Sunday, September 29, 2024
Homeຂ່າວພາຍໃນສະພາແຫ່ງຊາດ ຕິດຕາມການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ຢູ່ທີ່ແຂວງສາລະວັນ

ສະພາແຫ່ງຊາດ ຕິດຕາມການຈັດຕັ້ງປະຕິບັດກົດໝາຍ 4 ສະບັບ ຢູ່ທີ່ແຂວງສາລະວັນ

ເມື່ອບໍ່ດົນມານີ້, ທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການຍຸຕິທຳ ສະພາແຫ່ງຊາດ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກຕິດຕາມ-ກວດກາ ການປະເມີນການຈັດຕັ້ງປະຕິບັດກົດໝາຍ ຂົງເຂດຍຸຕິທຳ 4 ສະບັບ ຢູ່ແຂວງສາລະວັນ, ໂດຍການເຂົ້າຮ່ວມຂອງທ່ານ ສີເຮັງ ຫອມສົມບັດ ຮອງເລຂາພັກແຂວງ ປະທານຄະນະສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງ 14 ປະທານສະພາປະຊາຊົນແຂວງສາລະວັນ, ມີຄະນະປະຈໍາ ສະພາປະຊາຊົນແຂວງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ຄຳແພງ ວິລະພັນ ກ່າວວ່າ: ການຕິດຕາມ ກວດກາ ການປະເມີນການຈັດຕັ້ງປະຕິບັດກົດໝາຍ ເປັນວຽກໜຶ່ງທີ່ມີຄວາມໝາຍສຳຄັນ ຂອງສະພາແຫ່ງຊາດ ແລະ ຈຳເປັນໃນຂະບວນການສ້າງ, ປັບປຸງ ແກ້ໄຂບັນຫາທີ່ບໍ່ທັນສອດຄ່ອງກັບສະພາບການພັດທະນາໃນແຕ່ລະໄລຍະ, ຄວາມບໍ່ສອດຄ່ອງຂອງນິຕິກຳທີ່ເປັນຊ່ອງວ່າງຊຶ່ງພາໃຫ້ມີຜົນກະທົບ ຫຼື ບໍ່ສາມາດຈັດຕັ້ງປະຕິບັດໄດ້, ດັ່ງນັ້ນຈຶ່ງຈຳເປັນຕ້ອງໄດ້ມີການປັບປຸງແກ້ໄຂໃຫ້ດີຂຶ້ນກວ່າເກົ່າ ແລະ ການຈັດຕັ້ງປະຕິບັດກົດໝາຍ ໃຫ້ມີຜົນສັກສິດ ແນໃສ່ນຳເອົາຜົນປະໂຫຍດ, ຄວາມຍຸຕິທຳ ມາສູ່ປະຊາຊົນຢ່າງແທ້ຈິງ ແລະ ທັງເປັນການເກັບກຳຂໍ້ມູນ, ຮັບຟັງຄຳຄິດເຫັນຂອງທ້ອງຖິ່ນຕໍ່ບັນຫາທີ່ພົ້ນເດັ່ນ ເພື່ອນຳເຂົ້າລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາ ແລະ ຮັບຮອງເອົາ.

ທ່ານ ສີເຮັງ ຫອມສົມບັດ ໄດ້ລາຍງານ ການຜັນຂະຫຍາຍຄຳແນະນຳຂອງຄະນະປະຈໍາສະພາແຫ່ງຊາດ ກ່ຽວກັບ ການຈັດຕັ້ງປະຕິບັດການປະເມີນກົດໝາຍ ຂົງເຂດຍຸຕິທຳ 4 ສະບັບ; ພ້ອມດຽວກັນກອງປະຊຸມໄດ້ຮັບຟັງການລາຍງານ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ຜົນຂອງການປະເມີນການຈັດຕັ້ງປະຕິບັດ 4 ກົດໝາຍ ຂົງເຂດຍຸຕິທຳ ໄລຍະຜ່ານມາ ຂອງແຕ່ລະພາກສ່ວນຕາມລຳດັບ ຄື: ກົດໝາຍວ່າດ້ວຍສານປະຊາຊົນ, ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ, ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີອາຍາ. ໂອກາດດຽວກັນ ປະທານກອງປະຊຸມກໍໄດ້ຕັ້ງຄຳຖາມເຈາະຈີ້ມລົງເລິກເຂົ້າບາງບັນຫາຂໍ້ມູນທີ່ຍັງບໍ່ທັນລະອຽດຊັດເຈນ ແລະ ມອບໃຫ້ແຕ່ລະພາກສ່ວນຊີ້ແຈງ ແລະ ອະທິບາຍເພີ່ມຕື່ມ.

ຂ່າວ-ພາບ: ດີລຳພົນ ພົມມະຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments