Friday, October 4, 2024
Homeຂ່າວພາຍໃນລາວ ແລະ ມາເລເຊຍ ຮ່ວມລົງນາມຊື້-ຂາຍພະລັງງານໄຟຟ້າ

ລາວ ແລະ ມາເລເຊຍ ຮ່ວມລົງນາມຊື້-ຂາຍພະລັງງານໄຟຟ້າ

ພິທີລົງນາມບົດບັນທຶກຊ່ວຍຈໍາ ວ່າດ້ວຍການຊື້-ຂາຍພະລັງງານໄຟຟ້າ ລະຫວ່າງ ລາວ ແລະ ມາເລເຊຍ ຈັດຂຶ້ນໃນວັນທີ 25 ພຶດສະພາ 2023 ທີ່ນະຄອນຫລວງວຽງຈັນ, ຮ່ວມລົງນາມໂດຍ ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ແລະ ທ່ານ ດາໂຕະ ອິນເດຣາ ອິລ ບາຮາຣິນ ດິນ ປະທານສະພາບໍລິຫານ ບໍລິສັດ ທີເອັນບີ ພາວເວີ ເຈນເນີເຣຊັນ ປະເທດມາເລເຊຍ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໃນພິທີ, ທ່ານ ຈັນທະບູນ ສຸກອາລຸນ ໄດ້ໃຫ້ຮູ້ວ່າ: ການຮ່ວມລົງນາມຊື້-ຂາຍໄຟຟ້າ ລະຫວ່າງລາວ ແລະ ມາເລເຊຍ ໃນຄັ້ງນີ້, ໄດ້ກາຍເປັນຄູ່ຮ່ວມຍຸດທະສາດທາງທຸລະກິດດ້ານພະລັງງານ ລະຫວ່າງສອງບໍລິສັດ ໂດຍນໍາໃຊ້ແຫລ່ງພະລັງງານໝູນວຽນທີ່ປະເທດລາວມີທ່າແຮງ, ນອກຈາກ ເປັນຜູ້ສະໜອງພະລັງງານໃຫ້ບັນດາປະເທດໃກ້ຄຽງແລ້ວ, ສປປ ລາວ ຍັງມີວິໄສທັດໃນການຈັດຕັ້ງປະຕິບັດໝໍ້ໄຟຟ້າແຫ່ງອາຊຽນ ດ້ວຍການຊື້-ຂາຍ ແລະ ແລກ ປ່ຽນໄຟຟ້າພາຍໃນພາກພື້ນອາຊຽນ. ປັດຈຸບັນ, ສປປ ລາວ ຖືເປັນປະເທດພັດທະນາແຫລ່ງພະລັງງານສະອາດ, ເຊິ່ງມີເຂື່ອນໄຟຟ້າຫລາຍກວ່າ 80 ແຫ່ງ ທີ່ກຳລັງດຳເນີນການຜະລິດນຳໃຊ້ຢູ່ພາຍໃນ ແລະ ສົ່ງອອກໄປຂາຍຢູ່ຕ່າງປະເທດ, ການບັນລຸໄດ້ຂໍ້ຕົກລົງໃນຄັ້ງນີ້ ຖືເປັນໂອກາດໃນການພັດທະນາພະລັງງານສະອາດ ແລະ ເປີດໂອກາດໃຫ້ແກ່ການຮ່ວມມືທາງທຸລະກິດອື່ນໆລະຫວ່າງສອງຝ່າຍ.

ບໍລິສັດ ທີເອັນບີ ພາວເວີ ເຈນເນີເຣຊັນ ເປັນບໍລິສັດຊັ້ນນຳຂອງປະເທດມາເລເຊຍ ໃນການລົງທຶນດ້ານພະລັງງານ, ໄດ້ຮ່ວມມືກັບລັດວິສາຫະກິດໄຟຟ້າລາວໃນ ໄລຍະຜ່ານມາ ໃນການຊື້-ຂາຍພະລັງງານໄຟຟ້າ ຂ້າມຊາຍແດນໃນພາກພື້ນອາຊຽນ ເປັນຄັ້ງທໍາອິດ, ພາຍໃຕ້ໂຄງການຮ່ວມມືດ້ານພະລັງງານໄຟຟ້າລະຫວ່າງ 3 ປະເທດ ລາວ-ໄທ ແລະ ມາເລເຊຍ ໃນການສົ່ງອອກໄຟຟ້າໄປຂາຍຢູ່ ສິງກະໂປ ເຊິ່ງຈະເປັນການປະກອບ ສ່ວນເຮັດໃຫ້ປະເທດລາວ ກາຍເປັນໝໍ້ໄຟຟ້າແຫ່ງອາຊຽນ ຢ່າງແທ້ຈິງ.

ຂ່າວ-ພາບ: ກິດຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments