Friday, September 27, 2024
Homeຂ່າວຕ່າງປະເທດຫວຽດນາມ ພ້ອມຮ່ວມມືກັບສາກົນເພື່ອການພັດທະນາແບບຍືນຍົງ

ຫວຽດນາມ ພ້ອມຮ່ວມມືກັບສາກົນເພື່ອການພັດທະນາແບບຍືນຍົງ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນການເຄື່ອນໄຫວຢູ່ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາແຖວໜ້າໂລກ (G7) ເປີດກວ້າງ ຢູ່ ຮີໂຣຊີມາ (ຍີ່ປຸ່ນ) ເມື່ອບໍ່ດົນມານີ້, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນໃນກອງປະຊຸມ “ຄວາມພະຍາຍາມເພື່ອໂລກທີ່ຍືນຍົງ”.

ທ່ານ ຟ້າມມິງຈິງ ກ່າວຄຳເຫັນໃນກອງປະຊຸມ ເນັ້ນໜັກເຖິງການພັດທະນາແບບຍືນຍົງ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຫຼຸດຜ່ອນປ່ອຍອາຍພິດ ແລະ ຫັນປ່ຽນພະລັງງານ, ເຊີດຊູລັດທິຫຼາຍຝ່າຍ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງແຕ່ລະປະເທດ ແລະ ການຮ່ວມມືສາກົນຢ່າງເລິກເຊິ່ງກວ້າງຂວາງ. ທ່ານ ຟ້າມມິງຈິງ ເນັ້ນໜັກເຖິງແຫຼ່ງຊັບພະຍາກອນມະນຸດ, ວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ ແມ່ນກຳລັງໜູນຫຼັກໃຫ້ແກ່ການພັດທະນາແບບຍືນຍົງ ຂອງແຕ່ລະປະເທດ, ແມ່ນວິທີການແກ້ໄຂຂອງບັນຫາ ທັງມີການເຕີບໂຕໂດຍໄວ ແລະ ຍືນຍົງ, ສະເໜີໃຫ້ບັນດາປະເທດ G7 ແລະ ບັນດາອົງການຈັດຕັ້ງສາກົນ ເພີ່ມທະວີການຊ່ວຍເຫຼືອບັນດາປະເທດພວມພັດທະນາກ່ຽວກັບການຫັນປ່ຽນເຕັກໂນໂລຊີ, ຍົກສູງຄວາມສາມາດກ່ຽວກັບລະບຽບການ, ພື້ນຖານໂຄງລ່າງ, ຊັບພະຍາກອນມະນຸດ, ວິທີການບໍລິຫານ ແລະ ສ້າງລະບົບນິເວດແຫ່ງການພັດທະນາພະລັງງານສະອາດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments