Wednesday, October 2, 2024
Homeຂ່າວການເມືອງຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັບ ທູດ ສ ເກົາຫຼີ ຄົນໃໝ່

ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັບ ທູດ ສ ເກົາຫຼີ ຄົນໃໝ່

ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງ ທ່ານ ຈຸງ ຍັງຊູ (JUNG Yung Soo) ເອກອັກຄະລັດຖະທູດ ສ ເກົາຫຼີ ຄົນໃໝ່ ປະຈຳ ສປປ ລາວ ໃນວັນທີ 25 ພຶດສະພາ ນີ້ ທີ່ອົງການດັ່ງກ່າວ.

ໃນໂອກາດອັນມີຄວາມໝາຍຄວາມສຳຄັນ ທ່ານ ໄຊຊະນະ ໂຄດພູທອນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດ ມິດຕະພາບອັນສະໜິດສະໜົມ ພ້ອມທັງຕີລາຄາສູງຕໍ່ການມາປະຕິບັດໜ້າທີ່ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ສ ເກົາຫຼີ ຄົນໃໝ່ ປະຈຳ ສປປ ລາວ ຂອງ ທ່ານ ຈຸງ ຍັງຊູ(JUNG Yung Soo). ໂອກາດດັ່ງກ່າວ ທັງສອງທ່ານກໍໄດ້ລາຍງານຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຂອງສອງປະເທດໂດຍສັງເຂບ ໃຫ້ກັນ ແລະ ກັນຊາບ ພ້ອມທັງປຶກສາຫາລືແນວທາງການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນຕໍ່ໜ້າ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງຊາດ ລາວ – ສ ເກົາຫຼີ ໃຫ້ໝັ້ນຄົງ ແລະ ແໜ້ນແຟ້ນຍິ່ງຂຶ້ນ.

ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ຄົນໃໝ່ ປະຈຳ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບທີ່ເຕັມໄປດ້ວຍບັນຍາກາດອັນອົບອຸ່ນ ພ້ອມທັງໃຫ້ຄຳສັນຍາຈະພະຍາຍາມຢ່າງສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ດີງາມຂອງທັງສອງປະເທດ ໃຫ້ນັບມື້ນັບເພີ່ມພູນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ. ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ອວຍພອນໃຫ້ທ່ານທູດປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດຂອງທ່ານອີກດ້ວຍ.

ຂ່າວ-ພາບ: ຍຸພິນທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments