Friday, September 27, 2024
Homeຂ່າວພາຍໃນພະແນກກະສິກໍາ-ປ່າໄມ້ ນວ ສະຫລຸບການຈັດຕັ້ງປະຕິບັດວຽກງານ

ພະແນກກະສິກໍາ-ປ່າໄມ້ ນວ ສະຫລຸບການຈັດຕັ້ງປະຕິບັດວຽກງານ

ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫລວງວຽງຈັນ (ນວ) ສະຫລຸບການຈັດຕັ້ງປະຕິບັດວຽກງານ ປະຈຳປີ 2022 ແລະ ທິດທາງແຜນການຕໍ່ໜ້າ, ພ້ອມທັງມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຍ້ອງຍໍຜົນງານ 5 ປີ (2016-2020) ໃນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ໃນວັນທີ 22 ພຶດສະພາ 2023. ໂອກາດນີ້, ທ່ານ ວາດສະໜາ ສີຈະເລີນ ຮອງຫົວໜ້າພະແນກກະສິກໍາ-ປ່າໄມ້ ໄດ້ສະຫລຸບການຈັດຕັ້ງປະຕິບັດ ວຽກງານ ປະຈຳປີ 2022 ເຊິ່ງເຫັນວ່າ ມີຜົນສຳເລັດ ຫລາຍດ້ານ, ພ້ອມນີ້ ຍັງມີບາງວຽກງານຕ້ອງໄດ້ສູ້ຊົນ ຈັດຕັ້ງປະຕິບັດ ໃຫ້ໄດ້ຕາມເປົ້າໝາຍ ເປັນຕົ້ນ ວຽກງານການຜະລິດສະບຽງອາຫານ ຈະຕ້ອງສູ້ຊົນເພີ່ມຈັງຫວະການເຕີບໂຕ ຂອງຂະແໜງກະສິກໍາ-ປ່າໄມ້ ໃຫ້ໄດ້ 4-4,5% ຕໍ່ປີ ກວມເອົາ 14% ຂອງອົງປະກອບພາຍໃນຂະແໜງໃຫ້ໄປລວງດຽວກັນ ແລະ ຕາມທິດສີຂຽວ ແລະ ຍືນຍົງ.

ສໍາລັບຄາດໝາຍດ້ານການຜະລິດສະບຽງອາຫານ ສືບຕໍ່ຊຸກຍູ້ການຜະລິດເຂົ້າ ເພື່ອສະໜອງການບໍລິ ໂພກພາຍໃນ ນວ ໃຫ້ໄດ້ 321.283 ໂຕນ, ຊຸກຍູ້ປູກເຂົ້າຈ້າວປ້ອນໂຮງງານອຸດສາຫະກໍາປຸງແຕ່ງຢູ່ ນວ ໃຫ້ໄດ້ 25.666 ໂຕນ, ຊຸກຍູ້ຜະລິດກະສິກໍາອິນຊີໃຫ້ໄດ້ມາດຕະຖານ ຈໍານວນ 200 ຄອບຄົວ ເນື້ອທີ່ 385 ເຮັກຕາ, ຜົນຜະລິດ 3.684 ໂຕນ, ຊຸກຍູ້ຜະລິດພືດຜັກ ເພື່ອສະໜອງການບໍລິໂພກ ໃຫ້ໄດ້ 115.917 ໂຕນ, ຊຸກຍູ້ຜະລິດໝາກໄມ້ ເພື່ອສະໜອງການບໍລິໂພກ ໃຫ້ໄດ້ 59.028 ໂຕນ, ຊຸກຍູ້ປູກສາລີປ້ອນໂຮງງານຫົວອາຫານສັດ ໃຫ້ໄດ້ 5.127 ໂຕນ, ຊຸກຍູ້ການຜະລິດຜັກກະສິກໍາ ໃຫ້ໄດ້ມາດຕະຖານກະສິກໍາທີ່ດີ ເນື້ອທີ່ 573 ເຮັກຕາ, ຜົນຜະລິດ 6.261 ໂຕນ, ຊຸກຍູ້ການຜະລິດເຂົ້າເປັນສິນຄ້າ ຕາມມາດຕະຖານກະສິກໍາທີ່ດີ ໃຫ້ໄດ້ເນື້ອທີ່ 1.624 ເຮັກຕາ, ຜົນຜະລິດ 7.559 ໂຕນ, ຊຸກຍູ້ການຜະລິດໝາກພ້າວຫອມເປັນສິນຄ້າ ໃຫ້ໄດ້ 6 ເມືອງ ມີ 125 ຄອບຄົວ, ຊຸກຍູ້ລ້ຽງສັດ ແລະ ການປະມົງ ໃນການຜະລິດທາດຊີ້ນ ແລະ ປາ ຕອບສະໜອງຄວາມຕ້ອງການບໍລິໂພກທາດຊີ້ນ ໃຫ້ໄດ້ 65.135 ໂຕນ, ໃຫ້ມີອັດຕາສະເລ່ຍເພີ່ມຂຶ້ນ 4%, ສູ້ຊົນສະໜອງທາດຊີ້ນໃສ່ຫົວຄົນ ໃຫ້ໄດ້ 67,5 ກິໂລຕໍ່ຄົນຕໍ່ປີ ແລະ ຊຸກຍູ້ການເຄື່ອນໄຫວຂອງໂຄງການຜະລິດງົວເປັນສິນຄ້າ ແລະ ປະສົມພັນງົວທຽມ ໃຫ້ໄດ້ 272 ໂຕ ເທົ່າກັບ 27,2% ຂອງແຜນການ.

ໃນໂອກາດດຽວກັນ, ກໍໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2022 ໃຫ້ 14 ໜ່ວຍພັກ. ຈາກນັ້ນ, ກໍໄດ້ມີພິທີປະດັບຫລຽນໄຊແຮງງານ ຊັ້ນ I ໃຫ້ບຸກຄົນທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດຂໍແຂ່ງຂັນຮັກຊາດ ແລະ ພັດທະນາ ໃນ 5 ປີຜ່ານມາ ຈຳນວນ 4 ທ່ານ, ປະດັບຫລຽນໄຊແຮງງານ ຊັ້ນ ll ໃຫ້ບຸກຄົນ ຈຳນວນ 28 ທ່ານ, ຫລຽນໄຊແຮງງານ ຊັ້ນ lll ຈຳນວນ 41 ທ່ານ, ຫລຽນກາແຮງງານ ຈໍານວນ 65 ທ່ານ, ໃບຍ້ອງຍໍລັດຖະບານ ຈໍານວນ 58 ທ່ານ ແລະ ໃບຍ້ອງຍໍ ຂັ້ນເຈົ້າຄອງ ນວ ຈໍານວນ 14 ທ່ານ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments