Saturday, September 28, 2024
Homeຂ່າວຕ່າງປະເທດພາກເໜືອຂອງອີຕາລີຍັງປະສົບກັບໄພນ້ຳຖ້ວມ

ພາກເໜືອຂອງອີຕາລີຍັງປະສົບກັບໄພນ້ຳຖ້ວມ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 22 ພຶດສະພາ ຜ່ານມາ, ທ່ານ ຈໍເຈຍ ເມໂລນີ ນາຍົກລັດຖະມົນຕີອີຕາລີໄດ້ລົງພື້ນທີ່ເມືອງຣາເວນນາ ໃນແຄ້ວນເອມີເລຍ-ໂຣມັນຢາ ທາງພາກເໜືອຂອງປະເທດ ໂດຍທ່ານ ຈໍເຈຍ ເມໂລນີ ກ່າວກັບປະຊາຊົນວ່າ: ຈະມີການມອບຄວາມຊ່ວຍເຫຼືອໃຫ້ແກ່ປະຊາຊົນພ້ອມທັງສັງເກດການການເຮັດວຽກຂອງເຈົ້າໜ້າທີ່.

ເຖິງແມ່ນວ່າ ຝົນຈະເລີ່ມເຊົາຕົກເປັນບາງໄລຍະແລ້ວ ແຕ່ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງອີຕາລີຍັງຄົງເພີ່ມໄລຍະເວລາເຕືອນໄພສະພາບອາກາດຮ້າຍແຮງອອກໄປຈົນເຖິງອາທິດໜ້າ ເນື່ອງຈາກທ້າຍອາທິດຜ່ານມາ ພາກເໜືອຂອງອີຕາລີໄດ້ປະເຊີນກັບປະລິມານຝົນທຽບເທົ່າ 6 ເດືອນ ພາຍໃນໄລຍະເວລາພຽງ 36 ຊົ່ວໂມງ. ຂະນະທີ່ຈຳນວນຜູ້ເສຍຊີວິດຈາກອຸທົກກະໄພຄັ້ງນີ້ຢ່າງ ໜ້ອຍ 14 ຄົນ ແລະ ປະຊາຊົນຫຼາຍກວ່າ 36.000 ຄົນ ຕ້ອງອົບພະຍົບອອກຈາກສະຖານທີ່ຢູ່ອາໄສ ເຖິງຢ່າງໃດກໍຕາມ, ປະມານ 1 ໃນ 3 ໄດ້ຮັບອະນຸຍາດໃຫ້ເດີນທາງກັບເຂົ້າເຮືອນຂອງຕົນເອງໄດ້ແລ້ວ.

ທັງນີ້, ໂດຍອີງຕາມຂໍ້ມູນຈາກໜ່ວຍງານດ້ານສິ່ງແວດລ້ອມຫຼາຍແຫ່ງໃນອີຕາລີເປັນການເຕືອນໄປໃນທິດທາງດຽວກັນວ່າ ອີຕາລີກຳລັງປະເຊີນກັບຄວາມສ່ຽງຫຼາຍຂຶ້ນ ທັງໄພແຫ້ງແລ້ງ ແລະ ນ້ຳຖ້ວມ ຊຶ່ງເປັນຜົນມາຈາກການປ່ຽນແປງຂອງສະພາບອາກາດ ໂດຍປະຊາຊົນຢ່າງໜ້ອຍ 6,8 ລ້ານຄົນອາໄສຢູ່ໃນພື້ນທີ່ໆມີຄວາມສ່ຽງ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments