Saturday, October 19, 2024
Homeຂ່າວກິລາ“ຣຸດ” ຊະນະ “ຈາງ ຈີເຈິນ” 3-1 ເຊັດ ຜ່ານເຂົ້າຮອບ 4 ເທັນນິດ ເຟຣນ ໂອເພັນ 2023

“ຣຸດ” ຊະນະ “ຈາງ ຈີເຈິນ” 3-1 ເຊັດ ຜ່ານເຂົ້າຮອບ 4 ເທັນນິດ ເຟຣນ ໂອເພັນ 2023

ການແຂ່ງຂັນເທັນນິດແກຣນສະແລມທີ 2 ຂອງປີ ລາຍການ ເຟຣນ ໂອເພັນ 2023 ຊີງເງິນລາງວັນລວມ 49.600.000 ເອີໂຣ ທີ່ໂຣລັອງ ກາຣອດ ນະຄອນຫຼວງປາຣີດ ປະເທດຝຣັ່ງ ເມື່ອວັນທີ 3 ມິຖຸນາ ຜ່ານມາ ເປັນການແຂ່ງຂັນໃນຮອບ 3 ປະເພດຊາຍດ່ຽວ ແຄັດເປີ ຣຸດ ມືວາງອັນດັບ 4 ຂອງລາຍການ ມືອັນດັບ 4 ຂອງໂລກ ຈາກນອກແວ ພົບກັບ ຈາງ ຈີເຈິນ ມືອັນດັບ 71 ຂອງໂລກ ຈາກ ສປ ຈີນ. ເກມການແຂ່ງຂັນປະກົດວ່າ ແຄັດເປີ ຣຸດ ຫຼິ້ນໄດ້ຢ່າງໂດດເດັ່ນຈາກການຫຼິ້ນພາດໄປເຖິງ 9 ຄັ້ງ ແລະ ໄດ້ແຕ້ມຈາກການເສີບທຳອິດເຖິງ 73 ເປີເຊັນ ຕີເອົາຊະນະໄປ 3-1 ເຊັດ 4-6, 6-4, 6-1 ແລະ 6-1 ຄະແນນ ໃຊ້ເວລາໃນການແຂ່ງຂັນ 2 ຊົ່ວໂມງ 35 ນາທີ.

ແຄັດເປີ ຣຸດ ຜ່ານເຂົ້າຮອບ 4 ຫຼື ຮອບ 16 ຄົນສຸດທ້າຍໄປພົບກັບ ນິໂຄລາດ ຈາຣີ ມືອັນດັບ 35 ຂອງໂລກຈາກຈີເລ ທີ່ເອົາຊະນະ ມາກັອດ ກິຣອນ ມືອັນດັບ 75 ຂອງໂລກ ຈາກສະຫະລັດອາເມຣິກາ ມາໄດ້ 6-2, 6-3, 6-7 (7-9) ແລະ 6-3 ຄະແນນ.

ຮຽບຮຽງໂດຍ: ພອນເພັດ ບຸນຄ້ຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments