Saturday, September 28, 2024
Homeສາລະໜ້າຮູ້ຫ້າມເຮັດເດັດຂາດ 7 ຢ່າງນີ້!

ຫ້າມເຮັດເດັດຂາດ 7 ຢ່າງນີ້!

  • ໃຊ້ຄວາມຮ້ອນກັບຜົມໃນເວລາຜົມປຽກ

ການໃຊ້ອັນລີດຜົມໃນເວລາຜົມປຽກ ຈະເຮັດໃຫ້ຜົມແຫ້ງ ແລະ ກອບງ່າຍ.

  • ແຖຂົນໜ້າ

ການແຖຂົນໃນໃບໜ້າຈະເຮັດໃຫ້ຂົນທີ່ຂື້ນມາໃໝ່ກາຍເປັນສ້ຽນນ້ອຍໆ ແລະ ສ່ຽງກັບການເປັນບາດແຜ ເພາະຖືກມີດແຖບາດ.

  • ບີບສິວ

ຈະເຮັດໃຫ້ເກີດຮອຍດຳ ແລະ ເປັນບາດແຜທີ່ຮັກສາໄດ້ຍາກກ່ວາເກົ່າ.

  • ບໍ່ເຮັດຄວາມສະອາດອຸປະກອນແຕ່ງໜ້າ

ເຊລຜິວທີ່ຕາຍແລ້ວ ຈະຖືກສະສົມຢູ່ອຸປະກອນແຕ່ງໜ້າ ຖ້າເຮົາບໍ່ຮັກສາຄວາມສະອາດ ກໍ່ຈະກາຍເປັນແຫຼ່ງສະສົມຂອງເຊື້ອພະຍາດ ແລະ ເປັນສາເຫດໜື່ງທີ່ເຮັດໃຫ້ເກີດສິວ.

  • ນອນຫຼັບບໍ່ລ້າງເຄື່ອງສຳອາງອອກ

ເຮັດໃຫ້ຜິວໜ້າໝອງຄໍ້າ ດຳ ລວມທັງສິວອາດຈະຜຸດຂື້ນມານຳອີກ.

  • ແຕ່ງໜ້າໜາໆ

ເຮັດໃຫ້ຜິວໜ້າໝອງຄໍ້າ ແລະ ເກີດສິວ

  • ບໍ່ໃຊ້ຄີມກັນແດດ

ເຮັດໃຫ້ເກີດຝ້າ ແລະ ແກ່ກ່ອນໄວ ເພາະຖືກທຳລາຍຈາກແສງແດດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments