Monday, September 30, 2024
Homeຂ່າວພາຍໃນປຶກສາຫາລື ການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການປັບປຸງດ່ານນ້ຳເງິນ

ປຶກສາຫາລື ການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການປັບປຸງດ່ານນ້ຳເງິນ

ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບແຜນການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການປັບປຸງດ່ານນ້ຳເງິນ ຂຶ້ນໃນວັນທີ 23 ພຶດສະພາ ຜ່ານມາ ທີ່ເມືອງເງິນ ພາຍໃຕ້ການເປັນປະທານ ຂອງທ່ານ ທະວິສັກ ໄຊຍະວົງ ເຈົ້າເມືອງໆເງິນ, ມີທ່ານ ກວນຄາລອດ ແອັດຄານີໂອ ຕາງໜ້າບໍລິສັດທີ່ປຶກສາ ຟີໂຟໄອ, ມີຜູ້ຕາງໜ້າຈາກບໍລິສັດທີ່ປຶກສາ ອູເຣກອນ, ບໍລິສັດ ອັກຄີເນຍ, ມີປູ້ຕາງໜ້າຈາກກະຊວງ ຍທຂ, ກະຊວງຊັບພະຍາກອນທຳມະຂາດ ແລະ ສິ່ງແວດລ້ອມ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ເພື່ອການເຊື່ອມຈອດ ແລະ ເຊື່ອມໂຍງ (SEARECC) ເປັນໂຄງການໜຶ່ງທີ່ນອນຢູ່ໃນແຜນພັດທະນາເສດຖະກິດແຫ່ງຊາດ 5 ປີເທື່ອທີ 9 ຂອງລັດຖະບານລາວ ແລະ ມີຄວາມໝາຍ ຄວາມສໍາຄັນເປັນຢ່າງຍິ່ງຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດກໍຄືທ້ອງຖິ່ນ. ຈາກປະເທດທີ່ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດ ສາມາດເຊື່ອມໂຍງ, ເຊື່ອມຈອດ ກັບບັນດາປະເທດໃນພາກພື້ນ ແລະ ທົ່ວໂລກ.

ກອງປະຊຸມໃນຄັ້ງນີ້ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາ ແລະ ຮັບຟັງການນໍາສະເໜີລາຍງານ ສະພາບໂດຍລວມ ຂອງໂຄງການພັດທະນາຕາມແລວທາງເສດຖະກິດອາຊີຕາເວັນອອກສຽງໃຕ້ ເພື່ອການເຊື່ອມໂຍງ ແລະ ເຊື່ອມຈອດ, ຄົ້ນຄວ້າ, ວິເຄາະ ວິໄຈບັນດາຂໍ້ມູນຕ່າງໆ ໃນການສຶກສາຄວາມເປັນໄປໄດ້ ການອອກແບບ, ການວາງແຜນຄຸ້ມຄອງ ຜົນກະທົບທາງດ້ານສິ່ງແວດລ້ອມ ແລະ ສັງຄົມ ເພື່ອຈະນຳເອົາຂໍ້ມູນຂອງໂຄງການໄປປຶກສາຫາລື ນໍາສະເໜີຜົນກະທົບດ້ານສິ່ງແວດລ້ອມ ແລະ ສັງຄົມ. ຈາກນັ້ນ ບໍລິສັດທີ່ປຶກສາ ໄດ້ລາຍງານສະພາບຄວາມຄືບໜ້າກ່ຽວກັບການກວດກາ, ການປະເມີນພາກສະໜາມ ຂອງສະພາບດ່ານຕົວຈິງ ແລະ ຄວາມຄືບໜ້າໃນການສໍາຫຼວດ-ອອກແບບເບື້ອງຕົ້ນ. ເພື່ອນໍາເອົາຄໍາສະເໜີຈາກພາກສ່ວນທີ່ກ່ຽວຂ້ອງໃນກອງປະຊຸມຄັ້ງນີ້ນໍາໄປປັບປຸງແກ້ໄຂ ເຮັດໃຫ້ການອອກແບບຜັງດ່ານສາກົນນໍ້າເງິນໃຫ້ມີຄວາມແທດເໝາະກັບສະພາບຄວາມເປັນຈິງ ມີຮູບຊົງທີ່ເປັນເອກະລັກທາງດ້ານວັດທະນະທໍາຂອງທ້ອງຖິ່ນ.

ຂ່າວ-ພາບ: ອິນແປງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments