Sunday, September 22, 2024
Homeຂ່າວຕ່າງປະເທດຍີ່ປຸ່ນ ສະໜັບສະໜູນການຜະລິດໝໍ້ໄຟລົດໄຟຟ້າໃຫ້ມີຄຸນນະພາບສູງຂຶ້ນ

ຍີ່ປຸ່ນ ສະໜັບສະໜູນການຜະລິດໝໍ້ໄຟລົດໄຟຟ້າໃຫ້ມີຄຸນນະພາບສູງຂຶ້ນ

ສຳນັກ​ຂ່າວ​ຊິນ​ຮວາ ​ຂອງ ສປ ຈີນ ​ເມື່ອ​ບໍ່​ດົນ​ມາ​ນີ້ກະຊວງ​ອຸດສາຫະກຳຂອງ​ຍີ່ປຸ່ນ ຈັດ​ບ້ວງ​ເງິນສະໜັບສະໜູນ​ໃຫ້​ແກ່ Toyota Motor Corp ມູນ​ຄ່າ 117 ຕື້​ເຢັນ ​ເພື່ອ​ຂະຫຍາຍ​ການ​ຜະລິດໝໍ້​ໄຟ (​ແບ​ດ​ເຕີຣີ) ລົດ​ໄຟຟ້າພາຍ​ໃນ​ປະ​ເທດ ​ໃຫ້​ມີ ​ຄຸນ​ນະພາ​ບສູງ​ຂຶ້ນ ​ໂດຍ​ສະ​ເພາະ​ວຽກ​ງານ​ການຄົ້ນຄວ້າ ​ແລະ ພັດທະນາ​ບ​ແບດ​ເຕຣີ​ແບບ all-solid-state ທີ່​ໂຕ​ໂຢຕ້າ ກຳນົດ​ເປົ້າໝາຍນຳ​ໄປ​ໃຊ້ໃນ​ລົດ​ໄຟຟ້າພາຍ​ໃນ​ປີ 2027- 2028 ​ໃຫ້​ສຳ​ເລັດ. ຂະນະ​ທີ່ໂຕ​ໂຢຕ້າ ມີ​ຍອດ​ຈຳ​ໜ່າຍລົດ​ໄຟຟ້າ ​ທົ່ວ​ໂລກ 20.000 ຄັນ ​ໃນ​ປີ​ກາຍ​ນີ້ ​ແລະ​ ຈະ​ເປີດ​ໂຕ​ລົດ​ໄຟຟ້າ​ໃໝ່ 10 ລຸ້ນ ພາຍ​ໃນ​ປີ 2026 ​ແລະ ຈຳ​ໜ່າຍລົດ​ໄຟຟ້າ​ ໃຫ້​ໄດ້1,5 ລ້ານ​ຄັນ/​ຕໍ່​ປີ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments