ແຕ່ກ່ອນໄດ້ຍິນຜູ້ອາວຸໂສ, ຄູບາອາຈານ ແລະ ພໍ່ແມ່ເພິ່ນເລົ່ານິທານສູ່ຟັງເລື້ອຍໆວ່າ “ຖ້າເຫັນງູໃຫຍ່,ຫີນພູນໍ້າ,ຫູແກ້ວຕາທິບ, ມ້າປົ່ງເຂົາ, ຜັກກະເດົາເຊົາຂົມ” ແຕ່ເໜືອເຖິງໃຕ້ສະແດງ ວ່າປະ ເທດລາວເລີ່ມຈະເລີນຮຸ່ງເຮືອນ. ເມື່ອຜູ້ຂຽນເຕີບໃຫຍ່ຂຶ້ນມາພວມສອນບ່າວ ກໍເລີ່ມຮູ້ສຶກໄດ້ ແລະ ເຫັນຫລາຍສິ່ງຫລາຍປະກົດຂຶ້ນ ຄ້າຍກັບນິທານຂອງຜູ້ໃຫຍ່ ເລົ່າສູ່ເດັກນ້ອຍ ຟັງນັ້ນໄດ້ກັບ ກາຍເປັນຄວາມຈິງປະກົດຂຶ້ນໆຢ່າງປະຈັກຕາ.
ດັ່ງເຫດການການກໍ່ສ້າງຂົວຂ້າມແມ່ນໍ້າຂອງມິດຕະພາບລາວ-ໄທແຫ່ງທໍາອິດ ໄດ້ເລີ່ມກໍ່ສ້າງຂຶ້ນໃນປີ 1991 ແລະ ເປີດໃຫ້ບໍລິການປີ 1994 ພາຍໃຕ້ການຮ່ວມມື 3 ຝ່າຍ ( ສປປ ລາວ, ໄທ ແລະ ອົດສະຕຣາລີ) ເຊິ່ງຂົວມິດຕະພາບລາວ-ໄທ ດັ່ງກ່າວຖືເປັນຂົວຂ້າມນໍ້າແຫ່ງທໍາອິດຄັ້ງປະຫວັດສາດພາດຜ່ານສອງຝັ່ງແມ່ນໍ້າຂອງ ລະຫວ່າງ ສອງປະເທດເຂົ້າຫາກັນຄື: ຈຸດບ້ານທ່ານາແລ້ງ ເມືອງ ຫາດຊາຍຟອງ ນະຄອນຫລວງວຽງຈັນ ຂອງລາວ ແລະ ຈັງຫວັດໜອງຄາຍຂອງໄທ. ຈາກນັ້ນບັນດາຂົວແມ່ນໍ້າມິດຕະພາບແຫ່ງທີ 2 ຢູ່ແຂວງສະຫວັນນະເຂດ, ແຫ່ງທີ 3 ຢູ່ຄໍາມ່ວນ, ແຫ່ງທີ 4 ແຂວງບໍ່ແກ້ວ ໄດ້ເລີ່ມປະກົດຂຶ້ນຕໍ່ເນື່ອງລຽນຕິດ ແລະ ຕໍ່ມາທ້າຍປີ 2021 ສປປ ລາວ ກໍໄດ້ສໍາເລັດການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ແລະ ໄດ້ເປີດໃຫ້ບໍລິການຢ່າງເປັນທາງ ເຊິ່ງທັງໝົດເລົ່າ ນັ້ນສ້າງຄວາມແປກປະຫລາດໃຈ ຕໍ່ຜູ້ຂຽນບໍ່ໜ້ອຍ ແລະ ນັ່ງທົບທວນຄືນວ່າ “ ບາງນິທານຕົວະເດັກ ອາດເປັນເລື່ອງຈິງກໍເປັນໄດ້ ດັ່ງຕົວຢ່າງເພິ່ນຂະຫຍາຍ ຄວາມອອກມີດັ່ງນີ້: ຫີນຝູນໍ້າແມ່ນ: ຂົວຂ້າມແມ່ນໍ້າ, ງູໃຫຍ່ລອຍແຕ່ເໜືອເຖິງໃຕ້ແມ່ນ: ເສັ້ນທາງລົດໄຟ, ຫູແກ້ວແມ່ນ: ໂທລະສັບ ແລະ ເຄື່ອງມືສື່ສານ, ຕາທິບແມ່ນ: ໂທລະພາບ ແລະ ການສື່ສານ ຜ່ານເຄືອຂ່າຍອິນເຕີເນັດ ສາ ມາດລົມກັນເຫັນໃບໜ້າ, ມ້າປົ່ງເຂົາແມ່ນ: ລົດຈັກ ແລະ ພາຫະນະອື່ນໆ”. ສະນັ້ນ, ນິທານບາງເລື່ອງ ອາດເປັນຄວາມຈິງ ແລະ ສາມາດເປັນເຂັມທິດອັນໜຶ່ງ ໃນການເຍືອງທາງ ໃຫ້ເຫັນອະນາຄົດ ທີ່ແຕກຕ່າງ ທັງໃຊ້ເປັນຂໍ້ມູນສຶກສາ ແລະ ອັນໃດຄວນຟັງຫູໄວ້ຫູ ເຊິ່ງບໍ່ສາມາດຕີລາຄາເປັນສະພາບລວມ ແລະ ເປັນສະເພາະຢ່າງເດັດຖານໄດ້.
ປະເທດລາວເຮົາເຖິງແມ່ນວ່າມີຈຸດດ້ອຍກວ່າປະເທດອື່ນໃນບາງດ້ານຄື: ເປັນປະເທດບໍ່ມີຊາຍແດນເບື້ອງໃດ ຕິດຈອດກັບທະເລ ແຕ່ກໍມີຈຸດດີຄຽງຄູ່ກັນ ແລະ ເໜືອກ່ອນປະເທດອື່ນ ໃນອາຊຽນ ກໍມີເຊັ່ນກັນ ເຊັ່ນ: ມີແຫລ່ງນໍ້າຈືດຫລາຍ, ມີພື້ນທີ່ເຮັດການຜະລິດ ທີ່ອຸດົມສົມບູນ, ບໍ່ໄດ້ຮັບຜົນກະທົບ ຈາກພະຍຸໝູນຫລາຍເກີນໄປ ຈາກຊາຍຝັ່ງທະເລ ແລະ ມະຫາສະໜຸດ, ມີຄວາມສ່ຽງໜ້ອຍ ຕໍ່ການເກີດແຜ່ນດິນໄຫວ ແລະ ອື່ນໆ. ພ້ອມດຽວກັນ, ການພັດທະນາພື້ນຖານໂຄງລ່າງ ດ້ານຄົມມະນາຄົມໃນປັດຈຸບັນ ໂດຍສະເພາະແມ່ນເສັນທາງ ລົດໄຟ ລາວ-ຈີນ ໄດ້ເອອື້ອຍອຳນວຍໃຫ້ ສປປ ລາວ ກາຍເປັນປະເທດຈຸດໃຈ ກາງເຊື່ອມໂຍງລະຫວ່າງ ບັນດາປະເທດອາຊຽນ ກັບ ສປ ຈີນ . ດັ່ງທີ່ຮູ້ນໍາກັນ, ສປປ ລາວ ແມ່ນໜຶ່ງໃນບັນດາ 10 ປະເທດສະມາຊິກອາຊຽນ, ມີປະຊາກອນ 7 ລ້ານ ກວ່າຄົນ, ມີການຮ່ວມມື ໃນວົງຄະນະຍາດອາຊຽນ ດ້ວຍ 3 ເສົາຄ້ຳຄື: ປະຊາຄົມການເມືອງ-ຄວາມໝັ້ນຄົງ, ປະຊາຄົມ ເສດຖະກິດ ແລະ ປະຊາຄົມວັດທະນະທຳ-ສັງຄົມ. ນອກຈາກນັ້ນ ພາຍໃນປະ ຊາຄົມອາຊຽນ ຍັງມີເປົ້າໝາຍ ເປັນອັນໜຶ່ງອັນດຽວກັນ ທີ່ມີຈະເປັນຕລາດການຄ້າລາຍໃຫຍ່, ເປັນສູນກາງດ້ານການຄ້າ, ການເຊື່ອມໂຍງທາງດ້ານການຄົມມະນາຄົມ ເຂົ້າຫາກັນ ແລະ ອື່ນໆ.
ເວົ້າສະເພາະໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ລະຫວ່າງແຂວງບໍລິຄໍາໄຊຂອງລາວ ແລະ ຈັງຫວັດບຶງການຂອງໄທ ແມ່ນໜຶ່ງໃນໂຄງການທີ່ໜ້າສົນໃຈພວມຈັດຕັ້ງປະຕິບັດ ແລະ ດໍາເນີນການຢ່າງເຄັ່ງຮ້ອນ ເຊິ່ງຖ້າ ວ່າຂົວແຫ່ງດັ່ງກ່າວສໍາເລັດ ມັນຈະສາມາດເຊື່ອມຕໍ່ກັນພາຍໃນອາຊຽນ ເຊັ່ນ: ສປປ ລາວ, ໄທ, ຫວຽດນາມ ແລະ ບັນດາແຂວງພາກເໜືອ-ພາກໃຕ້ຂອງລາວ. ໂຄງການນີ້ ໄດ້ຮັບການເຫັນດີ ໃຫ້ມີການລີເລີ່ມປຶກສາຫາລືຮ່ວມກັນ ເພື່ອສຶກສາ ຄວາມເປັນໄປໄດ້ໃນການກໍ່ສ້າງໃນປີ 2012; ຕໍ່ມາໃນປີ 2014 ໄດ້ສໍາຫລວດຄວາມເປັນໄປໄດ້ ໃນການກໍ່ສ້າງ ພາຍໃຕ້ການໃຫ້ການສະໜັບສະໜູນຂອງ ສໍານັກງານຄວາມຮ່ວມມື ເພື່ອພັດທະນາເສດຖະກິດ ກັບປະເທດເພື່ອນບ້ານ (NEDA ຫລື Neighbouring Countries Economic Development Cooperation Agency). ໃນປີ 2019 ໄດ້ມີການເຊັນຂໍ້ຕົກລົງ ວ່າດ້ວຍການກໍ່ສ້າງ ຂົວມິດຕະພາບດັ່ງກ່າວ ແລະ ໄດ້ມີການເລີ່ມການກໍ່ສ້າງ ໃນຕົ້ນປີ 2021 ເຊິ່ງຂົວ ດັ່ງກ່າວ ມີຄວາມຍາວ 1.350 ແມັດ ໂດຍບໍ່ລວມທາງເຂົ້າ-ອອກຂົວ ທັງສອງຟາກແມ່ນໍ້າຂອງ ພ້ອມກັນນັ້ນ ກໍ່ມີແຜນກໍ່ສ້າງຂົວ, ອາຄານດ່ານເຂົ້າ-ອອກ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ສໍາເລັດໃນທ້າຍປີ 2023 ແລະ ເປີດນໍາໃຊ້ ຢ່າງເປັນທາງການ ໃນຕົ້ນປີ 2024 ຊຶ່ງຄາດວ່າພາຍຫລັງເປີດການນຳໃຊ້ ຈະນຳເອົາຜົນປະໂຫຍດປະຫາສານ ມາໃຫ້ແກ່ ສປປ ລາວ ແລະ ທັງອຳນວຍຄວາມສະດວກດ້ານການຄົມມະນາຄົມ, ການຄ້າ, ການລົງທຶນ ໃນພາກພື້ນອາຊຽນ ໃຫ້ນັບ ມື້ຂະຫຍາຍຕົວຍິ່ງໆຂຶ້ນ.
ໂດຍ: ເກີດຂວັນໃຈ ມາລີຈັນສີ