Tuesday, October 1, 2024
Homeຂ່າວພາຍໃນຜົນຮ້າຍຂອງຢາສູບໄຟຟ້າ

ຜົນຮ້າຍຂອງຢາສູບໄຟຟ້າ

ຢາສູບໄຟຟ້າ ເປັນໜຶ່ງຜະລິດຕະພັນຢາສູບທີ່ມີສານເສບຕິດຊະນິດນີໂກຕິນ ທີ່ເປັນອັນຕະລາຍຕໍ່ສຸຂະພາບອັນຮ້າຍແຮງຕໍ່ຜູ້ສູບໃນໄລຍະຍາວ ແລະ ເຖິງຂັ້ນເສຍຊີວິດ. ປັດຈຸບັນ ກໍາລັງເປັນທີ່ນິຍົມຂອງລູກຫຼານ, ໄວໝຸ່ມ ແລະ ໄວອື່ນໆໃນໂລກ ແລະ ໃນ ສປປ ລາວ.

ທ່ານ ນາງ ພອນສະຖຽນ ໄຊຍະລາສີ ວິຊາການ ພະແນກຄຸ້ມຄອງວຽກງານສົ່ງເສີມສຸຂະພາບ ກົມອະນາໄມ ແລະ ສົ່ງເສີມສຸຂະພາບ ກະຊວງ ສາທາລະນະສຸກ ໄດ້ກ່າວໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ຢາສູບໄຟຟ້າ ແມ່ນຢາສູບຮູບແບບໃໝ່ ທີ່ກໍາລັງລະບາດໃນເດັກ ແລະ ໄວໜຸ່ມ ໃນທົ່ວໂລກ ແລະ ສປປ ລາວ. ພ້ອມນີ້, ຢາສູບໄຟຟ້າ ຍັງມີຄວາມອັນຕະລາຍຫຼາຍກວ່າຢາສູບທໍາມະດາ ຍ້ອນການເສບນິໂກຕິນສົດໆ (ເດັກສູບຢາທໍາມະດາ 70% ຕິດໄປຕະຫຼອດຊີວິດ, ການສູບຢາສູບໄຟຟ້າເກືອບ 100% (ຈະຕິດນິໂກຕີນໄປຕະຫຼອດຊີວິດ); ຢາສູບໄຟຟ້າເຮັດໃຫ້ຄົນໃນໂລກຕິດນິໂກຕີນເພີ່ມຂຶ້ນ, ທັງໆທີ່ອັດຕາການສູບຢາທໍາມະດາໃນທົ່ວໂລກ ນັບມື້ ນັບຫຼຸດລົງ, ທັງເປັນກົນລະຍຸດທີ່ບໍລິສັດຢາສູບ ຄິດຄົ້ນມາຕະຫຼອດເວລາເພື່ອເຮັດແນວໃດໃຫ້ຄົນເຂົ້າສູ່ວົງຈອນເສບຕິດທີ່ຖືກກົດໝາຍ.

ທ່ານ ນາງ ພອນສະຖຽນ ໄຊຍະລາສີ ກ່າວຕື່ມວ່າ: ປັດຈຸບັນ ຢາສູບໄຟຟ້າມີການລະບາດໜັກໃນເດັກນ້ອຍນັກຮຽນ ແລະ ໄວໜຸ່ມ, ທັງເປັນອັນຕະລາຍຕໍ່ເດັກນ້ອຍ, ໄວໜຸ່ມທີ່ບໍ່ສູບຢາຫຼາຍກວ່າຢາສູບທໍາມະດາ. ໃນນັ້ນ, ຢາສູບໄຟຟ້າຈະເຮັດໃຫ້ຈໍານວນປະຊາກອນທີ່ເສບຕິດ ນິໂກຕິນເພີ່ມຂຶ້ນ. ຢາສູບໄຟຟ້າຍັງເພີ່ມຄວາມສ່ຽງ ແລະ ສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນ, ສ້າງຄວາມຫຍຸ້ງຍາກເພີ່ມຂຶ້ນໃຫ້ແກ່ການຄວບຄຸມຢາສູບຂອງໜ່ວຍງານທີ່ກ່ຽວຂ້ອງທົ່ວປະເທດ. ເມື່ອຄົນສູບຢາສູບທໍາມະດາທີ່ປ່ຽນມາສູບຢາໄຟຟ້າ, ສ່ວນໃຫຍ່ແມ່ນຍັງມີການສູບຢາທໍາມະດາຕໍ່ໄປ ຊຶ່ງການສູບທັງສອງຢ່າງຈະມີອັນຕະລາຍຫຼາຍກວ່າການສູບພຽງຢ່າງດຽວ(ສູບຢ່າງໃດຢ່າງໜຶ່ງ), ກົງກັນຂ້າມເຊົາສູບຢາທຳມະດາໄດ້ ແຕ່ພັດຍັງສູບຢາສູບໄຟຟ້າຕໍ່ໄປ ແລະ ອ້າງວ່າ ຢາສູບໄຟຟ້າມີຜົນດີຕໍ່ຄົນສູບຢາຢູ່ແລ້ວ ພ້ອມນັ້ນ, ຜູ້ທີ່ບໍ່ເຄີຍສູບຢາໄຟຟ້າແລ້ວຫັນມາ ສູບຢາໄຟຟ້າຈະມີສ່ຽງທີ່ຈະເສບຕິດນິໂກຕິນຈາກຢາສູບໄຟຟ້າໄປຕະຫຼອດຊີວິດ, ສ່ຽງທີ່ຈະພັດທະນາການສູບຢາທຳມະດາ 2-4 ເທົ່າ, ສ່ຽງທີ່ຈະນຳໄປສູ່ການຕິດສິ່ງເສບຕິດທີ່ຮ້າຍແຮງຊະນິດອື່ນໆໄດ້ ແລະ ເຍົາວະຊົນ ຫຼື ຜູ້ໃຫຍ່ທີ່ເຊົາຢາສູບແລ້ວ ກັບມາສູບຢາສູບໄຟຟ້າ ຍັງສ່ຽງທີ່ຈະກັບມາສູບຢາສູບທຳມະດາໃໝ່ໄດ້. ການເສບຕິດນິໂກຕິນ ເປັນບັນຫາທີ່ຮຸນແຮງຫຼາຍ ເພາະນິໂກຕິນເຮັດໃຫ້ເສບຕິດໄປຕະຫຼອດຊີວິດ ແຕ່ສັງຄົມຍັງບໍ່ເຫັນຄວາມສຳຄັນຕໍ່ບັນຫານີ້. ໃນນັ້ນ, ຢາສູບທໍາມະດາ ໃຊ້ເວລາເຖິງ 40 ປີ ຈຶ່ງຄົ້ນພົບວ່າພາໃຫ້ເກີດມະເຮັງທົ່ວຮ່າງກາຍ ແລະ ຢາສູບໄຟຟ້າລະບາດມາ 10 ກວ່າປີ ກໍເລີ່ມພົບກໍລະນີມະເຮັງຍ້ອນສູບຢາສູບໄຟຟ້າ, ຜູ້ເສບເກືອບທັງໝົດແມ່ນໄວໜຸ່ມ, ເດັກ ແລະ ນັບມື້ເດັກອາຍຸນ້ອຍໆໃນຊັ້ນປະຖົມກໍເລີ່ມສູບ. ດີທີ່ສຸດ “ຢ່າລອງ” ເພາະຈະຕິດໄປຕະຫຼອດຊີວິດ.

ອົງການອະນາໄມໂລກລາຍງານວ່າ: ໃນທົ່ວໂລກມີຜູ້ສູບຢາປະມານ 1,1 ຕື້ຄົນ. ນອກນີ້, ຍັງພົບວ່າ:ເດັກ ແລະ ໄວໜຸ່ມຈຳນວນຫຼາຍລິເລີ່ມສູບຢາສູບໄຟຟ້າໄປພ້ອມໆກັບຢາສູບໂຮງງານເຮັດໃຫ້ຜົນຮ້າຍທີ່ມີຕໍ່ສຸຂະພາບແມ່ນທະວີຄູນເປັນຫຼາຍເທົ່າ ແລະ ຄວັນຢາສູບເຮັດໃຫ້ພິການ ແລະ ຂ້າຄົນໄດ້ໃນແຕ່ລະປີ. ເຮັດໃຫ້ຄົນທົ່ວໂລກຕາຍຍ້ອນຢາສູບເຖິງ 8 ລ້ານຄົນ ແລະ ຫຼາຍກວ່າ 800.000 ຄົນ ຕາຍຍ້ອນພະຍາດທີ່ເກີດຈາກການໄດ້ຮັບຄວັນຢາສູບຈາກຄົນອື່ນ.

ໂດຍ: ວັນເພັງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments