Friday, October 4, 2024
HomeUncategorizedກະຊວງ ຖວທ ມອບອຸປະກອນໂທລະໂຄ່ງ 50 ຊຸດໃຫ້ ຖວທ ບໍລິຄຳໄຊ

ກະຊວງ ຖວທ ມອບອຸປະກອນໂທລະໂຄ່ງ 50 ຊຸດໃຫ້ ຖວທ ບໍລິຄຳໄຊ

ໃນວັນທີ 26 ພຶດສະພາ ນີ້ ທີ່ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງ ບໍລິຄໍາໄຊ, ກົມສື່ມວນຊົນກະຊວງ ຖວທ ໄດ້ຈັດພິທີມອບ-ຮັບອຸປະກອນຊຸດໂທລະໂຄ່ງຂອງໂຄງການປັບປຸງຂະຫຍາຍຕາໜ່າງໂທລະໂຄ່ງທົ່ວປະເທດ (ໄລຍະ 2) ໃຫ້ແຂວງບໍລິຄຳໄຊ ໂດຍການເປັນປະທານຂອງທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖວທ, ມີທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ອຸປະກອນທີ່ນໍາມາມອບໃນຄັ້ງນີ້ປະກອບມີໂທລະໂຄ່ງຈຳນວນ 50 ຊຸດ, ມອບໃຫ້ 7 ເມືອງ 50 ບ້ານຄື: ເມືອງປາກຊັນ 9 ບ້ານ, ເມືອງທ່າພະບາດ 3 ບ້ານ, ເມືອງບໍລິຄັນ 9 ບ້ານ, ເມືອງປາກກະດິງ 9 ບ້ານ, ເມືອງຄຳເກີດ 10 ບ້ານ, ເມືອງວຽງທອງ 8 ບ້ານ ແລະ ເມືອງໄຊຈໍາພອນ 2 ບ້ານ ໃຫ້ກຽດມອບໂດຍທ່ານ ສົມສະຫວາດ ພົງສາ ຫົວໜ້າກົມສື່ມວນຊົນກະຊວງ ຖວທ, ຮັບໂດຍທ່ານ ພູວັນ ໄຊຍະສານ ຮອງຫົວໜ້າພະແນກ ຖວທ ແຂວງໂດຍຊ້ອງໜ້າທ່ານ ໂພສີ ແກ້ວມະນີວົງ ແລະ ທ່ານ ຄຳແຫວນ ປັນຍານຸວົງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ພາຍຫຼັງສຳເລັດການມອບ-ຮັບ ໄດ້ມີການຝຶກອົບຮົມຄວາມຮູ້-ເຕັກນິກນຳໃຊ້ໂດຍພື້ນຖານລວມເຖິງການບໍາລຸງຮັກສາອຸປະກອນຢ່າງຖືກຕ້ອງຕາມຫຼັກການ ເພື່ອໃຫ້ມີຄວາມຍືນຍົງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments