Saturday, September 28, 2024
Homeຂ່າວກິລາ“ເມດເວເດບ” ຊະນະ “ຣູນ” 2-0 ເຊັດ ຄວ້າແຊ໋ມເທັນນິດ ເອທີພີ ມາດເຕີ

“ເມດເວເດບ” ຊະນະ “ຣູນ” 2-0 ເຊັດ ຄວ້າແຊ໋ມເທັນນິດ ເອທີພີ ມາດເຕີ

ການແຂ່ງຂັນເທັນນິດ ເອທີພີ ມາດເຕີ 1000 ລາຍການ ອິນເຕີນາຊີອອງນາລີ ບີເອັນແອນດີ ອີຕາລີ 2023 ຊີງເງິນລາງວັນລວມ 7.705.780 ເອີໂຣ ທີ່ນະຄອນຫຼວງໂຣມ ປະເທດອີຕາລີ ເມື່ອວັນທີ 21 ພຶດສະພາ 2023 ເປັນການແຂ່ງຂັນໃນຮອບຊີງຊະນະເລີດ ໂດຍກ່ອນການແຂ່ງຂັນມີຝົນຕົກລົງມາຢ່າງໜັກເຮັດໃຫ້ຕ້ອງເລື່ອນການແຂ່ງຂັນອອກໄປປະມານ 1 ຊົ່ວໂມງ.

ໂດຍປະເພດຊາຍດ່ຽວ ຮອບຊີງຊະນະເລີດ ເປັນການພົບກັນລະຫວ່າງ ໂຮນເກີ ຣູນ ມືວາງອັນດັບ 7 ຂອງລາຍການ ມືອັນດັບ 7 ຂອງໂລກຈາກເດນມາກ ແລະ ດານິວ ເມດເວເດບ ມື 3 ຂອງໂລກຈາກຣັດເຊຍ. ຜົນການແຂ່ງຂັນປະກົດວ່າ ເມດເວເດບ ເອົາຊະນະ ຣູນ ໄປໄດ້ 2-0 ເຊັດ. ຊຶ່ງໄຊຊະນໃນນັດນີ້ ເຮັດໃຫັ ດານິວ ເມດເວເດບ ປົດລັອກຄວ້າແຊ໋ມເທັນນິດເປັນຄັ້ງທຳອິດໄດ້ສຳເລັດ ແລະ ເປັນການຄວ້າແຊ໋ມໃນລະດັບເອທີພີ ມາດເຕີ 1000 ລາຍການທີ 6 ພ້ອມຮັບເງິນລາງວັນ 1.105.265 ເອີໂຣ. ສ່ວນ ໂຮນເກີ ຣູນ ຮອງແຊ໋ມຮັບເງິນລາງວັນ 580.000 ເອີໂຣ.

ຈາກການຄວ້າແຊ໋ມຂອງ ດານິວ ເມດເວເດບ ຈະເຮັດໃຫ້ອັນດັບໂລກຂຶ້ນມາຢູ່ມື 2 ຂອງໂລກ ແທນທີ່ຂອງ ໂນວັກ ຢໍໂຄວິດ ຈາກແຊກບີ. ສ່ວນ ໂຮນເກີ ຣູນ ຈະຫຍັບອັນດັບຈາກມື 7 ຂຶ້ນມາຢູ່ມື 6 ຂອງໂລກ ໃນການຈັດອັນດັບໂລກນັກເທັນນິກຊາຍ (ATP) ໃນວັນທີ 22 ພຶດສະພາ 2023.

ສຳລັບລາຍການຕໍ່ໄປຈະເປັນການແຂ່ງຂັນເທັນນິດແກຣນສະແລມທີ 2 ຂອງປີ ເຟຣນ ໂອເພັນ 2023 ຊີງເງິນລາງວັນລວມສູງເຖິງ 49.600.000 ເອີໂຣ ຈະແຂ່ງຂັນລະຫວ່າງວັນທີ 28 ພຶດສະພາ 2023 ຫາ ວັນທີ 11 ມິຖຸນາ 2023 ທີ່ໂຣລອງກາຣອດ ນະຄອນຫຼວງປາຣີດ ປະເທດຝຣັ່ງ.

ຮຽບຮຽງໂດຍ: ພອນເພັດ ບຸນຄ້ຳ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments