາ

ຈຶ່ງຊົງອະນຸຍາດໃຫ້ບູລະນະປະຕິສັງຂອນວັດຂຶ້ນຄືນໃຫມ່ເມື່ອ ປະມານປີ ຄ.ສ 1553-1556 ລວມອາຍຸການປະມານ 466ປີ ເພື່ອເປັນສູນລວມທາງໃຈຂອງຊາວບ້ານໃນເວລາທີ່ເຈົ້າໄຊເຊດຖາທິຣາດໄດ້ມາປົກຄອງ ແລະ ໄດ້ເຕົ້າໂຮມເອົາພໍ່ແມ່ປະຊາຊົນບັນດາເຜົ່າທີ່ຢູ່ກະແຈກກະຈາຍຕາມຫົວເມືອງ, ບ້ານນ້ອຍ ບ້ານໃຫຍ່ ໃຫ້ເຂົ້າມາຕັ້ງຖິ່ນຖານເປັນບ້ານ ເປັນເມືອງບ່ອນດຽວກັນ ແລ້ວໄດ້ສ້າງສາບູລະນະວັດຂຶ້ນຄືວັດຫຼວງ ແລະ ວັດທາດ ໄປພ້ອມໆກັນ.ວັດຫຼວງເມືອງເກົ່າຫ່າງຈາກເທດສະບານເມືອງໄຊເສດຖາໄປທາງທິດຕາເວັນອອກ ຕາມເສັ້ນທາງເລກທີ 18B, ໄລຍະທາງປະມານ 3,6 ກິໂລແມັດ ແລະຫ່າງຈາກເທດສະບານແຂວງອັດຕະປືໄປທາງທິດຕາເວັນອອກສ່ຽງໃຕ້ປະມານ 12,5 ກິໂລແມັດ ເປັນບ້ານທີ່ຕັ້ງຢູ່ລຽບຕາມແຄມແມ່ນໍ້າເຊກະໝານ.)ເປັນສະຖານທີ່ ທີ່ມີຄວາມສະຫງົບ ເຕັມໄປດ້ວຍຕົ້ນໄມ້ໃຫຍ່ອ້ອມຮອບ ເປັນຕົ້ນ: ກົກໂພ, ກົກໄຮແລະ ຕົ້ນໄມ້ກິນໝາກຈໍານວນຫຼວງຫຼາຍທີ່ປູກຝັງຕາມແຄມຮົ້ວກຳແພງວັດ. ສິ່ງທີ່ໂດດເດັ່ນເປັນເອກະລັກສະເພາະຂອງວັດຫຼວງເມືອງເກົ່າກໍຄື ອົງພຣະພຸດທະຮູບອົງໃຫຍ່, ອາຮາມເກົ່າແກ່ ທີ່ເປັນມິ່ງຂວັນຂອງຊາວບ້ານວັດຫຼວງ ແລະ ບ້ານວັດທາດ,ນອກຈາກນີ້ກໍຍັງມີ ທາດເກົ່າ, ກູຕິ, ຫໍແຈກ, ຫໍກອງ ແລະ ຫໍໄຫວ້ ທີ່ເປັນເອກະລັກສະເພາະພາກໃຕ້ ຂອງປະຊາຊົນຊາວແຂວງອັດຕະປື.

(ວັດຫຼວງເມືອງເກົ່າ ເປັນອີກວັດໜຶ່ງທີ່ມີຄວາມເກົ່າແກ່ ຊຶ່ງອີງຕາມຂໍ້ມູນໄດ້ສັນນິຖານວ່າສ້າງຂຶ້ນໃນສະໄໝກ່ອນໂດຍແມ່ນຍາຫຼວງ ຄຳແດງເປັນຜູ້ພາສ້າງ ແຕ່ບໍ່ສໍາເລັດ ພາຍຫຼັງທີ່ ພະເຈົ້າໄຊຍະເຊດຖາທິຣາດ ໄດ້ລົງມາປົກຄອງຢູ່ພາກໃຕ້ຂອງອັດຕະປື ກໍໄດ້ທະນຸບຳລຸງພຣະພຸດທະສາສະໜາ ຈຶ່ງຊົງອະນຸຍາດໃຫ້ບູລະນະປະຕິສັງຂອນວັດຂຶ້ນຄືນໃຫມ່ເມື່ອປະມານປີ ຄ.ສ 1553-1556 ລວມອາຍຸການປະມານ 466 ປີ, ) ແຕ່ເນື່ອງຈາກໄລຍະເວລາອັນຍາວນານປະກອບກັບສະພາບແວດລ້ອມຂອງສັງຄົມມີການປ່ຽນແປງ ແລະ ສາເຫດຂອງໄພສົງຄາມໃນໄລຍະຜ່ານມາ ຈຶ່ງເຮັດໃຫ້ວັດດັ່ງກ່າວແຫ່ງນີ້ຖືກທຳລາຍ, ເປ່ເພ, ເສຍຫາຍ ແລະ ຂາດການດູແລຮັກສາ. ແຕ່ເຖິງຢ່າງໃດກໍດີວັດນີ້ກໍໄດ້ຮັບການບູລະນະມາຫຼາຍຄັ້ງ ແລະຄັ້ງສຸດທ້າຍນີ້ກໍແມ່ນປີ 2015 ໂດຍແມ່ນໄດ້ຮັບທຶນຊ່ວຍເຫຼືອຈາກສັງຄົມຈຳນວນໜຶ່ງ.

ຮຽບຮຽງໂດຍ:

ພຣະ ສູນະ ໄກສອນເສນາ, ເຈົ້າອາທິການວັດຫຼວງເມືອງເກົ່າ

ທ່ານ ບຸນຫລອມ ໄກສອນເສນາ

ທ່ານ ພອນໄຊ ຈັນທະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments