Sunday, September 29, 2024
Homeຂ່າວກິລາປະທານຟີຟາ ລະບຸນັດຊີງເຕະບານຊາຍຊີເກມ 2023 ຄືຕົວຖ່ວງການພັດທະນາວົງການບານເຕະອາຊຽນ

ປະທານຟີຟາ ລະບຸນັດຊີງເຕະບານຊາຍຊີເກມ 2023 ຄືຕົວຖ່ວງການພັດທະນາວົງການບານເຕະອາຊຽນ

ຈາກເຫດການທີ່ ທີມຊາດໄທ ເສຍໃຫ້ ທີມຊາດອິນໂດເນເຊຍ ດ້ວຍສະກໍແບບຂາດຮອຍ 2-5 ໃນການແຂ່ງຂັນເຕະບານຊາຍ ງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ນະຄອນຫຼວງພະນົມເປັນ ປະເທດກຳປູເຈຍ ນັດຊີງຊະນະເລີດ ຫຼື ນັດຊີງຫຼຽນຄຳ ຊຶ່ງມີເຫດການປະທະກັນຂອງຄະນະຄູຝຶກ ແລະ ນັກກິລາທັງ 2 ທີມ ຈົນນຳໄປສູ່ 3 ໃບແດງ ມີເຫດການສົນລະວົນຂອງທັງສອງທີມ ແຖມຈົບລົງດ້ວຍ 3 ໃບແດງ ໃນສະໜາມຄື ໂສບພະວິດ ຮັກຊາດ, ໂຈນາທານ ເຂັມດີ ແລະ ທີຣະສັກ ເຜີຍພິມາຍ ສົ່ງຜົນໃຫ້ທີມຊາດໄທ ພາດໂອກາດຄວ້າແຊ໋ມເຕະບານຊາຍຊີເກມ 3 ຄັ້ງຕິດຕໍ່ກັນເປັນຄັ້ງທຳອິດ ໃນຮອບ 32 ປີ ອີກດ້ວຍ.

ຫຼ້າສຸດ ທ່ານ ຈານນີ ອິນຟານຕິໂນ ປະທານສະຫະພັນບານເຕະສາກົນ ຫຼື ຟີຟາ ອອກມາກ່າວຕຳໜິທີມຊາດໄທ ແລະ ທີມຊາດອິນໂດເນເຊຍ ວ່າເຮັດໃຫ້ພາບລັກຂອງການແຂ່ງຂັນເຕະບານຊາຍຊີເກມ ຕົກຕ່ຳລົງ ພ້ອມກາຍເປັນຂ່າວໄປທົ່ວໂລກ ແລະ ຊາດອາຊຽນ ຄວນຖອດຖອນບົດຮຽນຈາກເຫດການດັ່ງກ່າວ ເພື່ອຫາວິທີປ້ອງກັນບໍ່ໃຫ້ເຫດການແບບນີ້ເກີດຂຶ້ນອີກໃນອະນາຄົດ.

ທ່ານ ຈານນີ ອິນຟານຕິໂນ ກ່າວວ່າ: “ການແຂ່ງຂັນເຕະບານຂົງເຂດອາຊີຕາເວັນອອກສຽງໃຕ້ ມີສັກກາຍຍະພາບ ຫຼື ມີທ່າແຮງທີ່ຈະພັດທະນາຕໍ່ໄປໄດ້ ແຕ່ຕ້ອງຖືກຄວາມຮຸ່ນແຮງໃນສະໜາມຢຸດເອົາໄວ້, ເຫດການທີ່ເກີດຂຶ້ນໃນສະໜາມໂອແລມປິກ ສະເຕດ້ຽມ ເມື່ອວັນທີ 16 ພຶດສະພາ 2023 ຖືເປັນເລື່ອງທີ່ໜ້າອາຍ ຖ້ານັກເຕະເກີດມີການປະທະກັນ ມັນເປັນໜ້າທີ່ຂອງຄູຝຶກທີ່ຈະຕ້ອງເຂົ້າໄປຫ້າມ, ພາບລັກຂອງເກມນັດຊີງຊະນະເລີດ ເຕະບານຊາຍ ຊີເກມ ສະແດງອອກເຖິງດ້ານລົບຂອງການພັດທະນາ ແລະ ຂ້ອຍຫວັງວ່າຫຼັງຈາກເຫດການນີ້ ຄູຝຶກທີມຊາດຕ່າງໆໃນຂົງເຂດອາຊຽນ ແລະ ອາຊຽນ ລວມເຖິງປະທານສະຫະພັນບານເຕະແຕ່ລະຊາດ ຈະເບິ່ງຢ້ອນກັບໄປ ແລະ ຮ່ວມກັນຫາວິທີປ້ອງກັນບໍ່ໃຫ້ເກີດເຫດການແບບນີ້ເກີດຂຶ້ນອີກໃນອະນາຄົດ”.

ຢ່າງໃດກໍຕາມ, ຫຼ້າສຸດເມື່ອວັນທີ 22 ພຶດສະພາ 2023 ຄະນະກຳມະການສືບສວນ-ສອບສວນຂໍ້ເທັດຈິງ ຂອງປະເທດໄທ ມີຄວາມເປັນເອກະສັນວ່າ: ທ່ານ ປະສົບໂຊກ ໂຊກເໜາະ ຄູຝຶກຜູ້ຮັກສາປະຕູ, ທ່ານ ມາຢຶດ ໝັດອະດຳ ຜູ້ຊ່ວຍຄູຝຶກ, ທ່ານ ພັດຣາວຸດ ວົງສີເຜືອກ ຜູ້ຊ່ວຍຄູຝຶກ ຊຶ່ງໂດຍຕຳແໜ່ງທີ່ຄວາມຮັບຜິດຊອບໃນທີມເຕະບານແລ້ວ ຈະຕ້ອງມີໜ້າທີ່ຄວບຄຸມພຶດຕິກຳຂອງນັກເຕະນຳ ໂດຍສະເພາະທີມຊາດຊຸດນີ້ ເປັນຊຸດຮຸ່ນອາຍຸບໍ່ເກີນ 22 ປີ ຊຶ່ງຖືວ່າຍັງຢູ່ໃນໄວໜຸ່ມ ຕ້ອງມີການກ່າວຕັກເຕືອນສັ່ງສອນນັກກິລາທີ່ປະພຶດຕົວບໍ່ຖືກຕ້ອງ ໂດຍບົດລົງໂທດຂອງຄະນະຄູຝຶກຄື ພັກການປະຕິບັດໜ້າທີ່ໃນນາມທີມຊາດໄທ ທຸກຊຸດ ເປັນເວລາ 1 ປີ.

ສ່ວນບົດລົງໂທດນັກກິລາ ທ້າວ ໂສບພະວິດ ຮັກຊາດ ອາຍຸ 22 ປີ ນັກກິລາເຕະບານທີມຊາດໄທ ໃນຕຳແໜ່ງຜູ້ຮັກສາປະຕູ ແລະ ທ້າວ ທິຣະພັກ ເຣືອງນາ ອາຍຸ 21 ປີ ຜູ້ຫຼິ້ນສຳຮອງທີມຊາດໄທ ໝາຍເລກ 18 ທີ່ຮ່ວມກະທຳຄວາມຜິດດ້ວຍນັ້ນ ມີບົດລົງໂທດ ພັກການປະຕິບັດໜ້າທີ່ (ເຂົ້າຮ່ວມແຂ່ງຂັນ) ໃນນາມທີມຊາດໄທ ທຸດຊຸດ ເປັນເວລາ 6 ເດືອນ.

ຮຽບຮຽງໂດຍ: ພອນເພັດ ບຸນຄ້ຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments