Monday, October 21, 2024
Homeຂ່າວຕ່າງປະເທດສີລັງກາ ເພີ່ມຄວາມເຂັ້ມງວດໃນການນຳເຂົ້າໝາກໄມ້

ສີລັງກາ ເພີ່ມຄວາມເຂັ້ມງວດໃນການນຳເຂົ້າໝາກໄມ້

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 1 ມິຖຸນາ ຜ່ານມາ, ກະຊວງສາທາລະນະສຸກສີລັງກາໄດ້ປະກາດວ່າ: ຜູ້ນຳເຂົ້າໝາກໄມ້ຕ້ອງໄດ້ຮັບການລາຍງານກ່ຽວກັບໂລຫະໜັກເລີ່ມຕັ້ງແຕ່ວັນທີ 1 ມິຖຸນາເປັນຕົ້ນໄປ ຊຶ່ງເປັນມາດຕະການສ່ວນໜຶ່ງຂອງຄວາມພະຍາຍາມເພີ່ມລະດັບຄວາມປອດໄພທາງອາຫານໃນປະເທດ. ຂໍ້ກຳນົດໃໝ່ນີ້ມີຂຶ້ນຫຼັງຈາກການສຳຫຼວດເມື່ອບໍ່ດົນມານີ້ ໂດຍກະຊວງສາທາລະນະສຸກກວດພົບຕົວຢ່າງໝາກໄມ້ນຳເຂົ້າຈຳນວນຫຼາຍປົນເປື້ອນສານຕະກົ່ວ ໂດຍບົດລາຍງານກ່ຽວກັບໂລຫະໜັກລະບຸວ່າ ໂລຫະໜັກຕ້ອງມາຈາກຫ້ອງປະຕິບັດການ ຊຶ່ງໄດ້ຮັບການຮັບຮອງ ແລະ ເປັນອິດສະຫຼະຈາກປະເທດຜູ້ສົ່ງອອກ. ທັງນີ້, ລັດຖະບານສີລັງກາໄດ້ກ່າວເຕືອນຜູ້ນຳເຂົ້າວ່າ ບໍ່ຄວນນຳເຂົ້າໝາກໄມ້ຊະນິດໃດກໍຕາມ ທີ່ມີປະລິມານໂລຫະໜັກເກີນລະດັບມາດຕະຖານອາຫານສາກົນ (Codex) ໂດຍໝາກໄມ້ນຳເຂົ້າທີ່ບໍ່ຜ່ານມາດຕະຖານດັ່ງກ່າວຈະຖືກປະຕິເສດການນຳເຂົ້າສູ່ປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments