Monday, September 30, 2024
Homeຂ່າວພາຍໃນສ້າງຄວາມເຂັ້ມແຂງການປະເມີນຜົນກາງສະໄໝການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ສ້າງຄວາມເຂັ້ມແຂງການປະເມີນຜົນກາງສະໄໝການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ

ກໍາມາທິການແຜນການ, ການເງິນ ແລະ ການກວດສອບສະພາແຫ່ງຊາດ ຈັດກອງປະຊຸມສ້າງຄວາມເຂັ້ມແຂງທີ່ຕິດພັນກັບ ການປະເມີນຜົນກາງສະໄໝການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ການເຜີຍແຜ່ການຄົ້ນຄວ້າ, ການສ້າງປຶ້ມຄູ່ມື ແລະ ການພັດທະນາຖານຂໍ້ມູນໃນຂົງເຂດກໍາມາທິການແຜນການ, ການເງິນ ແລະ ການກວດສອບ ໃນວັນທີ 24-26 ພຶດສະພາ 2023 ຢູ່ແຂວງຫລວງພະບາງ ໂດຍການເປັນປະທານຂອງ ທ່ານ ລີເບີ ລີບົວປາວ ປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ, ມີຮອງປະທານກໍາມາທິການແຜນການ, ການເງິນ ແລະ ການກວດສອບ, ບັນດາຫົວໜ້າ-ຮອງຫົວໜ້າກົມ ແລະ ວິຊາການພາຍໃນກຳມາທິການ ແລະ ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມ, ໄດ້ຮັບຟັງການເຜີຍແຜ່ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຜນງົບ ປະມານ ປະຈໍາປີ 2022 ແລະ ແຜນກສນປະຈໍາປີ 2023; ສະເໜີແຜນການປະເມີນຜົນກາງສະໄໝການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ຜົນການຄົ້ນຄວ້າທີ່ກ່ຽວຂ້ອງ ແລະ ການພັດທະນາຖານຂໍ້ມູນ (ສະບັບຮ່າງ); ການສະເໜີແຜນການປະເມີນຜົນກາງສະໄໝ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນງົບປະມານແຫ່ງລັດ ແລະ ເງິນຕາ; ຫລັກການ, ກົນໄກ ແລະ ວິທີການປະເມີນຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ຫລັກການ, ກົນໄກ ແລະ ວິທີການປະເມີນຜົນແຜນກາງສະໄໝຕໍ່ແຜນງົບປະມານແຫ່ງລັດ, ແຜນເງິນຕາ; ການສະເໜີເຕັກນິກວິທີການສ້າງຖານຂໍ້ມູນ ແລະ ການເຊື່ອມໂຍງຖານຂໍ້ມູນ ທີ່ຕິດພັນກັບການປະເມີນຜົນກາງສະໄໝ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມສະພາແຫ່ງຊາດ ກ່ຽວກັບແຜນພັດທະນາເສດຖະກິ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ, ບົດຮຽນສາກົນກ່ຽວກັບການປະເມີນຜົນ ແລະ ການສ້າງຖານຂໍ້ມູນການປະເມີນຜົນແຜນພັດທະນາເສດຖະກິດ-ສັງຄົມອຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ; ບົດ ຮຽນສາກົນກ່ຽວກັບການປະເມີນຜົນ ແຜນງົບປະມານແຫ່ງລັດ ແລະ ເງິນຕາ; ເຕັກນິກວິທີການ ອອກແບບແອັບ ສຳລັບສ້າງຖານຂໍ້ມູນ ແລະ ເຊື່ອມໂຍງຂໍ້ມູນ ລວມທັງງົບປະມານການໃຊ້ຈ່າຍການອອກແບບການນຳໃຊ້ ແລະ ຮັກສາຖານຂໍ້ມູນ; ສະເໜີໂຄງຮ່າງການປະເມີນ ພາກສະເໜີ, ຈຸດແະສົງ, ທົບທວນວັນນະກຳ, ວິທີວິທະຍາ (ວິທີວິໄຈປະລິມານ ແລະ ຄຸນນະພາບ, ຕົວປ່ຽນແປງ, ກຸ່ມຕົວຢ່າງ, ການເກັບກຳຂໍ້ມູນ, ວິທີວິເຄາະ), ການຂຽນລາຍງານ ແລະ ສະຫລຸບຜົນການປະເມີນ.

ພ້ອມກັນນີ້, ຜູ້ເຂົ້າຮ່ວມໄດ້ແບ່ງກຸ່ມເພື່ອຄົ້ນຄວ້າ, ແລກປ່ຽນຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ແລະ ຂຶ້ນສະເໜີບົດກ່ຽວກັບ ແຜນການປະເມີນຜົນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ; ແຜນການຄົ້ນຄວ້າແຜນງົບປະມານແຫ່ງລັດ ແລະ ແຜນການຄົ້ນຄວ້າແຜນເງິນຕາ ຈາກຕາງໜ້າແຕ່ງລະກຸ່ມ ແລະ ນັບຟັງການສະເໜີແຜນການເຄື່ອນໄຫວຂອງ ກຳມາທິການແຜນການ, ການເງິນ ແລະ ການກວດສອບ ໃນການປະເມີນຜົນກາງສະໄໝ ການຈັດຕັ້ງປະຕິບັດມະຕິກອງປະຊຸມສະພາແຫ່ງຊາດ ກ່ຽວກັບແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານ ແລະ ແຜນເງິນຕາ, ການສ້າງ ແລະ ການເຊື່ອມໂຍງແຜນເງິນຕາ, ການສ້າງ ແລະ ການເຊື່ອມໂຍງຖານຂໍ້ມູນ (ສະບັບປັບປຸງ). ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ປະກອບຄໍາຄິດຄໍາເຫັນໃສ່ຫົວຂໍ້ດັ່ງກ່າວ ຕາມຄໍາເຫັນເຈາະຈີ້ມຂອງປະທານກອງປະຊຸມ ເພື່ອຖອດຖອນບົດຮຽນເຊິ່ງກັນ ແລະ ກັນ.

ຂ່າວ-ພາບ: ສອນສັກ ວັນວິໄຊ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments