Saturday, October 5, 2024
Homeຂ່າວກິລາແມນຢູ ຖະຫຼົ່ມ ເຊວຊີ 4-1 ຫຍັບຂຶ້ນທີ 3 ເຕະບານ ພຣີເມຍລີກ ພ້ອມຄວ້າໂຄຕ້າລຸຍ ຢູຟາ ແຊ໋ມປ້ຽນລີກ ລະດູການໜ້າ

ແມນຢູ ຖະຫຼົ່ມ ເຊວຊີ 4-1 ຫຍັບຂຶ້ນທີ 3 ເຕະບານ ພຣີເມຍລີກ ພ້ອມຄວ້າໂຄຕ້າລຸຍ ຢູຟາ ແຊ໋ມປ້ຽນລີກ ລະດູການໜ້າ

ການແຂ່ງຂັນເຕະບານ ພຣີເມຍລີກ ອັງກິດ ລະດູການ 2022-2023 ນັດທີ 37 ເມື່ອວັນທີ 25 ພຶດສະພາ ຜ່ານມາ ທີ່ສະໜາມໂອນແທບຟອດ, ສະໂມສອນ ແມນເຊັດເຕີ ຢູໄນເຕັດ ທີມອັນດັບ 4 ຂອງຕາຕະລາງ ທີ່ເກມລີກຫຼ້າສຸດບຸກໄປຊະນະ ບອນມັດ 1-0 ມີ 69 ແຕ້ມ ຈາກການລົງສະໜາມໄປແລ້ວ 36 ນັດ ເກມນີ້ຂໍພຽງສະເໝີກໍຈະຄວ້າໂຄຕ້າໄປລຸຍການແຂ່ງຂັນເຕະບານ ຢູຟາ ແຊ໋ມປ້ຽນລີກ ລະດູການ 2023-2024 ຢ່າງເປັນທາງການ ນັດນີ້ເປີດບ້ານຕ້ອນຮັບການມາຢາມຂອງ ສະໂມສອນ ເຊວຊີ ທີ່ຢູ່ອັນດັບ 12 ຂອງຕາຕະລາງ ມີ 43 ແຕ້ມຈາກ 36 ເກມ ນັດຫຼ້າສຸດບຸກໄປເສຍ ແມນເຊັດເຕີ ຊິຕີ 0-1 ສົ່ງຜົນໃຫ້ທີມຊະນະພຽງນັດດຽວ ຈາກ 5 ເກມຫຼັງສຸດໃນລີກ.

ເກມໃນເຄິ່ງເວລາທຳອິດ ເລີ່ມໄດ້ພຽງນາທີ 6 ແມນຢູ ມາໄດ້ປະຕູຂຶ້ນນຳກ່ອນ 1-0 ຈາກຈັງຫວະ ລູກຟຣີຄິກ ຄຣິດຕຽນ ເອຣິກເຊັນ ເປີດບານມາໜ້າປະຕູ ກາເຊມິໂຣ ຂຶ້ນໂໝ່ງບານເຂົ້າປະຕູໄປ. ຈາກນັ້ນ ເກມດຳເນີນມາເຖິງທ້າຍເກມຂອງເຄິ່ງເວລາທຳອິດ ນາທີ 45+5 ແມນຢູ ມາໄດ້ປະຕູນຳຫ່າງເປັນ 2-0 ຈາກຈັງຫວະ ກາເຊມິໂຣ ເປີດບານມາໃຫ້ ເຈດອນ ຊານໂຊ ກ່ອນສົ່ງຕໍ່ທາງຊ້າຍໃຫ້ ອອງໂຕນີ ມາກຊິຢາວ ຍິງຈໍ່ໆເຂົ້າປະຕູໄປ ຈົບເກມໃນເຄິ່ງເວລາທຳອິດ ແມນຢູ ຂຶ້ນນຳ ເຊວຊີ 2-0.

ກັບມາເຂົ້າສູ່ເກມໃນເຄິ່ງເວລາທີສອງ ນາທີ 73, 78 ແມນຢູ ມາໄດ້ອີກສອງລູກນຳຫ່າງ 4-0 ຈາກຈັງຫວະ ຈຸດໂທດທີ່ ບຣູໂນ ແຟນັນເດດ ຖືກ ເວດລີ ໂຟຟານາ ເຕະທີ່ຂາລົ້ມລົງໄປ ແລະ ກໍລຸກຂຶ້ນມາຍິງເອງ. ສ່ວນອີກລູກມາຈາກຈັງຫວະຜິດພາດຂອງ ໂຟຟານາ ທີ່ສົ່ງບານໄປໃຫ້ ເທຣໂວ ຊາໂລບາ ບໍ່ດີຖືກ ບຣູໂນ ແຟນັນເດດ ຍ້າຍໄປໄດ້ກ່ອນສົ່ງໃຫ້ ມາຄັດ ແຣດຟອດ ຍິງບານໄປຕິດຕຳຂາ ອາຣິຊາບາລາກາ ກ່ອນຕາມຍິງຊ້ຳເຂົ້າໄປ. ຈາກນັ້ນ ນາທີ 89 ເຊວຊີ ມາໄດ້ປະຕູຕີໄຂ່ແຕກເປັນ 1-4 ຈາກ ຊູເອົາ ເຟລິກ ລາກບານເຂົ້າໄປໃນເຂດໂທດກ່ອນຍິງບານສຽບເສົາສອງເຂົ້າໄປ. ສ່ວນເວລາທີ່ເຫຼືອບໍ່ມີປະຕູເພີ່ມ ເຮັດໃຫ້ຈົບເກມການແຂ່ງຂັນ ແມນເຊັດເຕີ ຢູໄນເຕັດ ເປີດບ້ານຖະຫຼົ່ມ ເຊວຊີ 4-1 ເກັບເພີ່ມເປັນ 72 ຄະແນນ ຈາກ 37 ນັດ ແຊງ ນິວຄາດເຊິນ ຂຶ້ນມາຢູ່ອັນດັບທີ 3 ພ້ອມຄວ້າໂຄຕ້າໄປລຸຍການແຂ່ງຂັນເຕະບານ ຢູຟາ ແຊ໋ມປ້ຽນລີກ ລະດູການ 2023-2024 ຢ່າງເປັນທາງການ. ສ່ວນ ເຊວຊີ ຍັງຢູ່ອັນດັບ 12 ມີ 43 ຄະແນນ ຈາກ 37 ເກມ.

ຮຽບຮຽງໂດຍ: ພອນເພັດ ບຸນຄ້ຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments