Sunday, September 22, 2024
Homeຂ່າວພາຍໃນປະກາດບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຮາກຖານຄະນະກວດກາພັກແຂວງ

ປະກາດບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກຮາກຖານຄະນະກວດກາພັກແຂວງ

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ພິທີປະກາດບົ່ງຕົວແຕ່ງຕັ້ງ ຄະນະໜ່ວຍພັກຮາກຖານ ຄະນະກວດກາພັກແຂວງເຊກອງ ຈັດຂຶ້ນໃນວັນທີ 19 ມິຖຸນາ 2023 ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ສະຫາຍ ສົມນິດ ສີລິບຸນລ້ຽງ ກຳມະການປະຈຳພັກແຂວງ, ເລຂາໜ່ວຍພັກ ທັງເປັນປະທານກວດກາຄະນະພັກແຂວງ, ມີຄະນະໜ່ວຍພັກ, ສະມາຊິກພັກ ແລະ ຂະແໜງ ການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີສະຫາຍ ດາຊີ ສຸວັນນະສາຍ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຂຶ້ນຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກແຂວງ, ສະບັບເລກທີ 16/ຄປພຂ, ລົງວັນທີ 6/6/2023 ວ່າດ້ວຍບົ່ງຕົວແຕ່ງຕັ້ງຮອງເລຂາ ແລະ ຄະນະໜ່ວຍພັກຮາກຖານ (ຜູ້ກວດກາໜ່ວຍພັກ) ຂອງໜ່ວຍພັກຮາກຖານຄະນະໜ່ວຍພັກກວດກາພັກແຂວງ ໂດຍໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ອ່ອນມະນີວັນ ຈັນດາວົງ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ສົມສະຫວັນ ຊຸມພົນພັກດີ ເປັນຄະນະໜ່ວຍພັກ (ຜູ້ກວດກາໜ່ວຍພັກ).

ໂອກາດນີ້ ສະຫາຍສົມນິດ ສີລິບຸນລ້ຽງ ໄດ້ຮຽກຮ້ອງໃຫ້ສະຫາຍທີ່ຖືກແຕ່ງຕັ້ງເປັນຄະນະພັກໃນຄັ້ງນີ້ ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ, ຄວາມເປັນເອກະພາບພາຍໃນພັກ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງທາງດ້ານວຽກງານໃຫ້ດີຂຶ້ນກວ່າເກົ່າ, ເອົາໃຈໃສ່ສືບຕໍ່ຮັກສາຜົນງານອັນດີງາມ ໃນໄລຍະຜ່ານມາ ແລະ ເອົາໃຈໃສ່ປະຕິບັກວຽກງານວິຊາສະເພາະ ໂດຍສະເພາະວຽກງານກວດກາພັກ-ກວດກາລັດ ໃຫ້ມີການປັບປຸງແບບແຜນວິທີເຮັດວຽກ ໃຫ້ໜັກແໜ້ນເຂັ້ມແຂງ, ມີອັນແປກໃໝ່ຢູ່ເລື່ອຍໆ. ໃນເມື່ອມີການຕິດຕາມ ກວດກາແລ້ວ ໃຫ້ມີການສ່ອງແສງລາຍງານຂັ້ນເທິງ ຢ່າງເປັນປົກກະຕິຕໍ່ເນື່ອງ.

ຂ່າວ-ພາບ: ພຸດທະສອນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments