Monday, October 21, 2024
Homeຂ່າວພາຍໃນຜ່ານຮ່າງບົດວິພາກ ໂຄງການກໍ່ສ້າງພັດທະນາສວນສາທາລະນະຢູ່ເມືອງອະນຸວົງ

ຜ່ານຮ່າງບົດວິພາກ ໂຄງການກໍ່ສ້າງພັດທະນາສວນສາທາລະນະຢູ່ເມືອງອະນຸວົງ

ແຫລ່ງຂ່າວຈາກ ແຂວງໄຊສົມບູນ ໃຫ້ຮູ້ວ່າ: ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງໄຊສົມບູນ ຈັດກອງປະຊຸມ ຜ່ານຮ່າງບົດວິພາກເສດຖະກິດ ເຕັກນິກ ໂຄງການລົງທຶນກໍ່ສ້າງພັດທະນາສວນສາທາລະນະ 3 ຈຸດ ຂອບເຂດບໍລິເວນແຄມຕາຝັ່ງເຈື່ອນນໍ້າຈັ້ງ ເມືອງອະນຸວົງ ແຂວງໄຊສົມບູນ ໃນວັນທີ 2 ມິຖຸນາ 2023 ໂດຍການເປັນປະທານຂອງທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ, ທ່ານ ທົງສະຫວັນ ໂພສະລາດ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງ, ມີຜູ້ຕາງໜ້າບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ທົງສະຫວັນ ໂພສະລາດ ໄດ້ກ່າວວ່າ: ຈຸດປະສົງໃນກອງປະຊຸມຄັ້ງນີ້ ເພື່ອເປັນການຄົ້ນຄວ້າ, ປຶກສາຫາລື, ຄວາມເປັນເອກະພາບ, ປະກອບຄຳຄິດ-ຄຳເຫັນ ໃສ່ຮ່າງບົດວິພາກເສດຖະກິດເຕັກນິກ ໂຄງການລົງທຶນກໍ່ສ້າງພັດທະນາສວນສາທາລະນະ 3 ຈຸດ ຂອບເຂດບໍລິເວນແຄມຕາຝັ່ງເຈື່ອນນໍ້າຈັ້ງ ເມືອງອະນຸວົງ ຊຶ່ງມີເນື້ອທີ່ 3,500 ຕາແມັດ. ຈາກນັ້ນ ຜູ້ຕາງໜ້າບໍລິສັດ ສີສະເກດ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ຂຶ້ນຜ່ານຮ່າງບົດວິພາກເສດຖະກິດເຕັກນິກ ໂຄງການລົງທຶນກໍ່ສ້າງພັດທະນາສວນສາທາລະນະ 3 ຈຸດ ຂອບເຂດບໍລິເວນແຄມຕາຝັ່ງເຈື່ອນນໍ້າຈັ້ງ, ປັດຈຸບັນ ການທ່ອງທ່ຽວທຳມະຊາດ ໄດ້ມີການຂະຫຍາຍຕົວຢ່າງວ່ອງໄວ ໂດຍມີທ່າແຮງຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ ເພື່ອການລົງທຶນພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວ ເປັນມິດຕໍ່ສິ່ງແວດລ້ອມ ໂດຍແມ່ນວິສາຫະກິດເອກະຊົນລາວເປັນຜູ້ສຳປະທານ ແລະ ດຳເນີນການລົງທຶນພາຍໃນ 100% ມູນຄ່າການລົງທຶນ 20 ຕື້ກີບ, ກຳນົດໄລຍະເວລາການກໍ່ສ້າງ 4 ປີ, ເຊິ່ງຈະເລີ່ມກໍ່ສ້າງໃນປີ 2023-2027. ໂຄງການດັ່ງກ່າວ ເພື່ອແນໃສ່ສ້າງຜົນກຳໄລທາງດ້ານທຸລະກິດ ບົນພື້ນຖານຄວາມຖືກຕ້ອງສອດຄ່ອງ ທັງເປັນການສ້າງວຽກເຮັດງານທຳໃຫ້ປະຊາຊົນໃນທ້ອງຖິ່ນ, ບັນດາເມືອງຢູ່ອ້ອມຂ້າງ ໃຫ້ມີລາຍຮັບທີ່ໝັ້ນຄົງ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ, ຫລຸດຜ່ອນ ແລະ ແກ້ໄຂຄວາມທຸກຍາກເທື່ອລະກ້າວ ຕາມແນວທາງຂອງພັກ-ລັດ ພັດທະນາສະຖານທີ່ດັ່ງກ່າວ ໃຫ້ເປັນມິດກັບສິ່ງແວດລ້ອມທີ່ຍືນຍົງ. ສະນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ຕ້ອງໄດ້ພ້ອມກັນສຸມສະຕິປັນຍາ ໃນການປະກອບຄຳຄິດ-ຄຳເຫັນ ໃສ່ຮ່າງບົດວິພາກເສດຖະກິດເຕັກນິກ ໂຄງການດັ່ງກ່າວ ດ້ວຍຄວາມຮັບຜິດຊອບສູງ.

ໂອກາດດັ່ງກ່າວ, ທ່ານ ຕົ່ງມົວ ຊົວໂກ້ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມກອງປະຊຸມ ຄົ້ນຄວ້າໃຫ້ລະອຽດ ປຶກສາຫາລື ໃນການປັບປຸງ, ແກ້ໄຂບົດວິພາກ ແລະ ປ່ຽນຊື່ໂຄງການຄືນໃໝ່ ໃຫ້ມີຄວາມລະອຽດ, ຊັດເຈນ ສອດຄ່ອງກັບສະພາບຕົວຈິງ, ກຳນົດແຜນການກໍ່ສ້າງ, ການເຊົ່າສຳປະທານ ແລະ ສືບຕໍ່ປະສານສົມທົບລະຫວ່າງບໍລິສັດກັບພາກສ່ວນທີ່ກ່ຽວຂ້ອງ, ສຶກສາຜົນກະທົບຕໍ່ສິ່ງແວດລ້ອມທາງທຳມະຊາດ, ການຄຸ້ມຄອງພັດທະນາຊຸມຊົນ ຕໍ່ກັບການທ່ອງທ່ຽວ ເພື່ອສະດວກໃນການຈັດຕັ້ງປະຕິບັດວຽກງານ ໃຫ້ມີປະສິດທິຜົນສູງ.

ຂ່າວ: ສີລິພອນ ສົງຄຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments