Thursday, October 3, 2024
Homeຂ່າວພາຍໃນໜ່ວຍພັກພະແນກສັງລວມ ແລະ ເລຂານຸການ ດໍາເນີນກອງປະຊຸມກາງສະໄໝ

ໜ່ວຍພັກພະແນກສັງລວມ ແລະ ເລຂານຸການ ດໍາເນີນກອງປະຊຸມກາງສະໄໝ

ກອງປະຊຸມກາງສະໄໝ ຂອງໜ່ວຍພັກພະແນກສັງລວມ ແລະ ເລຂານຸການ ທີ່ຂຶ້ນກັບຄະນະພັກຮາກຖານ ຫ້ອງການກະຊວງການເງິນ ຈັດຂຶ້ນໃນວັນທີ 24 ພຶດສະພາ 2023 ໂດຍການເປັນປະທານຂອງ ສະຫາຍ ວຽງທາ ຈິດດາລາ ຮອງປະທານກວດກາ, ກໍາມະການຄະນະພັກຮາກຖານ, ຮອງຫົວໜ້າຫ້ອງການກະຊວງການເງິນ, ມີ ສະຫາຍ ວິໄລພອນ ປຸ້ຍດວງແກ້ວ ເລຂາໜ່ວຍພັກພະແນກສັງລວມ ແລະ ເລຂານຸການ, ມີຮອງເລຂາໜ່ວຍພັກ, ປະທານກວດກາໜ່ວຍພັກ, ພ້ອມດ້ວຍສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ໜ່ວຍພັກພະແນກສັງລວມ ແລະ ເລຂານຸການເປັນໜ່ວຍພັກໜຶ່ງທີ່ຂຶ້ນກັບຄະນະພັກຮາກຖານຫ້ອງການກະຊວງເຮັດໜ້າທີ່ເປັນເສນາທິການຮັບໃຊ້ໃຫ້ແກ່ຄະນະພັກຂັ້ນເທິງ, ໄລຍະຜ່ານມາໜ່ວຍພັກ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ການສຶກສາ, ອົບຮົມການເມືອງແນວຄິດໃຫ້ສະມາຊິກພັກ-ພະນັກງານດ້ວຍຫລາຍຮູບການ ໃນການຈັດຕັ້ງປະຕິບັດຜັນຂະຫຍາຍ ເຊື່ອມຊຶມບັນດາມະຕິ, ຄໍາສັ່ງຕ່າງໆ ແລະ ກົດລະບຽບຂອງພັກ, ເອົາໃຈໃສ່ປັບປຸງກໍ່ສ້າງພັກ ແລະ ຂະຫຍາຍສະມາຊິກພັກນັບແຕ່ປີ 2021-2023 ສາມາດກໍ່ສ້າງ ແລະ ຂະຫຍາຍມະຫາຊົນຜູ້ກ້າວໜ້າ ເຂົ້າເປັນສະມາຊິກພັກສໍາຮອງໄດ້ 2 ສະຫາຍ ແລະ ເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນໄດ້ 3 ສະຫາຍ ແລະ ປັດຈຸບັນຍັງມີອີກ 2 ສະຫາຍທີ່ຢູ່ໃນໄລຍະກໍ່ສ້າງ, ຕິດຕາມ ເພື່ອສະເໜີຂັ້ນເທິງພິຈາລະນາເຂົ້າເປັນສະມາຊິກພັກສົມບູນ.

ໃນກອງປະຊຸມ, ໄດ້ມີການສະເໜີມາດຖານພະນັກງານນໍາພາ-ຄຸ້ມຄອງສະບັບເລກທີ 030/ກມສພ, ລົງວັນທີ 03 ມັງກອນ 2018, ສະເໜີຜ່ານມາດຖານສະມາຊິກພັກ, ຜ່ານຂໍ້ຫ້າມຂອງສະມາຊິກພັກ, ສິດ ແລະ ໜ້າທີ່ຂອງຄະນະພັກແຕ່ລະຂັ້ນ, ຜ່ານບົດສະຫລຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມກາງສະໄໝ ຂອງໜ່ວຍພັກພະແນກສັງລວມ ແລະ ເລຂານຸການ 2021-2023 ແລະ ທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າ 2023-2025, ຜ່ານບົດສໍາຫລວດການນໍາພາລວມຂອງຄະນະໜ່ວຍພັກກາງສະໄໝ 2021-2023 ແລະ ວິທີການແກ້ໄຂໃນຕໍ່ໜ້າຂອງໜ່ວຍພັກພະແນກສັງລວມ ແລະ ເລຂານຸການ. ພ້ອມນັ້ນ, ສະມາຊິກພາຍໃນໜ່ວຍພັກ ຍັງໄດ້ປະກອບ ຄໍາຄິດເຫັນໃສ່ສອງບົດດັ່ງກ່າວ ໃຫ້ມີເນື້ອໃນຄວາມຖ້ວນສົມບູນ ແລະ ຖືກຕ້ອງຕາມຄວາມເປັນຈິງທັງສ່ອງແສງໃຫ້ເຫັນການຈັດຕັ້ງປະຕິບັດວຽກງານ ຂອງຄະນະໜ່ວຍພັກໃນໄລຍະຜ່ານມາ ແລະ ໄດ້ມີການປ່ອນບັດທາບທາມຢັ່ງຫາງສຽງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຕໍ່ການນໍາພາ-ຊີ້ຂອງຄະ ນະໜ່ວຍພັກ.

ໂອກາດນີ້, ສະຫາຍ ວຽງທາ ຈິດດາລາ ໄດ້ເນັ້ນໃຫ້ຄະນະໜ່ວຍພັກ ສະມາຊິກພັກ-ພະນັກ ງານເພີ່ມທະວີຄວາມເປັນເຈົ້າການ ໃນການປະຕິບັດໜ້າທີ່ການເມືອງຂອງສະມາຊິກພັກ, ສືບຕໍ່ປັບ ປຸງກົງຈັກການຈັກໃນທົ່ວໜ່ວຍພັກໃຫ້ເຂັ້ມແຂງ, ເຄື່ອນໄຫວມີປະສິດທິພາບ, ຍົກສູງວຽກງານການກໍ່ສ້າງພັກ-ພະນັກງານ ທັງປະລິມານ ແລະ ຄຸນນະພາບ, ເອົາໃຈໃສ່ປັບປຸງແບບແຜນວິທີການ ນໍາພາ ແລະ ວິທີເຮັດວຽກຂອງໜ່ວຍພັກ, ມີການຕິດຕາມ, ກວດກາ ແລະ ປະເມີນຄືນໃນແຕ່ລະໄລຍະ ເປັນແບບຢ່າງທີ່ດີໃຫ້ສະມາຊິກພັກໃນການນໍາພາ-ຊີ້ນໍາວຽກພັກ ແລະ ວຽກງານວິຊາສະ ເພາະ, ຕັ້ງໜ້າປັບປຸງປົວແປງໜ່ວຍພັກ ໃຫ້ປອດໃສ, ເຂັ້ມແຂງ ໜັກແໜ້ນ, ສູ້ຊົນໃຫ້ໄດ້ເປັນໜ່ວຍພັກປອດໃສຕໍ່ເນື່ອງ.

ຂ່າວ-ພາບ: ກະຊວງການເງິນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments