Monday, September 30, 2024
Homeຂ່າວຕ່າງປະເທດພັກປະຊາທິປະໄຕໃໝ່ເກຣັກ ໄດ້ຮັບໄຊຊະນະໃນການເລືອກຕັ້ງ

ພັກປະຊາທິປະໄຕໃໝ່ເກຣັກ ໄດ້ຮັບໄຊຊະນະໃນການເລືອກຕັ້ງ

ອ້າງຕາມຂ່າວເກຣັກ ລາຍງານວ່າ: ວັນທີ 22 ພືດສະພາ, ຜົນການເລືອກຕັ້ງຂອງເກຣັກ ປະກົດວ່າພັກປະຊາທິປະໄຕໃໝ່ ຊຶ່ງເປັນ ພັກລັດຖະບານໄດ້ຮັບໄຊະນະ າກຜົນງານດ້ານເສດຖະກິດ ທີ່ປະຊາຊົນໃຫ້ການຍອມຮັບ ແລະ ພວມດຳເນີນການຈັດຕັ້ງ ລັດຖະບານ. ໂດຍພັກປະຊາທິປະໄຕໃໝ່ ຂອງ ທ່ານ ຄີເຣຍຄອສ ມິດ ໂຊທາກິສ ນາຍົກລັດຖະມົນຕີເກຣັກ ໄດ້ຮັບໄຊຊະນະ ດ້ວຍຄະແນນສຽງ ເປັນອັນດັບ 1 ປະມານ 41% ຫ່າງຈາກພັກຊີຣີຊາ ພັກຄູ່ແຂ່ງຫລັກ ຊຶ່ງໄດ້ພຽງແຕ່ 20%. ໃນຂະນະທີ່ ທ່ານ ຄີເຣຍຄອສ ມິດ ໂຊທາກິສ ກ່າວວ່າ: ການໄດ້ຮັບໄຊຊະນະໃນຄັ້ງນີ້ເປັນໄຊຊະນະ ທີ່ປະຊາຊົນໄດ້ມອບຄວາມ ໄວ້ເນື້ອເຊື່ອໃຈໃຫ້ແກ່ພັກປະຊາທິປະໄຕໃໝ່ ໃຫ້ບໍລິຫານປະເທດອີກວາລະໜຶ່ງ ແລະ ໄດ້ສະແດງໃຫ້ເຫັນເຖິງຜົນງານການບໍລິຫານ ຂອງລັດຖະບານ ປັດຈຸບັນໄດ້ເຮັດໃຫ້ເສດຖະກິດສາມາດຟື້ນຕົວດີຂຶ້ນຕາມລຳດັບ ເປັນຕົ້ນເສດຖະກິດຈະເລີນເຕີບໂຕເກືອບ 6% ໃນປີກາຍນີ້ .

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments