ມາພົບກັບຄໍລຳຊີວິດວັດທະນະທຳ ມື້ນີ້ຂໍພາບັນດາທ່ານໄປຮູ້ຈັກກັບການຍົກຍອດຊໍ່ຟ້າ ແລະ ຄວາມໝາຍທາງພຸດທະສາສະໜາ ຊຶ່ງຍອດຊໍ່ຟ້າຢູ່ທີ່ຫລັງຄາຂອງອາຮາມ , ສີມ ນັ້ນແມ່ນມີຄວາມເຊື່ອ ແລະ ເປັນສັນຍະລັກຂອງສະຫວັນຊັ້ນຟ້າ ຊຶ່ງມີຄວາມເຊື່ອໃນພຸດທະປະຫວັດກໍຄື ພະທໍາມະຈັກກັບປະວັດຕະນະສູດ ຊຶ່ງເປັນປະຖົມມະບົດ ຂອງທຳມະເທສະໜາກັນທຳອິດ ຂອງພະສໍາມາສໍາພຸດທະເຈົ້າ ທີ່ພະອົງໄດ້ຊົງໂປດເທສະໜາແກ່ປັນຈະວັກຄີທັງ 5 ອົງ ຊຶ່ງມີເນື້ອໃນກ້າວເຖິງ ຕອນທີ່ພະພຸດທະເຈົ້າກຳລັງປະຕິບັດຕົນ ເພື່ອປະຕິເສດທາງສອງສາຍຄື: ບໍ່ເຄັ່ງເກີນໄປ ແລະ ບໍ່ຍານເກີນໄປ (ເຄັ່ງຫລາຍຈົນຂາດ, ຍານຫລາຍ ສຽງ ບໍ່ ມ່ວນ) ແລ້ວປະຕິບັດທາງສາຍກາງ (ບໍ່ເຄັ່ງເກີນ, ບໍ່ຍານເກີນ) ອັນເປັນແບບຢ່າງທີ່ປະຕິບັດທີ່ຖືກຕ້ອງ ໃຫ້ແກ່ມວນມະນຸດ ແລະ ມີເນື້ອໃນສະແດງເຖິງຂັ້ນຕອນ ແລະ ການປະຕິບັດໃຫ້ບັນລຸເຖິງ ອະຣິຍະສັດສີ່ ເພື່ອດຳເນີນຂັ້ນຕອນການປະພຶດປະຕິບັດ ແລະ ເຂົ້າໃຈຂອງຄວາມເປັນທຸກ ສະມຸດໄທ ນິໂຣດມັກ ເພື່ອ ໄປສູ່ພະນິພານ ຊຶ່ງເປັນເປົ້າໝາຍ ແລະ ຈຸດໝາຍສູງສຸດຂອງພຸດທະສາສະໜາ ເມື່ອພະຜູ້ມີພະພຸດທະເຈົ້າ ຕັດທໍາມະຈັກກັບປະວັດຕະນະສູດ ຢູ່ນັ້ນ ດວງພະເນດສ່ອງເຫັນທໍາ ສ່ອງເຫັນ 15 ຊັ້ນນາຮົກ 16 ຊັ້ນສະຫວັນ.
ສະນັ້ນ, ບູຮານລາວຈຶ່ງນິຍົມຖືເອົາຂໍ້ນີ້ເປັນຂໍ້ສູງ (16 ຊັ້ນຟ້າ ແລະ 15 ຊັ້ນດິນ) ແລະ ໄດ້ປະຕິບັດການເຮັດຍອດຊໍ່ຟ້າ ຫລັງຄາຂອງວັດຕາມຂໍ້ຄະຕິ ດັ່ງກ່າວ ເພື່ອບັນລຸເປົ້າໝາຍຂອງພຸດທະສາສະໜາ ເພື່ອໃຫ້ຕົນໄດ້ບັນລຸໄປເຖິງ ສະຫວັນຊັ້ນອະກະນິດຖາ ທີ່ເປັນຊັ້ນສູງສຸດຂອງສວງສະຫວັນ ຊຶ່ງລຳດັບຊັ້ນຂອງສວງ ສະຫວັນ ຕາມການແບ່ງໄຕຣພູມມີຄື : 1. ປະຣະນິມມິຕະວະສະວະຕີ. 2. ພົມມະປະຣິສັດຊາ. 3. ພົມມະປຸໂຣຫິຕາ. 4. ມະຫາພົມມາ. 5. ປະຣິດຕາພາ. 6. ອັປປະມານາພາ. 7. ອາພັດສະຣາ. 8. ປະຣິດຕະສຸພາ. 9. ອັບປະມານະສຸພາ. 10. ສຸພະກິນຫາ. 11. ເວຫັບຜະລາ.12. ອະເວຫາ.13. ອະຕັບປາ. 14. ສຸທັດ ສາ. 15. ສຸທັດສີ. 16. ອະກະນິດຖາ.
ດັ້ງນັ້ນ, ການເຮັດຍອດຊໍ່ຟ້າສ່ວນຫລາຍ ແມ່ນໄດ້ຄະຕິນິຍົມຕາມຫລັກດັ່ງກ່າວ ແລະ ເພິ່ນໄດ້ບວກມະນຸດໂລກເຂົ້າໄປອີກໜຶ່ງຊັ້ນ ພວກເຮົາຈຶ່ງສາມາດສັງເກດເຫັນວ່າ ຍອດຊໍ່ຟ້າຫລາຍສຸດແມ່ນມີ 17 ຍອດ ດ້ວຍເຫດວ່າໃນອະດີດ ໄດ້ກຳນົດຊັ້ນຊໍ່ຟ້າໄວ້ດັ່ງນີ້: ຖ້າເປັນວັດທີ່ເຈົ້າມະຫາຊີວິດ ຈາກວັງຫລວງ ສ້າງແມ່ນ ໃຫ້ເຮັດຍອດເຄິ່ງກາງເກົ້າຊັ້ນ; ຖ້າເປັນວັດທີ່ເຈົ້າມະຫາຊີວິດ ຈາກວັງໜ້າ, ວັງຫລັງ ແລະ ວັງກາງສ້າງ ໃຫ້ເຮັດຍອດຢູ່ເຄິ່ງກາງເຈັດຊັ້ນ; ຖ້າເປັນວັດທີ່ອາມາດ ແລະ ຂຸນນາງສ້າງ ໃຫ້ເຮັດຍອດເຄິ່ງກາງຫ້າຊັ້ນ; ຖ້າເປັນວັດທີ່ປະຊາຊົນພາກັນສ້າງ ໃຫ້ເຮັດຍອດເຄິ່ງກາງສາມຊັ້ນ. ແຕ່ຕົກມາຮອດສະໄໝປັດຈຸບັນນີ້ ການເຮັດຍອດຊໍ່ຟ້າ ຈະມີການກຳນົດແນວໃດນັ້ນ ກໍຂຶ້ນຢູ່ກັນສັດທາຂອງຜູ້ສ້າງເອງ ແຕ່ພວກເຮົາບໍ່ຄວນຫລົງລືມຄະຕິທໍາທີ່ແຝງໄວ້ໃນການສ້າງຍອດຊໍ່ຟ້າກໍແລ້ວກັນ ເບິ່ງໃຫ້ອອກປະຕິບັດໃຫ້ຖືກ ຕ້ອງຕາມຄະຕິທໍາກໍຍິ່ງເປັນການດີ.
ນັ້ນຄືຄວາມໝາຍຂອງຍອດຊໍ່ຟ້າດ້ວຍເຫດນັ້ນຄົນທັງຫລາຍຈຶ່ງນິຍົມເຮັດຍອດຊໍ່ຟ້າ ເພື່ອຖວາຍໃນພຸດທະສາສະໜາ ດ້ວຍຄວາມເຊື່ອທີ່ມີມາແຕ່ບູຮານນະການຕາມຫລັກຄຳສອນຂອງພະພຸດທະເຈົ້າ ຊຶ່ງຄວາມຈິງແລ້ວແມ່ນຕ້ອງການໃຫ້ມວນມະນຸດຮັບຮູ້ ໄດ້ເຖິງສາຍສາຍກາງ, ຫາກຜູ້ໃດບັນລຸໄດ້ ແລະ ປະພຶດປະຕິບັດ ທັງກາຍ ແລະ ໃຈ ໃນທາງສາຍກາງແລ້ວແມ່ນຜູ້ປະເສີດ.
ຮຽບຮຽງໂດຍ: ໄໝຄໍາຍ້ອມສິນ