Tuesday, October 1, 2024
Homeທຸລະກິດການຊື້-ຂາຍປີ້ລົດໄຟອອນລາຍຫລຸດຜ່ອນການຕໍ່ແຖວຊື້ປີ້ ຢູ່ສະຖານີ

ການຊື້-ຂາຍປີ້ລົດໄຟອອນລາຍຫລຸດຜ່ອນການຕໍ່ແຖວຊື້ປີ້ ຢູ່ສະຖານີ

ນັບແຕ່ ບໍລິສັດທາງລົດໄຟລາວ-ຈີນ ເປີດນຳໃຊ້ລະບົບຂາຍປີ້ ຜ່ານອອນລາຍ (LCR Ticket) ຢ່າງເປັນທາງການໃນວັນທີ 15 ມີນາ 2023 ຜ່ານມາ, ຮອດປັດຈຸບັນ (2 ເດືອນກວ່າ) ມີຜູ້ເຂົ້າມາໃຊ້ບໍລິການ 68.700 ກວ່າຄົນ ເຊິ່ງເຮັດໃຫ້ການຊື້ປີ້, ການເດີນທາງຂອງຜູ້ໂດຍສານມີຄວາມສະດວກສະບາຍ, ວ່ອງໄວ ແລະ ມີປະສິດທິພາບຍິ່ງຂຶ້ນ, ທັງເປັນການຫລຸດຜ່ອນຈຳນວນຄົນທີ່ມາຕໍ່ແຖວຊື້ປີ້ຢູ່ປ່ອງບໍລິການສະຖານີ, ອັນເປັນຂີດໝາຍວ່າທາງລົດໄຟລາວ-ຈີນ ໄດ້ກ້າວເຂົ້າສູ່ຄວາມເປັນທັນສະໄໝເທື່ອລະກ້າວ.

ທ່ານ ວົງທອງ ສຸພັນທອງ ຮອງວິສະວະກອນເອກ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໃຫ້ສຳ ພາດຕໍ່ສື່ມວນຊົນ ໃນວັນທີ 22 ພຶດສະພາ 2023 ຜ່ານມາວ່າ: ນັບແຕ່ເປີດດຳເນີນການທາງລົດໄຟລາວ-ຈີນ ໃນວັນທີ 3 ທັນວາ 2021 ເປັນຕົ້ນມາ ເຖິງປັດຈຸບັນ ບໍລິສັດທາງລົດໄຟ ລາວ-ຈີນ ບໍ່ໄດ້ຢຸດທີ່ຈະພັດທະນາການບໍລິການດ້ານຕ່າງໆ ເປັນຕົ້ນ ຊ່ອງທາງການຊື້ປີ້ຂອງຜູ້ໂດຍສານ, ນອກຈາກຊື້ຢູ່ປ່ອງບໍລິການຂາຍປີ້ທີ່ສະຖານີ ແລະ ຈຸດຂາຍປີ້ລົດໄຟຢູ່ໃນເມືອງແລ້ວ, ຍັງໄດ້ພັດທະນາການການຊື້ປີ້ຂອງຜູ້ໂດຍສານຜ່ານລະບົບອອນລາຍ ຕື່ມອີກ, ເຊິ່ງເຫັນໄດ້ວ່າ ນັບແຕ່ເປີດນໍາໃຊ້ເປັນຕົ້ນມາ ມວນຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ຄວາມສົນໃຈ ເຂົ້າມາໃຊ້ບໍລິການເປັນຈຳນວນຫລາຍ, ສະເລ່ຍມື້ໜຶ່ງມີຜູ້ໂດຍສານຊື້ປີ້ຜ່ານລະບົບອອນລາຍ 1 ພັນກວ່າຄົນ. ພ້ອມກັນນີ້, ບໍລິສັດທາງລົດໄຟ ລາວ-ຈີນ ຍັງໄດ້ຮ່ວມມືກັບ ບໍລິສັດ UnionPay International (UPI) ຈັດໂປຣໂມຊັນສ່ວນຫລຸດ 5% ຫລັງຈາກຊື້ປີ້ອອນລາຍ ຜ່ານ UnionPay ກໍຄື ຊື້ປີ້ຜ່ານລະບົບ LCR TICKET APP ເຊິ່ງຜູ້ໂດຍສານທີ່ຊື້ປີ້ ຈະໄດ້ຮັບສ່ວນຫລຸດສູງສຸດ 15 ຄັ້ງ ແລະ ຍັງສາມາດໄດ້ຮັບສ່ວນຫລຸດສູງສຸດເຖິງ 2 ຄັ້ງຕໍ່ມື້ ໂດຍກິດຈະກຳດັ່ງກ່າວ ໄດ້ເລີ່ມແຕ່ວັນທີ 15 ພຶດສະພາ ຫາ ວັນທີ 15 ສິງຫາ 2023, ຜູ້ໜຶ່ງສາມາດຊື້ປີ້ລົດໄຟຜ່ານລະບົບອອນລາຍ ໄດ້ເຖິງ 10 ປີ້. ທັງນີ້, ກໍເພື່ອອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານ ໂດຍບໍ່ຈຳເປັນຕ້ອງອອກຈາກບ້ານ, ບໍ່ຈຳເປັນຕ້ອງມາຖ້າເອົາປີ້ລົດໄຟກັບສະຖານີ, ພຽງແຕ່ຖືໂທລະສັບມືຖືເຄື່ອງດຽວ ກໍສາມາດຂຶ້ນລົດໄຟໄດ້ຢ່າງສະ ດວກສະບາຍ.

ທ່ານ ວົງທອງ ສຸພັນທອງ ຍັງໃຫ້ຮູ້ອີກວ່າ: ສຳລັບ ທິດທາງແຜນການໃນຕໍ່ໜ້າ ບໍລິສັດທາງລົດໄຟລາວ-ຈີນ ຈະສືບຕໍ່ພັດທະນາລະບົບຂາຍປີ້ຜ່ານລະບົບອອນລາຍ ຕື່ມອີກ ແລະ ໃນໄວໆນີ້ກໍຈະສາມາດນຳໃຊ້ BcelOne ທະນາຄານການຄ້າຕ່າງປະເທດ ໃນການຊຳລະເງິນຊື້ປີ້, ລວມທັງທະນາຄານອື່ນໆທີ່ໄດ້ເຂົ້າມາເຈລະຈາກັນໃນເບື້ອງຕົ້ນ ເພື່ອເຮັດໃຫ້ຜູ້ຊົມໃຊ້ ກໍຄື ຜູ້ໂດຍສານມີຄວາມສະດວກສະບາຍ ໃນການຊື້ປີ້ລົດໄຟຍິ່ງຂຶ້ນ.

ຂ່າວ-ພາບ: ທະນູທອງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments