Sunday, September 22, 2024
Homeຂ່າວຕ່າງປະເທດຍີ່ປຸ່ນ ອອກວິຊ່າໃຫ້ຊາວຕ່າງປະເທດ 1,29 ລ້ານສະບັບ

ຍີ່ປຸ່ນ ອອກວິຊ່າໃຫ້ຊາວຕ່າງປະເທດ 1,29 ລ້ານສະບັບ

ຍີ່ປຸ່ນ ໄດ້ອອກວິຊ່າ ຈຳນວນ 1,29 ລ້ານສະບັບ ໃຫ້ແກ່ ຊາວຕ່າງປະເທດ ໃນປີ 2022, ເພີ່ມຂຶ້ນ ປະມານ 14 ເທົ່າ ເມື່ອທຽບໃສ່ປີຜ່ານມາ ພາຍຫລັງ ຍົກເລິກ ມາດຕະການ ຄວບຄຸມ ຊາຍແດນ ເພື່ອປ້ອງກັນ ພະຍາດ ໂຄວິດ-19. ສຳນັກຂ່າວຊິນຮວາຂອງ ສປຈີນ, ເມື່ອບໍ່ດົນມານີ້, ຍີ່ປຸ່ນ ໄດ້ອອກວິຊ່າ ຈຳນວນ 1,29 ລ້ານສະບັບໃຫ້ແກ່ຊາວຕ່າງປະເທດ ໃນປີ 2022 ເພີ່ມຂຶ້ນປະມານ 14 ເທົ່າ ເມື່ອທຽບໃສ່ປີຜ່ານມາ ພາຍຫລັງຍົກເລິກມາດຕະການຄວບຄຸມຊາຍແດນ ເພື່ອປ້ອງກັນພະຍາດໂຄວິດ-19.

ໂດຍກະຊວງການຕ່າງປະເທດ ຂອງຍີ່ປຸ່ນ ລະບຸວ່າ: ເຖິງແມ່ນວ່າຍອດຈຳນວນດັ່ງກ່າວ ບໍ່ຫລາຍ ເມື່ອທຽບໃສ່ ກ່ອນເກີດພະຍາດໂຄວິດ-19 ໃນປີ 2019 ແຕ່ຕົວເລກນີ້ ເພີ່ມຂຶ້ນເປັນຄັ້ງທຳອິດ ໃນຮອບ 3 ປີ ຫລັງຈາກ ຍີ່ປຸ່ນໄດ້ຫລຸດຜ່ອນ ມາດຕະການ ຄວບຄຸມ ທີ່ກ່ຽວຂ້ອງ ພະຍາດໂຄວິດ-19 ເມື່ອເດືອນເມສາໃນປີນີ້. ຈຳນວນວິຊ່າ ເຂົ້າຍີ່ນປຸ່ນ ໄດ້ຫລຸດລົງ ຢ່າງວ່ອງໄວ ໃນໄລຍະ ການແພ່ລະບາດ ດັ່ງກ່າວ ໂດຍຫລຸດລົງເຫລືອ 1,12 ລ້ານສະບັບ ໃນປີ 2020 ຊຶ່ງເປັນໄລຍະ ທີ່ຍີ່ປຸ່ນ ເລີ່ມຊຸກຍູ້ ມາດຕະການ ການຄວບຄຸມ ຊາຍແດນ ຫລຸດລົງເຫລືອ 90.306 ສະບັບໃນປີ 2021, ເປັນຕົວເລກ ຕໍ່າທີ່ສຸດ ນັບຕັ້ງແຕ່ ມີຂໍ້ມູນ ທີ່ປຽບທຽບກັນໄດ້ ໃນປີ 1999. ເມື່ອປີ 2022 ມີການອອກວິຊ່າ ຈຳນວນ 186.577 ສະບັບ, ຈີນ ຫລື ກວມເອົາ 14% ຂອງວິຊ່າ ທັງໝົດ, ຖັດມາແມ່ນ ຫວຽດນາມ 177.329 ສະບັບ, ຟີລິບປິນ 134.607 ສະບັບ, ສ.ເກົາຫລີ 104.937 ສະບັບ ແລະ ອື່ນໆ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments