Saturday, October 5, 2024
Homeຂ່າວໜ້າໜຶ່ງຈັດພິທີເປີດວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

ຈັດພິທີເປີດວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5

ຕອນເຊົ້າວັນທີ 29 ພຶດສະພາ 2023 ທີ່ໂຮງແຮມແລນມາກ ນະຄອນຫລວງວຽງຈັນ, ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຮ່ວມກັບ ສະຫະພັນການທ່ອງທ່ຽວພູເຂົາສາກົນ ສປ ຈີນ ຈັດຕັ້ງວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ແລະ ກອງປະຊຸມປິ່ນອ້ອມກ່ຽວຂ້ອງ ພາຍໃຕ້ຫົວຂໍ້ “ມ່ວນຊື່ນໃນຄວາມມະຫັດສະຈັນຂອງພູເຂົາ, ແບ່ງປັນຊີວິດທີ່ສວຍງາມ, ຟື້ນຟູອຸດສາຫະກຳການທ່ອງທ່ຽວ”.

ເປັນກຽດເຂົ້າຮ່ວມງານດັ່ງກ່າວ ໂດຍທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ພູວົງ ວົງຄໍາຊາວ, ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ຟູ ອິງຊຸ່ນ, ຮອງປະທານ, ເລຂາທິການ ສະຫະພັນທ່ອງທ່ຽວພູເຂົາສາກົນ, ບັນດາສະມາຊິກສະຫະພັນທ່ອງທ່ຽວພູເຂົາສາກົນ, ແລະພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ 300 ກວ່າຄົນ.

ທ່ານ ອຸ່ນທວງ ຂາວພັນ, ຮອງລັດຖະມົນຕີ ກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວໄດ້ແຈ້ງໃຫ້ຊາບວ່າ: ຂໍ້ລິເລີ່ມຈັດຕັ້ງງານວັນທ່ອງທ່ຽວພູເຂົາສາກົນ ໃນປີນີ້ໄດ້ດຳເນີນພາຍໃຕ້ຫົວ ຂໍ້“ມ່ວນຊື່ນໃນຄວາມມະຫັດສະຈັນຂອງພູເຂົາ,ແບ່ງປັນຊີວິດທີ່ສວຍງາມ, ຟື້ນຟູອຸດສາຫະກຳການທ່ອງທ່ຽວ” ເປັນຫົວຂໍ້ຫຼັກປະຈໍາປີນີ້ຊຶ່ງໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຂອບໃຈໄປຍັງ ສະຫະພັນການທ່ອງທ່ຽວ ພູເຂົາສາກົນ ທີ່ໄດ້ ເລືອກເອົາ ສປປ ລາວ ເປັນສະຖານທີ່ຈັດງານໃນຄັ້ງນີ້ ທີ່ເຫັນວ່າຈະປະກອບສ່ວນໂຄສະນາໃຫ້ແກ່ການທ່ອງທ່ຽວລາວ ຊຶ່ງກໍພໍດີກັບ ສປປ ລາວ ພວມຫ້າງຫາກະກຽມ ເປີດປີທ່ອງທ່ຽວ (Visit Lao Year)ໃນປີ 2024 ທີ່ຈະມາເຖິງນີ້ ໄປພ້ອມໆກັບການຮັບກຽດເປັນປະທານອາຊຽນ 2024 ເພື່ອດຶງດູດໃຫ້ນັກທ່ອງທ່ຽວຈາກທົ່ວທຸກມູມໂລກ ເດີນທາງມາສໍາພັດ ແລະ ແຫຼ່ງທ່ອງທຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ຢູ່ ສປປ ລາວ.

ທ່ານອຸ່ນທວງ ຂາວພັນ ກ່າວຕື່ມວ່າ: ໃນປະຈຸບັນອຸດສາຫະກໍາການທ່ອງທ່ຽວທົ່ວໂລກ ກຳລັງຟື້ນຕົວຢ່າງຕໍ່ເນື່ອງ ຫຼັງຈາກທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19,ການເປີດບໍລິການເສັ້ນທາງລົດໄຟຄວາມໄວສູງເຊື່ອມໂຍງລະຫວ່າງ ລາວ-ຈີນ ຖືວ່າເປັນທ່າແຮງໜຶ່ງທີ່ສໍາຄັນສຳລັບການອໍານວຍຄວາມສະດວກໃຫ້ແກ່ການເດີນທາງລະຫວ່າງປະເທດ, ການເຊື່ອມເສັ້ນທາງລົດໄຟລາວ-ຈີນຈາກນະຄອນຫລວງວຽງຈັນ ສປປ ລາວ- ຄຸນໝິງ, ສປຈີນ ໃນເດືອນ ເມສາ 2023 ຜ່ານມາ ເຮັດໃຫ້ນັກທ່ອງທ່ຽວມີຫຼາຍທາງເລືອກເພີ່ມຂື້ນເພື່ອເຂົ້າມາທ່ອງທ່ຽວຢູ່ສອງປະເທດ ລາວ-ຈີນ, ລັດຖະບານແຫ່ງ ສປປ ລາວ ມີຈຸດມຸ່ງໝາຍໃນການພັດທະນາເສັ້ນທາງລົດໄຟລາວ – ຈີນ ໃຫ້ກາຍເປັນແລວທາງເສດຖະກິດ ເຊື່ອມໂຍງກັບປະເທດໃນພາກພື້ນສ້າງລາຍໄດ້ມະຫາສານໃຫ້ປະເທດຊາດ, ປະກອບສ່ວນໃນການແກ້ໄຂສະພາບເສດຖະກິດຂອງປະເທດ, ສາມາດດຶງດູດນັກທ່ອງທ່ຽວໃນພາກພື້ນ ແລະ ສາກົນໃຫ້ນັບມື້ເພີ້ມຂຶ້ນ, ທັງເປັນການໂຄສະນາ ສປປ ລາວ ໃຫ້ກ້ວາງຂວາງໃນເວທີສາກົນ, ຊຸກຍູ້ສົ່ງເສີມການບໍລິການຂົນສົ່ງສິນຄ້າ,ການໂດຍສານເພື່ອສົ່ງເສີມການ ທ່ອງທ່ຽວຂອງ ສປປ ລາວຕໍ່ ບັນດາປະເທດໃນພາກພື້ນ ແລະ ໃນໂລກ ເຮັດໃຫ້ ສປປ ລາວກາຍເປັນຈຸດໃຈກາງການເຊື່ອມໂຍງຂອງບັນດາປະເທດອາຊຽນກັບ ສປຈີນ ເວົ້າສະລວມ ເວົ້າສະເພາະກໍແມ່ນການເຊື່ອມໂຍງລະຫ່ວາງ ສປປ ລາວ ກັບສາກົນແລະ ເຮັດໃຫ້ສປປລາວກາຍເປັນຈຸດໝາຍປາຍທາງການທ່ອງທ່ຽວຂອງໂລກ.

ສະຫະພັນການທ່ອງທ່ຽວພູເຂົາສາກົນ ສ້າງຕັ້ງຂື້ນໃນປີ 2017 ເປັນອົງການຈັດຕັ້ງເອກະລາດທີ່ຂື້ນກັບລັດຖະບານ ແລະ ບໍ່ຫວັງຜົນກຳໄລ, ເປັນອົງກອນໜຶ່ງທີ່ຂື້ນກັບກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ ເພື່ອສ້າງເປັນເວທີແລກປ່ຽນການຮ່ວມມື ແລະ ສ້າງເຄືອຂ່າຍດ້ານທຸລະກິດການທ່ອງທ່ຽວ ທາງພູເຂົາຂອງບັນດາສະມາຊິກ ໃຫ້ມີຄວາມຍືນຍົງ. ປັດຈຸບັນ ສະຫະພັນດັ່ງກ່າວ ມີສະມາຊິກ ຈຳນວນ 194ພາກສ່ວນ ຈາກ 34ປະເທດ ໃນທົ່ວໂລກ. ໃນວັນທີ 29 ພຶດສະພາ 1953 ພູເຂົາເອເວີເຣດ ໄດ້ບັນທຶກວ່າເປັນພູເຂົາທີສູງທີ່ສຸດໃນໂລກ ແລະ ໄດ້ຖືກຍົກເປັນ ວັນທ່ອງທ່ຽວພູເຂົາສາກົນ ແລະ ໄດ້ຈັດຕັ້ງງານດັ່ງກ່າວໃນຮູບແບບ ເຊິ່ງໜ້າ ແລະ ທາງໄກ ມີຄື: 2019 ຈັດຂື້ນທີ ປະເທດເນປານ ໃນຮູບແບບເຊິ່ງໜ້າ ພາຍໃຕ້ຫົວຂໍ້ “Ecology, green, science and technology lead the high quality development of mountain tourism.” ປະເທດເນປານ ແມ່ນເປັນສະມາຊິກ ຂອງສະຫະພັນດັ່ງກ່າວ ແລະ ເພື່ອໂຄສະນາໃຫ້ແກ່ປີທ່ອງທ່ຽວເນປານ 2020.

ໃນປີ 2020 ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ຈັດຕັ້ງງານ ທີ່ ສປ ຈີນ ພາຍໃຕ້ຫົວຂໍ້ “Pandemic Crisis and Challenges & Opportunities for Mountain Tourism” ປີ 2021 ຈັດຂື້ນທີ່ ດູໄບ, ພາຍໃຕ້ຫົວຂໍ້ “Mountain Partnership” ໃນໄລຍະດຽວກັນກັບການເປັນເຈົ້າພາບຈັດງານວາງສະແດງໂລກ, ປີ 2022 ຈັດຂື້ນທີ່ ລອນດອນ, ປະເທດ ອັງກິດ ຜ່ານລະບົບທາງໄກ ພາຍໃຕ້ຫົວຂໍ້ “Mountain Tourism Promotes a Healthy Life and Cultural Exchange”

ການຈັດງານວັນທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ທີ່ ສປປ ລາວ ໃນຄັ້ງນີ້ ຍັງປະກອບດ້ວຍບັນດາກອງປະຊຸມປິ່ນອ້ອມ ເຊັ່ນ: ກອງປະຊຸມສຳມະນາ ໃນຫົວຂໍ້ ມ່ວນຊື່ນໃນຄວາມມະຫັດສະຈັນຂອງພູເຂົາ, ແບ່ງປັນຊີວິດທີ່ສວຍງາມ, ຟື້ນຟູອຸດສາຫະກຳການທ່ອງທ່ຽວ”ແລະ ເວທີປຶກສາຫາລື ເພື່ອສົ່ງເສີມການທ່ອງທ່ຽວທາງພູເຂົາແຫ່ງ ອາຊີ ຊຶ່ງໄດ້ເຊີນບັນດາວິທະຍາກອນ, ຊ່ຽວຊານ ຈາກພາກລັດ, ພາກທຸລະກິດ ແລະ ອົງການຈັດຕັ້ງສາກົນຕ່າງໆ ຂື້ນມາບັນຍາຍ ແລກປ່ຽນຄຳເຫັນ ໃຫ້ຄວາມຮູ້ແກ່ຜູ້ແທນກອງປະຊຸມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments