Monday, October 21, 2024
Homeຂ່າວພາຍໃນ8 ບ້ານຜະລິດກະສິກຳເປັນສິນຄ້າ ເມືອງຊຽງຮ່ອນ ໄດ້ຮັບກົນຈັກກະສິກຳ

8 ບ້ານຜະລິດກະສິກຳເປັນສິນຄ້າ ເມືອງຊຽງຮ່ອນ ໄດ້ຮັບກົນຈັກກະສິກຳ

ພິທີມອບ-ຮັບ ກົນຈັກກະສິກຳໃຫ້ກັບກຸ່ມຜະລິດກະສິກຳເປັນສິນຄ້າເມືອງຊຽງຮ່ອນ ແຂວງໄຊຍະບູລີ ພິທີໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໂດຍການເປັນປະທານຂອງ ທ່ານ ແສງອາທິດ ລາວເບຼຍຢາທໍ່ ຮອງເຈົ້າເມືອງຜູ້ຊີ້ນຳຂົງເຂດເສດຖະກິດ ມີຫົວໜ້າຫ້ອງການ ພາກສ່ວນທີ່ກ່ຽວຂອງຂັ້ນເມືອງ ອົງການປົກຄອງບ້ານ ແລະ ກຸ່ມຜະລິດກະສິກຳເປັນສິນຄ້າເຂົ້າຮ່ວມ.

ເມືອງຊຽງຮ່ອນ ເປັນເມືອງໜຶ່ງທີ່ນອນຢູ່ໃນເມືອງເປົ້າໝາຍໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປ ລາວ ໂດຍມີບ້ານເປົ້າໝາຍຂອງໂຄງການຜະລິດກະສິກໍາເປັນສິນຄ້າ ທີ່ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ໄດ້ສ້າງຕັ້ງກຸ່ມສໍາເລັດແລ້ວມີທັງໝົດ 21 ບ້ານ, ມີ 37 ກຸ່ມຜະລິດ ໃນນັ້ນມີພົນລະເມືອງພາຍໃນກຸ່ມຈຳນວນ 1.799 ຄົນ ຍິງ 684 ຄົນ, ປະກອບມີກຸ່ມຜະລິດແນວພັນເຂົ້າເປັນສິນຄ້າຈໍານວນ 3 ກຸ່ມ, ກຸ່ມຜະລິດເຂົ້າສະອາດເປັນສິນຄ້າຈໍານວນ 31 ກຸ່ມ ແລະ ກຸ່ມຜະລິດພືດຜັກສະອາດເປັນສິນຄ້າຈໍານວນ 3 ກຸ່ມ, ມີເນື້ອທີ່ໃນການຜະລິດລະດູຝົນ 1.452,19 ເຮັກຕາ ແລະ ເນື້ອທີ່ໃນການຜະລິດລະດູແລ້ງ 800 ເຮັກຕາ ທີ່ນອນຢູ່ໃນ 6 ເຂດຊົນລະປະທານຄື: ຊົນລະປະທານນໍ້າມ່າວ, ຊົນລະປະທານນໍ້າງື່ມ 2, ຊົນລະປະທານນໍ້າແໜ່ນ, ຊົນລະປະທານນໍ້າຄ່ອມ1, ຊົນລະປະທານນໍ້າຄ່ອມ 2 ແລະ ຊົນລະປະທານຮ່ອງຄໍ້າ. ໃນການມອບ-ຮັບກົນຈັກກະສິກຳຄັ້ງນີ້ເປັນຊຸດທີ 4 ມີຈໍານວນ 8 ບ້ານຄື: ບ້ານນໍ້າກອກ, ບ້ານດອນມູນ, ບ້ານຫົວເມືອງ, ບ້ານລາວສະໂນ, ບ້ານຄໍ້າ, ບ້ານນໍ້າລ້ອມ, ບ້ານສີນົກໄຊ້ ແລະ ບ້ານຊ້າງ ໄດ້ຮັບລົດໄຖນາໂຄໂບຕ້າ ລຸ່ນ M 9808 ຈຳນວນ 6 ຄັນ, ລົດໄຖນາໂຄບູຕ້າ ລຸ່ນ L 5018 ຈຳນວນ 1 ຄັນ ແລະ ລົດໄຖນາໂຄໂບຕ້າ ລຸ່ນ B 2740 ຈຳນວນ 1 ຄັນ. ປັດຈຸບັນທົ່ວເມືອງມີກຸ່ມຜະລິດກະສິກຳເປັນສິນຄ້າເມືອງຊຽງຮ່ອນ ໄດ້ຮັບກົນຈັກແລ້ວຈຳນວນ 32 ກຸ່ມ, ມີ 21 ບ້ານ.

ຈຸດປະສົງຂອງໂຄງການ ກໍເພື່ອເຮັດໃຫ້ການຜະລິດກະສິກຳເປັນສິນຄ້າ ມີສິ່ງປ່ຽນແປງໃໝ່ທາງດ້ານຜົນຜະລິດຂອງຊາວກະສິກອນ, ໃຫ້ເຂັ້ມແຂງໃນການຜະລິດ, ເພີ່ມຍອດຂາຍຜົນຜະລິດຂອງຊາວກະສິກອນໃນເຂດເປົ້າໝາຍ ເພື່ອເຮັດໃຫ້ກຸ່ມຜະລິດກະສິກຳເປັນສິນຄ້າ ກາຍເປັນທ່າແຮງໃນການຂັບເຄື່ອນແຜນພັດທະນາວຽກງານກະສິກຳຂອງເມືອງໃຫ້ມີຄຸນນະພາບດີຂຶ້ນ ໂຄງການດັ່ງກ່າວໄດ້ຮັບການສະໜັບສະໜູນຈາກໂຄງການຜະລິດກະສິກຳເປັນສິນຄ້າຢູ່ ສປປ ລາວ.

ຂ່າວ-ພາບ: ດອນ ຂຽວພະນາພາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments