Friday, October 18, 2024
Homeຂ່າວຕ່າງປະເທດໂຢໂກຊູກາ ນະຄອນທຳອິດໃນຍີ່ປຸ່ນ ນຳໃຊ້ລະບົບ AI ເຂົ້າໃນວຽກງານບໍລິຫານ

ໂຢໂກຊູກາ ນະຄອນທຳອິດໃນຍີ່ປຸ່ນ ນຳໃຊ້ລະບົບ AI ເຂົ້າໃນວຽກງານບໍລິຫານ

ຂ່າວສານຫວຽດນາມລາຍງານວ່າ: ວັນທີ 5 ມິຖຸນາ ຜ່ານມາ, ນະຄອນໂຢໂກຊູກາ ຂອງຍີ່ປຸ່ນໄດ້ນຳໃຊ້ ແອັບພລິເຄຊັນ ແຊັດບອດປັນຍາປະດິດ (ChatGPT) ຢ່າງເປັນທາງການໃນວຽກງານບໍລິຫານ, ພາຍຫຼັງຜົນການທົດສອບ 1 ເດືອນ ໄດ້ສະແດງໃຫ້ເຫັນວ່າແອັບພລິເຄຊັນປັນຍາປະດິດ (AI) ນີ້ ໄດ້ຊ່ວຍປັບປຸງປະສິດທິຜົນຂອງການເຮັດວຽກ ແລະ ຫຼຸດຜ່ອນຊົ່ວໂມງການເຮັດວຽກ.

ຂ່າວລະບຸວ່າ: ນະຄອນໂຢໂກຊູກາ ໃນແຂວງຄານາກາວາ ທາງທິດໃຕ້ຂອງນະຄອນຫຼວງໂຕກຽວ, ໄດ້ກາຍເປັນລັດຖະບານທ້ອງຖິ່ນແຫ່ງທໍາອິດໃນປະເທດຍີ່ປຸ່ນ ທີ່ເລີ່ມທົດລອງນຳໃຊ້ AI ເຂົ້າໃນວຽກງານບໍລິຫານລັດ.

ໃນຂະບວນການທົດສອບ, ບັນດາພະນັກງານໄດ້ນໍາໃຊ້ເຄື່ອງມື AI ນີ້ເພື່ອສ້າງກະດານຂໍ້ຄວາມ, ສະຫຼຸບເນື້ອໃນກອງປະຊຸມ, ແກ້ໄຂເອກະສານ ແລະ ບາງວຽກງານອື່ນໆ.

ທ່ານ ຄັດສຶອາກິ ຄາມິຈິ ເຈົ້າຄອງນະຄອນໂຢໂກຊູກາ ໃຫ້ຮູ້ວ່າ: ເຄື່ອງມືດັ່ງກ່າວຈະຊ່ວຍຫຼຸດຜ່ອນຊົ່ວໂມງໃນການເຮັດວຽກ ແລະ ຕົ້ນທຶນຂອງແຮງງານ. ສະນັ້ນ, ການນຳໃຊ້ AI ເຂົ້າໃນວຽກງານບໍລິຫານແມ່ນມີຄວາມສຳຄັນ.

ຢ່າງໃດກໍຕາມ, ມີພະນັກງານຈຳນວນໜຶ່ງທີ່ເຂົ້າຮ່ວມໃນການທົດສອບ ໃຫ້ຮູ້ວ່າ: ຄວາມຖືກຕ້ອງຂອງຄໍາຕອບຈາກ ChatGPT ຍັງບໍ່ທັນຊັດເຈນເທົ່າທີ່ຄວນ. ເພື່ອປັບປຸງທັກສະ, ນະຄອນໂຢໂກຊູກາ ຈະປຶກສາຜູ້ຊ່ຽວຊານ ແລະ ຈັດການແຂ່ງຂັນກ່ຽວກັບວິທີການປັບປຸງລະບົບໃຫ້ດີຂຶ້ນ ເພື່ອໃຫ້ລະບົບ AI ສາມາດຕອບສະໜອງໄດ້ຢ່າງຊັດເຈນຖືກຕ້ອງກວ່າເກົ່າອີກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments