Saturday, October 5, 2024
Homeຂ່າວຕ່າງປະເທດຫັນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ໃຫ້ກາຍເປັນກຳລັງໜູນໃນການພັດທະນາ

ຫັນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ໃຫ້ກາຍເປັນກຳລັງໜູນໃນການພັດທະນາ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 28 ພຶດສະພາ ຜ່ານມາ ຢູ່ແຂວງຮ່າຕິ້ງ, ທ່ານ ເວື່ອງດິງເຫວ້ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມປະກາດການວາງແຜນຜັງໄລຍະ 2021 – 2023, ວິໄສທັດຮອດປີ 2050 ແລະ ສົ່ງເສີມການຄ້າເຂົ້າແຂວງຮ່າຕິ້ງ. ດ້ວຍຫົວຂໍ້: “ຮ່າຕິ້ງ ຫັນຄວາມສາມາດບົ່ມຊ້ອນ ແລະ ຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ”, ກອງປະຊຸມໄດ້ສະໜອງຂໍ້ມູນພື້ນຖານກ່ຽວກັບການວາງແຜນຜັງ, ແນະນຳ, ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າໄດ້ ປຽບ, ນະໂຍບາຍບຸລິມະສິດ ແລະ ບັນດາໂຄງການບຸລິມະສິດຂອງແຂວງໃຫ້ແກ່ນັກລົງທຶນ.

ທ່ານ ເວື່ອງດິງເຫວ້ ກ່າວຄຳເຫັນໃນກອງປະຊຸມວ່າ: ກອງປະຊຸມຄັ້ງນີ້ແມ່ນເຫດການທີ່ມີຄວາມ ໝາຍ, ແມ່ນກຳລັງໜູນ ມີກຳລັງແຜ່ຂະຫຍາຍກ່ຽວກັບຈິນຕະນາການພັດທະນາ, ກ່ຽວກັບວິໄສທັດ ແລະ ດຶງດູດການລົງທຶນໃນໄລຍະປັດຈຸບັນ. ບໍ່ພຽງແຕ່ສະເພາະໃຫ້ແກ່ ຮ່າຕິ້ງ ເທົ່ານັ້ນ ຫາກນັບທັງບັນດາແຂວງທາງທິດເໜືອພາກກາງ, ເຂດແຄມທະເລພາກກາງ… ເວົ້າລວມ. ທ່ານໄດ້ສະເໜີໃຫ້ ຮ່າຕິ້ງ ຊຸກຍູ້ບຸກທະລຸ ໃນ 4 ຂະແໜງຈຸດສຸມ, 3 ຕົວເມືອງໃຈກາງ, 3 ແລວທາງເສດຖະກິດ. ທ່ານຍັງໄດ້ເນັ້ນໜັກວ່າ: ຮ່າຕິ້ງ ຄວນຫັນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບເປັນກຳລັງໜູນພັດທະນາ. ແຂວງຄວນປະກາດ, ວາງສະແດງຂໍ້ມູນການວາງແຜນຜັງໃຫ້ກວ້າງຂວາງ, ສ້າງຕັ້ງສູນຂໍ້ມູນເພື່ອໂຄສະນາ, ແນະນຳການວາງແຜນຜັງ, ດຶງດູດບັນດານັກລົງທຶນ, ດຳເນີນທຸລະກິດ; ເພີ່ມທະວີການຄຸ້ມຄອງ, ຕິດຕາມການປະຕິບັດການວາງແຜນຜັງ. ໃນກອງປະຊຸມ, ທ່ານ ເຈີນຮົ່ງຮ່າ ຮອງນາຍົກລັດຖະມົນຕີ ກໍໄດ້ມອບຂໍ້ຕົກລົງວາງແຜນຜັງແຂວງໄລຍະ 2021- 2030, ວິໄສທັດຮອດປີ 2050 ໃຫ້ແກ່ການນຳແຂວງຮ່າຕິ້ງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments