ປັດຈຸບັນ ມີສື່ອອນລາຍທີ່ບໍ່ແມ່ນສື່ທາງການຈຳນວນໜຶ່ງ ໄດ້ເຜີຍແຜ່ຂໍ້ມູນຜ່ານໜ້າເພຈຂ່າວຂອງຕົນ ໂດຍອ້າງວ່າ: ນາຍົກລັດຖະມົນຕີ ແຕ່ງຕັ້ງບັນດາທ່ານເຫລົ່ານີ້ ມາຮັບຜິດຊອບວຽກງານຕ່າງໆ ພ້ອມປະກອບຮູບພາບເປັນ ສະມາຊິກສະພາແຫ່ງຊາດ ແລະ ນັກທຸລະກິດ ຈຳນວນໜຶ່ງ ເຊິ່ງບໍ່ຖືກຕ້ອງຕາມເນື້ອໃນຈິດໃຈຂໍ້ຕົກລົງຂອງລັດຖະບານ ທັງເປັນການສ້າງຄວາມສັບສົນວຸ້ນວາຍໃນສັງຄົມ ເກີດຄວາມເຂົ້າໃຈຜິດ ແລະ ວິພາກວິຈານຕ່າງໆນາໆ ໃນລັກສະນະບໍ່ສ້າງສັນ.

ຄວາມຈິງແລ້ວ, ລັດຖະບານ ກໍຄື ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ອອກຂໍ້ຕົກລົງ ສະບັບເລກທີ 36/ນຍ ລົງວັນທີ 06.06.2022 ວ່າດ້ວຍການແຕ່ງຕັ້ງຄະນະສະເພາະກິດ ຮັບຜິດຊອບຊີ້ນຳ ແລະ ວາງມາດຕະການຮີບດ່ວນ ໃນການແກ້ໄຂບັນຫານ້ຳມັນເຊື້ອໄຟ, ລາຄາສິນຄ້າ ແລະ ເງິນຕາຕ່າງປະເທດ ປະກອບດ້ວຍ:

1) ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳຂົງເຂດວຽກງານເສດຖະກິດ ເປັນຫົວໜ້າຄະນະ;

2) ແຕ່ງຕັ້ງ ທ່ານ ລັດຖະມົນຕີ ກະຊວງການເງິນ ເປັນຮອງຫົວໜ້າຄະນະ;

3) ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ເປັນຄະນະ;

4) ທ່ານ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ເປັນຄະນະ;

5) ທ່ານ ຮອງຫົວໜ້າຫ້ອງວ່າການສູນກາງພັກ ເປັນຄະນະ;

6) ທ່ານ ຮອງຫົວໜ້າອົງການກວດກາແຫ່ງລັດ ເປັນຄະນະ;

7) ທ່ານ ຫົວໜ້າກົມໃຫຍ່ຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ເປັນຄະນະ;

8) ທ່ານ ປະທານສະມາຄົມນໍ້າມັນເຊື້ອໄຟລາວ ແລະ ອາຍແກັດ ເປັນຄະນະ.

ສໍາລັບ ສິດ ແລະ ໜ້າທີ່ ຂອງ ຄະນະສະເພາະກິດຮັບຜິດຊອບ ແມ່ນວາງມາດຕະການຮັບປະກັນການນຳເຂົ້ານໍ້າມັນເຊື້ອໄຟ ເພື່ອສະໜອງຄວາມຕ້ອງການອັນຈຳເປັນ ໃຫ້ເປັນປົກກະຕິ ແລະ ຮັບປະກັນການກໍານົດລາຄາໃນແຕ່ລະໄລຍະໃຫ້ທັນການ ແລະ ສອດຄ່ອງກັບການຜັນແປຂອງລາຄານ້ຳມັນເຊື້ອໄຟຢູ່ຕະຫລາດໂລກ ແລະ ສະພາບຄວາມເປັນຈິງຂອງປະເທດເຮົາ.

ວາງມາດຕະການຕ່າງໆ ແລະ ວິທີການຕົວຈິງ ໃນການສະໜອງເງິນຕາຕ່າງປະເທດ, ການຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ, ການແກ້ໄຂບັນດາຮ້ານແລກປ່ຽນ, ການນຳໃຊ້ເງິນຕາໃນທ້ອງຕະຫລາດ ໃຫ້ມີຄວາມສະຫງົບ ແລະ ມີສະຖຽນລະພາບ.

ຕິດຕາມກວດກາ ແລະ ປະຕິບັດມາດຕະການເຂັ້ມງວດ ຕໍ່ຜູ້ລ່ວງລະເມີດກົດໝາຍ, ສ້າງຄວາມປັ່ນປ່ວນ, ສ້າງບັນຫາເສຍຫາຍໃຫ້ແກ່ເສດຖະກິດ-ການເງິນຂອງຊາດ.

ວາງມາດຕະການຕ່າງໆ ເພື່ອຄວບຄຸມລາຄາສິນຄ້າ, ການກໍານົດສິນຄ້າຍຸດທະສາດ ເພື່ອໃຫ້ລາຄາສິນຄ້າໃນທ້ອງຕະຫລາດ ຢູ່ໃນເກນປົກກະຕິ.

ວາງມາດຕະການຕ່າງໆ ນໍາໃຊ້ຕົວຈິງ ເພື່ອແກ້ໄຂທຸກບັນຫາ ທີ່ເປັນຜົນກະທົບເຖິງຄວາມໝັ້ນຄົງຂອງຊາດ ທາງດ້ານເສດຖະກິດ ຕາມສະພາບການເກີດຂຶ້ນ ເພື່ອສາມາດຮັບມືກັບການແກ້ໄຂສະພາບການຢ່າງທັນການ.

ໃນມາດຕາ 3 ຂອງຂໍ້ຕົກລົງດັ່ງກ່າວ, ຍັງມອບໃຫ້ຫົວໜ້າຄະນະສະເພາະກິດ ແຕ່ງຕັ້ງໜ່ວຍງານຊ່ວຍວຽກຂອງຕົນ ຕາມຄວາມຈຳເປັນ.

#Medialaos MMD (ແຫຼ່ງຂໍ້ມູນຈາກ: ສຳນັກຂ່າວສານປະເທດລາວ)

LEAVE A REPLY

Please enter your comment!
Please enter your name here